ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດເຕືອນ ໃຫ້ປະຊາຊົນລະວັງ ໃນໂອກາດ ວັນຄົບຮອບ 11 ກັນຍາ (ເບິ່ງວີດີໂອ)


ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດ ທ່ານນາງ Janet Napolitano (2 ກັນຍາ 2011)
ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດ ທ່ານນາງ Janet Napolitano (2 ກັນຍາ 2011)

ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດ ທ່ານນາງ Janet Na-
politano ກ່າວວ່າບໍ່ມີລາຍງານຂ່າວກອງທີ່ໜ້າເຊື່ອຖືໄດ້ທີ່ວ່າກຸ່ມກໍ່ການຮ້າຍອາລກາຍດາ ຫຼືເຄືອຂ່າຍຂອງກຸ່ມດັ່ງກ່າວພວມວາງແຜນທຳການໂຈມຕີສະຫະລັດ ເນື່ອງໃນໂອກາດວັນ
ຄົບຮອບ 10 ປີ ທີ່ພວກກໍ່ການຮ້າຍໄດ້ໂຈມຕີສະຫະລັດໃນວັນທີ 11 ກັນຍາປີ 2001.

ແຕ່ທ່ານນາງ Napolitano ເວົ້າວ່າ ພວກເຈົ້າໜ້າທີ່ຍັງສືບຕໍ່ດຳເນີນງານ ໃນສະພາບທີ່ມີ
ຄວາມລະມັດລະວັງສູງຂຶ້ນ. ຖະແຫຼງການຂອງທ່ານນາງໃນມື້ວັນສຸກວານນີ້ກ່າວວ່າ ມີການ
ເອົາມາດຕະການຈຳນວນນຶ່ງເພື່ອສືບຫາແລະປ້ອງກັນການວາງແຜນກໍ່ການຮ້າຍຕໍ່ສະຫະລັດ
ຖ້າເຫດການເຫຼົ່ານີ້ຫາກປາກົດຂຶ້ນ.

ຂະນະດຽວກັນ ລັດຖະບານສະຫະລັດ ໄດ້ເຕືອນຊາວອະເມຣິກັນຢູ່ໃນຕ່າງປະເທດ ໃຫ້ມີ
ຄວາມລະມັດລະວັງ.

ກະຊວງການຕ່າງປະເທດສະຫະລັດ ໄດ້ອອກຄຳເຕືອນກ່ຽວກັບການເດີນທາງ ຢູ່ໃນທົ່ວ
ໂລກ ໃນມື້ວັນສຸກວານນີ້ ໃຫ້ຊາວອະເມຣິກັນທີ່ພວມຢູ່ໃນລະຫວ່າງການເດີນທາງຫຼືອາ ໄສຢູ່ໃນຕ່າງປະເທດມີຄວາມລະມັດລະວັງກ່ຽວກັບອັນທີ່ກະຊວງຕ່າງປະເທດເອີ້ນວ່າໄພ ຂົ່ມຂູ່ທີ່ຍັງດຳເນີນຢູ່ຕໍ່ມາຂອງກຸ່ມກໍ່ການຮ້າຍອາລກາຍດານັ້ນ.

ກະຊວງການຕ່າງປະເທດສະຫະລັດ ເວົ້າວ່າ ຕົນບໍ່ໄດ້ລະບຸກ່ຽວກັບການຂົ່ມຂູ່ ທີ່ສະເພາະ
ເຈາະຈົງໃດນຶ່ງແຕ່ກໍເວົ້າວ່າຊາວອະເມຣິກັນຄວນຮູ້ສຶກດີວ່າ ເຄືອຂ່າຍຂອງກຸ່ມກໍ່ການຮ້າຍ
ອາລກາຍດາໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ ແລະມີຄວາມສາມາດທີ່ຈະທຳການໂຈມ
ຕີຕໍ່ສະຫະລັດແລະຜົນປະໂຍດຂອງສະຫະລັດຢູ່ໃນທົ່ວໂລກໄດ້. ຖະແຫຼງການດັ່ງກ່າວຍັງ
ເວົ້າວ່າ ບັນດາອົງການກໍ່ການຮ້າຍ ເຄີຍວາງແຜນໂຈມຕີມາກ່ອນ ເນື່ອງໃນໂອກາດວັນສຳ
ຄັນໆຕ່າງໆ.

XS
SM
MD
LG