ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ຍັງບໍ່ໄດ້ຮັບ ຄໍາຮ້ອງຂໍລີ້ໄພ ເປັນທາງການ ຈາກທ້າວ Snowden (ວີດິໂອ)


ທ່ານ Konstantin Romodanovsky ຫົວໜ້າອົງການວ່າດ້ວຍ ຄົນເຂົ້າເມືອງ ຂອງລັດຖະບານກາງຣັດເຊຍ.
ທ່ານ Konstantin Romodanovsky ຫົວໜ້າອົງການວ່າດ້ວຍ ຄົນເຂົ້າເມືອງ ຂອງລັດຖະບານກາງຣັດເຊຍ.
ຂະນະ​ດຽວ​ກັນ ເຈົ້າໜ້າ​ທີ່ຣັດ​ເຊຍ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າຍັງບໍ່
​ໄດ້​ຮັບ​ຄໍາ​ຮ້ອງ​ຂໍ​ລີ້​ໄພ​ຢ່າງ​ເປັນທາງ​ການ​ຈາກ​ທ້າວ Edward
Snowden ຜູ້​ເປີດ​ເຜີຍ​ຄວາມ​ລັບ​ກ່ຽວ​ກັບໂຄງການ​ສືບ​ລັບ
ຂອງສະຫະລັດ ​ແລະກໍາລັງຫຼົບໜີ​ການ​ຖືກ​ຈັບ​ຢູ່​ນັ້ນ​.

ຫົວໜ້າ​ອົງການວ່າ​ດ້ວຍຄົນ​ເຂົ້າ​ເມືອງ​ລັດຖະບານ​ກາງຂອງຣັດ​ເຊຍ ​ເວົ້າ​ເມື່ອວັນ​ເສົາ​ວານ​ນີ້ ວ່າ ທາງອົງການຍັງ​ບໍ່​ໄດ້​ຮັບໃ​ບຄໍາ​ຮ້ອງ​ຂໍ​ລີ້​ໄພ​ຈາ​ກ ທ້າວ Snowden ​ເທື່ອ.

ທ່ານ Sergei Lavrov ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ກໍ​ໄດ້​ມີຄວາມ​ເຫັນແບບ​ດຽວ​ກັນ​ ໃນ​ວັນ​ເສົາ​ວານ​ນີ້ ຢູ່​ທີ່​ກອງ​ປະຊຸມ​ດ້ານຄວາມ​ໝັ້ນຄົງ​ບັ້ນ​ນຶ່ງ​ທີ່​ປະ​ເທດ ກຽກກີ​ສະ ຖານ ຊຶ່ງທ່ານ​ກ່າວ​ວ່າ ລັດຖະບານຣັດ​ເຊຍບໍ່​ໄດ້​ມີ​ການຕິດ​ຕໍ່​ກັບ​ອະດີດ​ພະນັກງານ​ສັນ ຍາ​ຈ້າງ​ອົງການ​ສືບ​ລັບ​ສະຫະລັດ​ ແຕ່​ຢ່າງ​ໃດ.

ທ້າວ Snowden ​ທີ່ຖືກ​ກ່າວ​ຫາ​ວ່າ​ ເປີດ​ເຜີຍ​ຂໍ້​ມູນ​ລັບກ່ຽວ​ກັບ​ ໂຄງການສອດແນມ ຕ່າງໆ​ ຂອງ​ອົງການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ສະຫະລັດນັ້ນ ຂະນະ​ນີ້ ​ແມ່ນຍັງ​ຢູ່​ພາຍ​ໃນເຂດລໍຖ້າ​ຕໍ່​ຍົນ ຢູ່​ສະໜາມ​ບິນ Moscow ບ່ອນ​ທີ່ລາວ​ຕົກ​ຢູ່​ໃນສະຖານະ​ການ​ທີ່​ບໍ່​ແນ່ ນອນ ​ເປັນ​ເວລາ​ສາມ​ອາທິດ​ມາແລ້ວ ຫຼັງຈາກ​ທາງ​ການ​ສະຫະລັດ​ຖອນ​ໜັງສືຜ່ານ​ແດນ​ຂອງ​ຜູ້ກ່ຽວ.

​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້ ທ້າວ Snowden ​ໄດ້​ພົບ​ປະ​ກັບ​ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະ​ນຸດ​
ຢູ່​ທີ່​ສະໜາມ​ບິນ ແລະ​ບອກເຂົາ​ເຈົ້າ​ວ່າ ຕົນ​ກໍາລັງ​ຂໍ​ລີ້​ໄພ​ຊົ່ວຄາວ​ຢູ່​ໃນຣັດ​ເຊຍ​ໄປ​ກ່ອນ ຈົນກວ່າວ່າ​ຈະ​ສາມາດ​ອອກເດີນທາງ​ໄດ້​ຢ່າງ​ປອດ​ໄພ ໄປ​ຍັງ​ຂົງເຂດ​ອາ​ເມ​ຣິກາ​ລາ​ຕິນ​ ບ່ອນ​ທີ່​ມີ​ສາມ​ປະ​ເທ​ດ ກໍ​ຄື ​ໂບລີເວ​ຍ ນິກາ​ຣາກົວ ​ແລະ​ເວ​ເນ​ຊູ​ເອລາ ​ໄດ້ສະ​ເໜີທີ່​ຈະ​ຮັບ​ເອົາ​ການ​ຂໍ​ລີ້​ໄພຂອງ​ຕົນ​ນັ້ນ.

ສະຫະລັດ​ໄດ້​ຕໍາ​ໜິຕິຕຽນ​ຣັດ​ເຊຍ ທີ່​ອະນຸຍາດ​ໃຫ້​ທ້າວ Snowden ​ໄດ້ພົບ​ປະ​ກັບພວກ
​ນັກ​ເຄື່ອນ​ໄຫວ. ທ່ານ Jay Carney ​ໂຄສົກ​ທໍານຽບຂາວ​ເວົ້າ ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້​ວ່າ ຣັດ​ເຊຍ​ກໍາລັງ​ສະໜອງ​ເວທີ​ໂຄສະນາ​ຊວນເຊື່ອ​ໃຫ້​ແກ່​ທ້າວ Snowden ອັນ​ຖື​ວ່າ ຂັດ​ຕໍ່​ການ​ປະກາດ​ຄວາມເປັນກາງ​ໃນ​ເລື້ອງນີ້​ຂອງ​ຣັດ​ເຊຍນັ້ນ.

ເບິ່ງວີດີໂອ:

ຂ່າວກ່ຽວກັບ ທ້າວ Snowden ໃນຣັດເຊຍ
please wait

No media source currently available

0:00 0:00:50 0:00
XS
SM
MD
LG