ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ກ່າວຫາຈີນ ລະເມີດຄຳໝັ້ນສັນຍາ ທີ່ຈະໃຫ້ຮົງກົງ ມີປະຊາທິປະໄຕ


ບັນດາສະມາຊິກໜ່ວຍດັບເພີງ ກຳລັງກວດສອບຢູ່ຫ້ອງສະພາ ຫຼັງຈາກສະມາຊິກສະພາໄດ້ກິ່ນບໍ່ດີອອກມາ ລະຫວ່າງການອ່ານຮ່າງກົດໝາຍເພງຊາດ ເມື່ອວັນທີ 4 ມິຖຸນາ 2020.
ບັນດາສະມາຊິກໜ່ວຍດັບເພີງ ກຳລັງກວດສອບຢູ່ຫ້ອງສະພາ ຫຼັງຈາກສະມາຊິກສະພາໄດ້ກິ່ນບໍ່ດີອອກມາ ລະຫວ່າງການອ່ານຮ່າງກົດໝາຍເພງຊາດ ເມື່ອວັນທີ 4 ມິຖຸນາ 2020.

ສະຫະລັດໄດ້ກ່າວຫາຈີນໃນວັນພະຫັດວານນີ້ວ່າ ລະເມີດຄວາມໝັ້ນໝາຍຂອງຕົນ ທີ່
ຈະໃຫ້ມີປະຊາທິປະໄຕຢູ່ໃນຮົງກົງ ບໍ່ເທົ່າໃດຊົ່ວໂມງຫຼັງຈາກສະພານິຕິ ບັນຍັດຮົງກົງ
ຮັບຜ່ານກົດໝາຍ ທີ່ຈະຖືວ່າເປັນການກະທຳຜິດ ສໍາລັບການບໍ່ ເຄົາລົບຕໍ່ເພງຊາດ
ຂອງຈີນ.

ໂຄສົກກະຊວງຕ່າງປະເທດສະຫະລັດ ທ່ານນາງມໍແກນ ອໍເຕກັສ ກ່າວຕໍ່ວີໂອເອວ່າ
“ບໍ່ເປັນຈັ່ງໂຊກ ພວກເຮົາໄດ້ເຫັນໃນຮອບຫຼາຍອາທິດທີ່ຜ່ານມາການກະທຳຫຼາຍໆ
ເທື່ອ ບ່ອນທີ່ອີກຄັ້ງນຶ່ງ ທີ່ຈີນສະແດງໃຫ້ໂລກເຫັນວ່າ ເຂົາເຈົ້າລະເມີດຕໍ່ຄຳໝັ້ນສັນ
ຍາເຂົາເຈົ້າ ຄວາມໝັ້ນໝາຍຂອງເຂົາເຈົ້າບໍ່ເຫຼືອຫຍັງເລີຍ ແລະເຂົາເຈົ້າບໍ່ເຄີຍ
ແລະກໍບໍ່ເຄີຍທີ່ຈະຮັກສາຄຳເວົ້າຂອງເຂົາເຈົ້າ.”

ທ່ານນາງກ່າວວ່າ “ພວກເຮົາພຽງແຕ່ຫວັງວ່າ ບັດນີ້ໂລກໄດ້ເຫັນ ປະທານປະເທດ
ທ່ານສີ ຈິ້ນຜິງ ວ່າທ່ານແມ່ນໃຜ ແລະບັດນີ້ເຫັນພັກຄອມມິວນິສຈີນວ່າ ເຂົາເຈົ້າ
ແມ່ນໃຜ.”

ສ່ວນໃຫຍ່ຂອງສະມາຊິກສະພານິຕິບັນຍັດຮົງກົງທີ່ນິຍົມປັກກິ່ງ ໄດ້ໃຫ້ການສະໜັບ
ສະໜູນຢ່າງຖ້ວມລົ້ນ ໃນການລົງຄະແນນສຽງ ຮັບຜ່ານກົດໝາຍເພງຊາດ. ມີການລົງ
ໂທດຕິດຄຸກເຖິງສາມປີ ແລະປັບໃໝສູງສຸດ 6,450 ໂດລາຕໍ່ບັນດາຜູ້ ໝິ່ນປະໝາດເພງ
ຊາດ “ການເດີນຂະບວນຂອງອາສາສະໝັກ” ຢູ່ໃນທີ່ສາທາ ລະນະ ຫຼືຫຼິ້ນ ຫຼືຮ້ອງເພງທີ່
ມີການດັດແປງ ຫຼືໃນທາງທີ່ບໍ່ໃຫ້ຄວາມເຄົາລົບ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG