ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສ​ຫລ ກ່າວ​ວ່າ ອີ​ຣ່ານ ສົ່ງ​ອາ​ວຸດ ໄປ​ໃຫ້ ເຂດ​ຕ່າງໆ ທີ່​ບໍ່​ມີ ຄວາມ​ທຸ່ນ​ທ່ຽງ ຂອງ​ໂລກ


ທ່ານບ​ຣາຍ​ອັນ ຮຸກ ຜູ້​ຕາງ​ໜ້າ​ພິ​ເສດ ຂອງ​ສະ​ຫະ​ລັດ ຮັບ​ຜິດ​​ຊອບ ເລື້ອງ​ອີ​ຣ່ານ ຍ່າງ​ຜ່ານ​ຊິ້ນ​ສ່ວນ ລູກ​ສອນ​ໄຟ Qiam ຂອງ​ອີ​ຣ່ານ ທີ່​ຖືກ​ນຳ​ມາ​ວາງ​ສະ​ແດງ. (29 ພະ​ຈິກ 2018)
ທ່ານບ​ຣາຍ​ອັນ ຮຸກ ຜູ້​ຕາງ​ໜ້າ​ພິ​ເສດ ຂອງ​ສະ​ຫະ​ລັດ ຮັບ​ຜິດ​​ຊອບ ເລື້ອງ​ອີ​ຣ່ານ ຍ່າງ​ຜ່ານ​ຊິ້ນ​ສ່ວນ ລູກ​ສອນ​ໄຟ Qiam ຂອງ​ອີ​ຣ່ານ ທີ່​ຖືກ​ນຳ​ມາ​ວາງ​ສະ​ແດງ. (29 ພະ​ຈິກ 2018)

ສະ​ຫະ​ລັດ​ໄດ້​ເຕືອນ​ຕື່ມ​ອີກ​ ກ່ຽວ​ກັບ​ກິດ​ຈະ​ການ​ທີ່​ເປັນ​ອັນ​ຕະ​ລາຍ​ຂອງ​ອີ​ຣ່ານໃນ​ທົ່ວ​ພາກ​ຕາ​ເວັນ​ອອກ​ກາງ ແລະ​ໄກ​ອອກ​ໄປ​ກວ່ານັ້ນ ໂດຍ​ຮຽກ​ຮ້ອງ​ໃຫ້​ປະເທດ​ຕ່າງໆ​ເອົາ​ມາດ​ຕະ​ການ ຫຼື​ບໍ່​ດັ່ງ​ນັ້ນ​ແລ້ວ ກໍ​ຈະ​ສ່ຽງ​ຕໍ່​ການ​ທີ່​ຈະ​ເກີດ​ຄວາມບໍ່​ທຸ່ນ​ທ່ຽງ​ເພີ້ມ​ຂຶ້ນ ແລະ​ບັນ​ຫາ​ຂັດ​ແຍ້ງ.

ເພື່ອ​ສະ​ໜັບ​ສະ​ໜຸນ​ການ​ກ່າວ​ອ້າງ​ຂອງ​ຕົນ ໃນ​ວັນ​ພະ​ຫັດ​ວານນີ້ ສະ​ຫະ​ລັດ​ໄດ້​ເປີດ​ເຜີຍ​ໃນ​ອັນ​ທີ່​ຕົນ​ກ່າວ​ວ່າ ເປັນ​ຫລັກ​ຖານ​ເພີ້ມ​ຕື່ມ​ໃນ​ການ​ແຊກ​ແຊງ​ຂອງ​ເຕ​ຫະ​ຣ່ານ ປະ​ກອບ​ມີ​ຊິ້ນ​ສ່ວນ​ຂອງ​ລູກ​ສອນ​ໄຟ​ ລູກ​ຈະ​ຫຼວດ ເຮືອ​ບິນ​ບໍ່​ມີ​ຄົນ​ຂັບແລະ​ອາ​ວຸດ​ຊະ​ນິດ​ອື່ນໆ​ຂອງ​ອີ​ຣ່ານ ທີ່​ເກັບ​ກຳ​ມາ​ໄດ້​ຈາກ​ພວກ​ລູກ​ສະ​ໝຸນ​ຂອງອີ​ຣ່ານ ຫຼື​ບໍ່​ກໍ​ຍຶດ​ໄດ້​ຢູ່​ກາງ​ທະ​ເລ.

US: Iran Floods Unstable Regions With Advanced Weaponry
please wait

No media source currently available

0:00 0:02:34 0:00

ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ສະ​ຫະ​ລັດ ຮັບ​ຜິດ​ຊອບ​ກ່ຽວ​ກັບ​ເລື້ອງ​ອີ​ຣ່ານ ທ່ານບ​ຣາຍອັນ ຮຸກ ກ່າວ​ຕໍ່​ພວກ​ນັກ​ຂ່າວ ໃນ​ຂະ​ນະ​ທີ່​ຢືນ​ຢູ່​ຕໍ່​ໜ້າ​ຊິ້ນ​ສ່ວນ​ຂອງ​ລູກ​ສອນ​ໄຟຊາຍ​ຢັດ 2 (Sayyad-2C) ທີ່​ຍິງ​ຈາກ​ພາກ​ພື້ນ​ດິນ​ຫາ​ອາ​ກາດໂດຍ​ເວົ້າ​ວ່າ​ລູກສອນ​ໄຟ​ດັ່ງ​ກ່າວຖືກ​ຈັບ​ໄດ້​ໂດຍ​ກຳ​ລັງ​ຊາ​ອຸ​ດີ ອາ​ຣາ​ເບຍ ​ກ່ອນ​ທີ່​ຈະ​ຕົກ​ໄປ​ເຖິງມືພວກ​ກະ​ບົດ​ຮູ​ຕີ ໃນ​ເຢ​ເມນ. ທ່ານ​ຮຸກ​ກ່າວ​ວ່າ “ອາ​ວຸດ​ໃໝ່​ທີ່​ເປີດ​ເຜີຍ ​ໃນ​ມື້ນີ້ ແມ່ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຂອບເຂດ​ໃນ​ບົດ​ບາດ​ການ​ທຳ​ລາຍ​ຂອງ​ອີ​ຣ່ານ​ໃນ​ທົ່ວ​ພາກ​ພື້ນ.”

ທ່ານ​ຮຸກ​ກ່າວ​ວ່າ “ຄວາມ​ຕັ້ງ​ໃຈ​ຂອງ​ເຕ​ຫະ​ຣ່ານ ​ແມ່ນ​ເພີ້ມຄວາມ​ຮ້າຍ​ແຮງ​ ໃນ​ການ​ຍິງ​ທຳ​ລາຍ ແລະ​ລັດ​ສະ​ໝີ​ໃນ​ການ​ຍິງ​ຂອງ​ອາ​ວຸດ ເພື່ອ​ລົງ​ເລິກ​ການ​ມີໜ້າ​ຂອງ​ຕົນ​ຢູ່​ໃນ​ຂົງ​ເຂດ. ພວກ​ເຮົາ​ໄດ້​ກຳ​ຈັດ​ນຶ່ງ​ໃນ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟຢູ່​ໃນ​ຂົງ​ເຂດ.”

ຊິ້ນ​ສ່ວນ​ຂອງ​ລູກ​ສອນ​ໄຟ ຊາຍຢ​ັດ 2 (Sayyad-2) ຂອງ​ອີ​ຣ່ານ.
ຊິ້ນ​ສ່ວນ​ຂອງ​ລູກ​ສອນ​ໄຟ ຊາຍຢ​ັດ 2 (Sayyad-2) ຂອງ​ອີ​ຣ່ານ.

​ນີ້​ແມ່ນ​ເທື່ອ​ທີ​ສອງ ໃນ​ເວ​ລາ​ບໍ່​ຮອດ​ນຶ່ງ​ປີ ທີ່​ສະ​ຫະ​ລັດ​ໄດ້​ນຳ​ສະ​ແດງ​ອາ​ວຸດ​ທີ່ຕົນ​ອ້າງວ່າ ອີ​ຣ່ານ​ໄດ້​ສົ່ງ​ໄປ​ໃຫ້ພວກ​ລູກ​ສະ​ໝຸນ​ ແລະ​ກຸ່ມ​ກໍ່​ການ​ຮ້າຍ​ຕ່າງໆ. ໃນ​ເດືອນ​ທັນ​ວາ​ປີ​ກາຍນີ້ ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດປະ​ຈຳ​ອົງ​ການ​ສະຫະ​ປະ​ຊາ​ຊາດ ທ່ານ​ນາງ​ນິກ​ກີ ເຮ​ລີ ໄດ້​ຕຳ​ໜິ​ຕິ​ຕຽນ ອີ​ຣ່ານ​ຢ່າງ​ແຮງ​ຫຼັງ​ຈາກໄດ້​ນຳ​ສະ​ແດງ​ຊິ້ນ​ສ່ວນ​ຂອງ​ລູກ​ສອນ​ໄຟແລະ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ທີ່​ຊາ​ອຸ​ດີ ​ອາຣາ​ເບຍ ແລະ​ສະ​ຫະ​ລັດ​ອາ​ຣັບ ເອ​ເມີ​ເຣັ​ສ ຈັບ​ໄດ້ ແລະ​ເອີ້ນ​ຫຼັກ​ຖານ​ເຫຼົ່າ​ນີ້​ວ່າ
ປະ​ຕິ​ເສດ​ບໍ່​ໄດ້.

ຊາກ​ຂອງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ກາ​ເຊັ​ຟ (Qasef) ທີ່​ຖືກ​ນຳ​ອອກວາງ​ສະ​ແດງ ທີ່​ຄ້າຍ Anacostia-Bolling, ນະ​ຄອນ​ຫຼວງວໍ​ຊິງ​ຕັນ​.
ຊາກ​ຂອງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ກາ​ເຊັ​ຟ (Qasef) ທີ່​ຖືກ​ນຳ​ອອກວາງ​ສະ​ແດງ ທີ່​ຄ້າຍ Anacostia-Bolling, ນະ​ຄອນ​ຫຼວງວໍ​ຊິງ​ຕັນ​.

​ນັບ​ແຕ່ນັ້ນ​ມາ ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດກ່າວ​ວ່າ ການ​ເກັບ​ກຳ​ອາ​ວຸດ​ຂອງ​ອີ​ຣ່ານ​ໄດ້ມີເພີ້ມ​ຂຶ້ນທີ່​ຮວມ​ທັງ​ລູກ​ສອນ​ໄຟ​ຍິງ​ຈາກ​ພື້ນ​ດິນ​ຫາ​ອາ​ກາດ ເຮືອ​ບິນ​ບໍ່​ມີ​ຄົນ​ຂັບທີ່​ສາ​ມາດ​ບິນ​ໄດ້​ໃນ​ໄລ​ຍະ​ໄກ ລູກ​ສອນ​ໄຟ​ຕໍ່​ຕ້ານ​ລົດ​ຖັງ ປືນ​ອາ​ກ້າ 47 ປືນ​ສຳລັບ​ຍິງ​ສັງ​ຫານ ລະ​ເບີດ​ມື ແລະ​ແມ່ນ​ກະ​ທັງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ Qiam ທີ່ ສາ​ມາດ​ຍິງ​ໃນ​ໄລ​ຍະ​ໃກ້ ຊຶ່ງ​ຮູ້​ກັນ​ໃນ​ອີກ​ຊື່​ນຶ່ງວ່າ Burkan-2 ນັ້ນ.

ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດກ່າວ​ວ່າ ພວກ​ກະ​ບົດ​ຮູ​ຕີ​ໄດ້​ຍິງ​ລູກ​ສອນ​ໄຟໃນ​ເວ​ລາ​ກາງ​ເວັນ​ແສກໆ ເຂົ້າ​ໄປ​ໃສ່​ຊາ​ອຸ​ດີ ອາ​ຣາ​ເບຍ ເມື່ອ​ວັນ​ທີ 19 ທັນ​ວາປີ​ກາຍນີ້ ບໍ່​ເທົ່າ​ໃດ​ມື້​ຫຼັງ​ຈາກ​ທ່ານ​ນາງ​ເຮ​ລີ ໄດ້​ກ່າວ​ປະ​ນາມ​ອີ​ຣ່ານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG