ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກ່າວຫາ ຣັດເຊຍ ໃຫ້ບ່ອນ ໂຄສະນາ ຊວນເຊື່ອ ແກ່ທ້າວ Snowden


ທ້າວ Edward Snowden ຖ່າຍຮູບກັບນາງ Sarah Harrison (ຊ້າຍ) ຈາກກຸ່ມເປີດເຜີຍຄວາມລັບ Wikileaks ທີ່ສະໜາມບິນ ກຸງມົສກູ (12 ກໍລະກົດ 2013)
ທ້າວ Edward Snowden ຖ່າຍຮູບກັບນາງ Sarah Harrison (ຊ້າຍ) ຈາກກຸ່ມເປີດເຜີຍຄວາມລັບ Wikileaks ທີ່ສະໜາມບິນ ກຸງມົສກູ (12 ກໍລະກົດ 2013)
ສະຫະລັດໄດ້ຕຳໜິຕິຕຽນຣັດເຊຍທີ່ອະນຸຍາດໃຫ້ທ້າວ Edward Snowden ອະດີດພະນັກງານສັນຍາຈ້າງ ຂອງອົງການສືບລັບ
ສະຫະລັດ ພົບປະກັບພວກນັກເຄື່ອນໄຫວດ້ານສິດທິມະນຸດຂະ
ນະທີ່ ພັກອາໄສຊົ່ວຄາວ ຢູ່ສະໜາມບິນ ກຸງມົສກູ ບ່ອນທີ່ຜູ້ກ່ຽວ
ພວມຕົກຢູ່ໃນສະຖານະການທີ່ບໍ່ແນ່ນອນມາໄດ້ເກືອບ 3 ອາທິດ
ແລ້ວນັ້ນ.

ທ່ານ Jay Carney ໂຄສົກທຳນຽບຂາວ ກ່າວໃນມື້ວັນສຸກວານນີ້
ວ່າ ຣັດເຊຍໄດ້ໃຫ້ເວທີໂຄສະນາຊວນເຊື່ອ ແກ່ທ້າວ Snowden
ທີ່ທ່ານເວົ້າວ່າ ຂັດກັນກັບຄຳປະກາດເປັນກາງຂອງຣັດເຊຍກ່ຽວ
ກັບເລື່ອງດັ່ງກ່າວນີ້.

ທ້າວ Snowden ທີ່ຖືກກ່າວຫາວ່າ ເປີດເຜີຍຄວາມລັບຂອງອົງການສືບລັບສະຫະລັດນັ້ນ ພວມຊອກຫາຊ່ອງທາງ ເພື່ອຂໍລີ້ໄພຊົ່ວຄາວຢູ່ທີ່ປະເທດຣັດເຊຍ ຈົນກວ່າລາວຈະສາມາດ ເດີນທາງໄປຍັງອາເມຣິກາລາຕິນ ບ່ອນທີ່ສາມປະເທດໄດ້ສະເໜີໃຫ້ບ່ອນລີ້ໄພ ແກ່ຜູກ່ຽວ ນັ້ນ.

ສະຫະລັດ ຢາກໃຫ້ມີການດຳເນີນຄະດີທ້າວ Snowden ຍ້ອນໄດ້ເປີດເຜີຍລາຍລະອຽດ ກ່ຽວກັບໂຄງການຕິດຕາມແບບລັບໆ ເບິ່ງການໃຊ້ໂທລະສັບແລະອິນເຕີແນັດຂອງປະຊາ ຊົນ ໂດຍອົງການຄວາມໝັ້ນຄົງແຫ່ງຊາດ ຫຼື NSA ຂອງສະຫະລັດ.

ໃນວັນສຸກວານນີ້ ທ້າວ Snowden ໄດ້ພົບປະກັບພວກນັກເຄື່ອນໄຫວດ້ານສິດທິມະນຸດ ແລະທະນາຍຄວາມຊາວຣັດເຊຍ ທີ່ສະໜາມບິນ Sheremetyevo ໃນກຸງມົສກູ ຕໍ່ມາກຸ່ມ ເປີດເຜີຍຄວາມລັບ WikiLeaks ໄດ້ພິມເຜີຍແຜ່ຖະແຫຼຂ່າວສະບັບນຶ່ງຂອງທ້າວ Snow- den ທີ່ເວົ້າວ່າ ລາວຢາກຢູ່ທີ່ປະເທດຣັດເຊຍ ຈົນກວ່າວ່າລາວ ຈະສາມາດເດີນທາງຢ່າງ ປອດໄພ ໄປຍັງອາເມຣິກາລາຕິນໄດ້.

ປະເທດໂບລີເວຍ ນິກາຣາກົວ ແລະເວເນຊູເອລາ ຕ່າງກໍໄດ້ສະເໜີໃຫ້ບ່ອນລີ້ໄພແກ່ທ້າວ Snowden ແຕ່ຜູ້ກ່ຽວ ບໍ່ສາມາດເດີນທາງ ໄປທາງໃດໄດ້ ຍ້ອນເຈົ້າໜ້າທີ່ອາເມຣິກັນ ໄດ້ ຖອນຫຼືລຶບລ້າງໜັງສືເດີນທາງຂອງຜູ້ກ່ຽວແລ້ວ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ໂອ້ລົມທາງໂທລະສັບກັບປະທານາທິ ບໍດີຣັດເຊຍ ທ່ານ Vladimir Putin ໃນວັນສຸກວານນີ້ກ່ຽວກັບກໍລະນີຂອງທ້າວ Snowden ແລະເລື່ອງອື່ນໆ. ລາຍລະອຽດ ກ່ຽວກັບການໂອ້ລົມ ຂອງທ່ານໂອບາມາ ແລະທ່ານ Putin ບໍ່ໄດ້ມີການເປີດເຜີຍໃຫ້ຊາບແຕ່ປະການ ໃດ.

ຣັດເຊຍກ່າວວ່າ ທ້າວ Snowden ບໍ່ຄວນທີ່ຈະສ້າງຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດ ຂອງສະຫະລັດ ຖ້າຜູ້ກ່ຽວຕ້ອງການຢາກລີ້ໄພ ຢູ່ປະເທດຣັດເຊຍ.
XS
SM
MD
LG