ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ກ່າວຫາ ຈີນ ວ່າ ເພີ້ມທະວີການປາບປາມ ຕໍ່ເສລີພາບ ທາງດ້ານສາສະໜາ


ອັກສອນຂຽນດ້ວຍມືອ່ານວ່າ, "ທຸກປະເທດເປັນຂອງພະເຈົ້າ ທີ່ເກີດຂຶ້ນເພື່ອເປັນແສງສະຫວ່າງ," ຢູ່ເບື້ອງຊ້າຍ, ແລະຢູ່ເບື້ອງຂວາ "ພະເຍຊູ' ໄຖ່ບາບໃຫ້ແກ່ໂລກທັງມວນ," , ແມ່ນຕິດໄວ້ໃຫ້ເຫັນໃນໂບດແຫ່ງນຶ່ ງທີ່ຖືກສັ່ງໃຫ້ປິດ ໂດຍທາງການ ຕັ້ງຢູ່ໃກ້ກັບເຂດນານຢາງ ຂອງຈີນ, ວັນທີ 4 ມິຖຸນາ 2018.
ອັກສອນຂຽນດ້ວຍມືອ່ານວ່າ, "ທຸກປະເທດເປັນຂອງພະເຈົ້າ ທີ່ເກີດຂຶ້ນເພື່ອເປັນແສງສະຫວ່າງ," ຢູ່ເບື້ອງຊ້າຍ, ແລະຢູ່ເບື້ອງຂວາ "ພະເຍຊູ' ໄຖ່ບາບໃຫ້ແກ່ໂລກທັງມວນ," , ແມ່ນຕິດໄວ້ໃຫ້ເຫັນໃນໂບດແຫ່ງນຶ່ ງທີ່ຖືກສັ່ງໃຫ້ປິດ ໂດຍທາງການ ຕັ້ງຢູ່ໃກ້ກັບເຂດນານຢາງ ຂອງຈີນ, ວັນທີ 4 ມິຖຸນາ 2018.

ບົດລາຍງານປະຈຳປີຂອງລັດຖະບານສະຫະລັດພົບວ່າ ເສລີພາບໃນການການນັບຖືສາສະໜາ ພວມຕົກຢູ່ພາຍໃຕ້ການຮຸກຮານໃນທົ່ວໂລກ ໂດຍສະເພາະໃນອັນທີ່ກະຊວງການຕ່າງປະເທດເອີ້ນວ່າ “ບັນດາປະເທດທີ່ໜ້າເປັນຫ່ວງພິເສດ” ເຊັ່ນ ປະເທດຈີນ ອີຣ່ານ ເກົາຫຼີເໜືອ ແມ່ນລວມຢູ່ໃນປະເທດອື່ນໆນຳດ້ວຍ.

“ຢູ່ໃນຈີນ ການປາບປາມທີ່ສະໜັບສະໜຸນໂດຍທາງການຕໍ່ທຸກສາສະໜາ ແມ່ນຍັງສືບຕໍ່ຮຸນແຮງຂຶ້ນເລື້ອຍໆ. ພັກຄອມມິວນິສຂອງຈີນ ຫຼື CCP ດຽວນີ້ແມ່ນສັ່ງການໃຫ້ອົງການສາສະໜາຕ່າງໆປະຕິບັດຕາມການນຳພາຂອງ CCP ແລະນໍາເອົາລັດທິຄອມມິວນິສມາປະສົມປະສານເຂົ້າໃນການສິດສອນຕ່າງໆຂອງພວກເຂົາເຈົ້າ ແລະເຂົ້າໃນການປະຕິບັດທາງດ້ານສາສະໜາຂອງພວກເຂົາເຈົ້າ” ນັ້ນແມ່ນຄຳເວົ້າຂອງລັດຖະມົນຕີກະຊວງການຕ່າງປະເທດ ທ່ານໄມຄ໌ ພອມພຽວ ທີ່ໄດ້ກ່າວໄປ ຢູ່ທີ່ກອງປະຊຸມແຈ້ງການໃນວັນພຸດວານນີ້ ກ່ຽວກັບການເປີດເຜີຍບົດລາຍງານປະຈຳປີ 2019 ວ່າດ້ວຍເສລີພາບທາງດ້ານສາສະໜາ ໃນຕ່າງປະເທດ ຂອງກະ ຊວງການຕ່າງປະເທດ.

ບົດລາຍງານດັ່ງກ່າວ ມີຂຶ້ນຫຼັງຈາກທີ່ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ລົງນາມໃນຄຳສັ່ງຝ່າຍບໍລິຫານ ເມື່ອວັນທີ 2 ມິຖຸນາຜ່ານມາ ເພື່ອເສີມຂະຫຍາຍເສລີພາບທາງດ້ານສາສະໜາໃນຕ່າງປະເທດໂດຍ ແນະນຳຕໍ່ກະຊວງການຕ່າງປະເທດ ແລະອົງການພັດທະນາສາກົນ ຂອງສະຫະລັດຫຼື USAID ໃຫ້ “ຈັດຕັ້ງແຜນການທີ່ໃຫ້ເສລີພາບທາງດ້ານສາ ສະໜາໃນຕ່າງປະເທດເປັນບູລິມະສິດ” ແລະໃຫ້ “ຈັດສັນງົບປະມານຢ່າງ ໜ້ອຍ 50 ລ້ານໂດລາໃນແຕ່ລະປີງົບປະມານ ສຳລັບໂຄງການຕ່າງໆ ທີ່ເສີມຂະຫຍາຍເສລີພາບທາງດ້ານສາສະໜາໃນຕ່າງປະເທດ.”

ໃນວັນທີ 18 ເດືອນທັນວາ ປີ 2019 ກະຊວງການຕ່າງປະເທດ ໄດ້ກຳນົດຄືນອີກຄັ້ງນຶ່ງໃຫ້ປະເທດ ມຽນມາ ຈີນ ເອຣິເທຣຍ ອີຣ່ານ ເກົາຫຼີເໜືອ ປາກິສຖານ ຊາອຸດີອາຣາເບຍ ຕາຈິກກິສຖານ ແລະ ເທີກເມນິສຖານ ເປັນ ‘ບັນດາປະເທດທີ່ໜ້າເປັນຫ່ວງພິເສດ’ ພາຍໃຕ້ກົດໝາຍວ່າດ້ວຍເສລີພາບທາງດ້ານສາສະໜາໃນຕ່າງປະເທດຂອງປີ 1998 ສຳລັບການມີສ່ວນພົວພັນນຳ ຫຼື ປ່ອຍປະໃຫ້ມີ “ການລະເມີດຕໍ່ເສລີພາບ ໃນດ້ານສາສະໜາຢ່າງເປັນລະບົບ ຢ່າງຕໍ່ເນື່ອງແລະຢ່າງຮ້າຍແຮງ.”

ຢູ່ໃນຈີນ ບົດລາຍງານຂອງວັນພຸດວານນີ້ ກ່າວວ່າ ພັກຄອມມິວນິສຂອງຈີນ ສືບຕໍ່ “ທຳການຄວບຄຸມທຸກສາສະໜາ ແລະຈຳກັດກິດຈະກຳຕ່າງໆ ແລະເສລີພາບທາງດ້ານສາສະໜາຂອງສ່ວນບຸກຄົນຂອງພວກເຫຼື້ອມໃສ ທີ່ຕົນຖືວ່າ ເປັນໄພຂົ່ມຂູ່ຕໍ່ລັດຖະບານ.” ຈີນ ໄດ້ຖືກກຳນົດໃຫ້ເປັນ “ປະ ເທດທີ່ໜ້າເປັນຫ່ວງພິເສດ” ນັບຕັ້ງແຕ່ປີ 1999 ເປັນຕົ້ນມາ.

ຈີນ ໄດ້ປະເສດມາເປັນເວລາຍາວນານຕໍ່ການຕ້ອງຕິຂອງສະຫະລັດໂດຍ ເອີ້ນການກ່າວຫາຕ່່າງໆນາໆນັ້ນ ວ່າ “ຄຳເວົ້າແລະການກະທຳທີ່ຜິດ” ທີ່ເປັນການດູຖູກດູໝິ່ນນະໂຍບາຍຕ່າງໆທາງດ້ານສາສະໜາຂອງຈີນ ແລະສະພາບການຂອງເສລີພາບໃນດ້ານຄວາມເຊື່ອຖືທາງສາສະໜາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG