ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກ່າວຫາ ການບິນສະກັດກັ້ນ ທີ່ບໍ່ປອດໄພ ຂອງເຮືອບິນ ຣັດເຊຍ ຢູ່ເທິງທະເລດຳ


ເຮືອບິນອາຍພົ່ນ ຂອງຣັດເຊຍ SU-27 ບິນຢູ່ເທິງທະເລ ນອກເກາະ Hokkaido ຂອງຍີ່ປຸ່ນ, ເມື່ອວັນທີ 7 ກຸມພາ 2013.
ເຮືອບິນອາຍພົ່ນ ຂອງຣັດເຊຍ SU-27 ບິນຢູ່ເທິງທະເລ ນອກເກາະ Hokkaido ຂອງຍີ່ປຸ່ນ, ເມື່ອວັນທີ 7 ກຸມພາ 2013.

ສະຫະລັດໄດ້ກ່າວຫາ ຣັດເຊຍ ວ່າ ສົ່ງໜຶ່ງໃນພວກເຮືອບິນອາຍພົ່ນຂອງຕົນ ບິນເຂົ້າໄປ ໃກ້ເຮືອບິນສອດແນມຂອງສະຫະລັດ ​ໃນ​ຂັ້ນອັນ ຕະລາຍ ຢູ່ເທິງນ່ານຟ້າຂອງທະເລດຳ ໃນວັນພຸດວານນີ້ ​ເພື່ອສະກັດ ​ໃນ​ອັນທີ່ເຈົ້າໜ້າທີ່ທະຫານສະຫະລັດ ໄດ້ກ່າວວ່າ ເປັນ ການ “ບໍ່ປອດໄພ ແລະ ບໍ່ແມ່ນມືອາຊີບ” ເຖິງແມ່ນວ່າ ມົສກູ ໄດ້ກ່າວວ່າ ຕົນໄດ້ປະຕິ ບັດຕາມກົດລະບຽບການບິນສາກົນ ກໍຕາມ.

ສະຫະລັດ ໄດ້ກ່າວວ່າ ເຮືອບິນ P-8A Poseidon ຂອງກອງທັບເຮືອ ໄດ້ “ປະຕິບັດ ພາລະກິດຕາມ​ປົກກະຕິ” ຢູ່ໃນ​ເຂດນ່ານຟ້າສາກົນ ໃນເວລາເຮືອບິນອາຍພົ່ນ SU-27 Flanker ຂອງຣັດເຊຍ ໄດ້ບິນ​ເຂົ້າມາສະກັດກັ້ນ ໃນໄລຍະຫ່າງ 3 ແມັດ ທີ່ດົນເຖິງ 19 ນາທີ.

ກະຊວງປ້ອງກັນປະເທດຂອງສະຫະລັດ ໄດ້ກ່າວວ່າ “ເຮືອບິນ ແລະ ເຮືອກ່ຳປັ່ນ ຂອງ ກອງທັບເຮືອ ສະຫະລັດ ໄດ້ຕິດ​ຕໍ່​ເປັນ​ປະຈຳ ກັບ ກອງທັບຂອງຣັດເຊຍ ຢູ່ໃນພື້ນທີ່ ດັ່ງກ່າວ ແລະ ການປະເຊີນໜ້າກັນສ່ວນຫຼາຍ ແມ່ນປອດໄພ ແລະ ເປັນມືອາຊີບ. ເຖິງຢ່າງໃດກໍຕາມ ພວກເຮົາມີຄວາມເປັນຫ່ວງ ໃນເວລາ ທີ່ມີການປະຕິບັດການ ທີ່ບໍ່ປອດໄພເຊັ່ນນີ້. ການກະທຳເຫຼົ່ານີ້ ອາດເປັນຜົນເຮັດໃຫ້ຄວາມເຄັ່ງຕຶງ ທະວີຂຶ້ນ ທີ່ບໍ່ມີຄວາມຈຳເປັນເລີຍ ແລະ ອາດເປັນຜົນເຮັດໃຫ້ເກີດການຄຳນວນທີ່ຜິດພາດ ຫຼື ເກີດອຸປະຕິເຫດໄດ້.

ກະຊວງປ້ອງກັນປະເທດຂອງຣັດເຊຍ ໄດ້ກ່າວວ່າ ຕົນໄດ້ສົ່ງເຮືອບິນອາຍພົ່ນຂອງຕົນ ອອກໄປ ຫຼັງຈາກທີ່ ເຮືອບິນຂອງສະຫະລັດ ບິນໄປໃນທິດທາງ ເຂດຊາຍແດນຂອງ ຣັດເຊຍ ແລະ ໄດ້ປິດເຄື່ອງສັນຍານຂອງຕົນ ທີ່ໃຊ້ເປັນການລະບຸຕົວເອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG