ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ຫະ​ລັດ ກ່າວ​ຫາ 5 ບໍ​ລິ​ສັດ​ຈີນ ໃຫ້​ການ​ສະ​ໜັບ​ສະ​ໜຸນ ກອງ​ທັບ​ຣັດ​ເຊຍ


ແຟ້ມ - ຕຶກ​ກະ​ຊວງ​ການ​ຄ້າ​ຂອງ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 26 ມັງ​ກອນ 2022.
ແຟ້ມ - ຕຶກ​ກະ​ຊວງ​ການ​ຄ້າ​ຂອງ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 26 ມັງ​ກອນ 2022.

ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໄດ້​ເພີ້ມຊື່ 5 ບໍ​ລິ​ສັດ​ຂອງ​ຈີນ​ເຂົ້າ​ໃນ​ບັນ​ຊີ​ດຳ ເມື່ອ​ວັນ​ອັງ​ຄານ​ວານນີ້ ໂດຍ​ຖືກ​ກ່າ​ວ​ຫາ​ວ່າ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ກອງ​ທັບຣັດ​ເຊຍ​ແລະ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ປະ​ເທດ ເພື່ອ​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ສາ​ມາດ ​ໃນ​ການ​ບັງ​ຄັບ​ໃຊ້​ການ​ລົງ​ໂທດ​ຕໍ່​ມົ​ສ​ກູ ທີ່​ໄດ້​ບຸກ​ເຂົ້າ​ໄປ​ໃນ​ປະ​ເທດ​ຢູ​ເຄ​ຣນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ກະ​ຊວງ​ການ​ຄ້າ​ຂອງ​ສະ​ຫະ​ລັດ ຊຶ່ງ​ເປັນ​ຜູ້​ກຳ​ກັບ​ນຳ​ບັນ​ຊີ​ດຳ ກ່າວ​ວ່າ ບັນ​ດາ​ບໍ​ລິ​ສັດ​ເປົ້າ​ໝາຍ​ໄດ້​ສະ​ໜອງ​ອຸບ​ປະ​ກອນ​ຕ່າງໆ​ໃຫ້​ແກ່ “ພາກ​ສ່ວນ​ກ່ຽວ​ຂ້ອງ” ລະ​ຫວ່າງ​ການ​ການ​ບຸກ​ລຸກ​ເມື່ອ​ວັນ​ທີ 24 ກຸມ​ພາ ໂດຍ​ກ່າວ​ຕື່ມ​ວ່າ ພວກ​ເຂົາ “ຍັງ​ສືບ​ຕໍ່​ເຊັນ​ສັນ​ຍາ​ເພື່ອ​ສະ​ໜອງ​ອຸບ​ປະ​ກອນ​ໃຫ້​ແກ່ກອງ​ທັບ​ຣັດ​ເຊຍ ທີ່​ມີ​ຊື່​ເປັນ​ຜູ້​ທີ່​ຖືກ​ລົງ​ໂທດ.”

ກະ​ຊວງ​ການ​ຄ້າ​ຍັງ​ໄດ້​ເພີ້ມຊື່​ 31 ບໍ​ລິ​ສັດ​ເຂົ້າ​ໃນ​ບັນ​ຊີ​ດຳ​ຈາກ​ປະ​ເທດ​ຕ່າງໆ ຮວມ​ທັງ​ຣັດ​ເຊຍ ສະ​ຫະ​ລັດ​ອາ​ຣັບ​ເອ​ເມ​ເຣັ​ສ ລີ​ທົວ​ເນຍ ປາ​ກິ​ສ​ຖານ ສິງ​ກະ​ໂປ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອຸ​ສ​ເບັກ​ກິ​ສ​ຖານ​ແລະ​ຫວຽດ​ນາມ​ ອີງ​ຕາມ​ການ​ຈົດ​ບັນ​ທຶກ​ໃນ​ສະ​ໝຸດ​ຂອງ​ລັດ​ຖະ​ບານ​ກາງ. ແຕ່​ແນວ​ໃດ​ກໍ​ຕາມ ຈາກ​ທັງ​ໝົດ 36 ບໍ​ລິ​ສັດ​ທີ່​ຖືກ​ຈົດ​ເຂົ້າ​ໃນ​ບັນ​ຊີ​ດຳ​ນັ້ນ 25 ບໍ​ລິ​ສັດ​ແມ່ນ​ມີ​ຖານ​ປະ​ຕິ​ບັດ​ງານ​ຢູ່​ໃນ​ຈີນ.

ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ຮັບ​ຜິດ​ຊອບ​ໃນ​ດ້ານ​ອຸດ​ສາ​ຫະ​ກຳ​ແລະ​ຄວາມ​ໝັ້ນ​ຄົງ ທ່ານ​ອາ​ແລນ ແອັ​ສ​ຕີ​ເວ​ສ (Alen Estevez) ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ການ​ເອົາ​ບາດ​ກ້າວ​ໃນ​ມື້ນີ້ ແມ່ນ​ເປັນ​ການ​ເຕືອນ​ຢ່າງ​ໜັກ​ແໜ້ນ​ຕໍ່​ບັນ​ດາ​ບໍ​ລິ​ສັດ​ແລະ​ສ່ວນ​ບຸກ​ຄົນ​ຢູ່​ໃນ​ທົ່ວ​ໂລກ​ໃຫ້​ຮູ້​ວ່າ ຖ້າ​ພວກ​ເຂົາ​ເຈົ້າ​ຊອກ​ຫາ​ທາງ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ຣັດ​ເຊຍ ສະ​ຫະ​ລັດ​ກໍ​ຈະ​ຕັດ​ພວກ​ເຂົາ​ອອກ​ເຊັ່ນ​ດຽວ​ກັນ.”

ສະ​ຖານ​ທູດ​ຈີນ​ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ​ບໍ່​ໄດ້​ໃຫ້​ຄຳ​ຕອບ​ໃດໆ​ໃນ​ທັນ​ທີ​ຕໍ່​ການ​ຂໍ​ຄວາມ​ເຫັນ. 3 ບໍ​ລິ​ສັດ​ທີ່​ຕັ້ງ​ຢູ່​ໃນ​ຈີນ​ທີ່​ຖືກ​ກ່າ​ວ​ຫາ​ວ່າ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່ກອ​ງ​ທັບ​ຣັດ​ເຊຍ ມີ​ບໍ​ລິ​ສັດ Connec Electronic ຈຳ​ກັດ ບໍ​ລິ​ສັດ World Jetta ​ແລະ Logistic Limited ບໍ່​ສາ​ມາດ​ຕິດ​ຕໍ່​ເພື່ອ​ຂໍ​ຄວາມ​ເຫັນ​ໄດ້. ສ່ວນ​ອີກ 2 ບໍ​ລິ​ສັດ ຄື King Pai Technology Co., Ltd ແລະ Winninc Electronics ກໍ​ບໍ່​ໄດ້​ໃຫ​ຄຳ​ຕອບ​ໃນ​ທີ​ທັນ​ຕໍ່​ການ​ຂໍ​ຄວາມ​ເຫັນ.

ຮົງ​ກົງ​ຖືກ​ພິ​ຈາ​ລະ​ນາ​ວ່າ​ເປັນ​ສ່ວນ​ນຶ່ງ​ຂອງ​ດິນ​ແດນ​ຈີນ ສຳ​ລັບ​ຈຸດ​ປະ​ສົງ​ໃນ​ການ​ຄວບ​ຄຸມ​ການ​ສົ່ງ​ອອກ ນັບ​ແຕ່​ປັກ​ກິ່ງ​ໄດ້​ເລີ້ມ​ທຳ​ການ​ປາບ​ປາມ​ຕໍ່​ການ​ປົກ​ຄອງ​ຕົນ​ເອງ​ຂອງ​ເມືອງ​ດັ່ງ​ກ່າວ.

ບັນ​ຊີ​ດຳ​ລາຍ​ຊື່​ຂອງ​ບໍ​ລິ​ສັດ​ຕ່າງໆ​ແມ່ນ​ໝາຍ​ຄວາມ​ວ່າ ບັນ​ບໍ​ລິ​ສັດ​ຕ່າງໆ​ຂອງ​ສະ​ຫະ​ລັດ ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ອະ​ນຸ​ຍາດ​ ຈາກ​ກະ​ຊວງ​ການ​ຄ້າ ກ່ອນ​ທີ່​ຈະ​ສົ່ງ​ເຄື່ອງ​ໄປ​ໃຫ້​ພວກ​ເຂົາ​ໄດ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG