ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກມອດໄຟ ທີ່ຮັບມືກັບເຫດຮ້າຍ 11 ກັນຍາ ມີໂອກາດເປັນມະເຮັງສູງ


ພວກເຈົ້າໜ້າທີ່ດັບໄຟຢູ່ນະຄອນນິວຢອກ ໄປເຕົ້າໂຮມກັນທີ່ຈະຕຸລັດ Times Square ໃນວັນທີ 2 ພຶດສະພາ 2011 ບໍ່ດົນລຸນຫຼັງການປະກາດ ຂອງປະທານາທິບໍດີບາຣັກໂອບາມາວ່າ ຜູ້ນຳຂອງກຸ່ມກໍ່ການຮ້າຍອາລກາຍດາ ນາຍ Osama bin-Ladan ໄດ້ຖືກຂ້າຕາຍ.
ພວກເຈົ້າໜ້າທີ່ດັບໄຟຢູ່ນະຄອນນິວຢອກ ໄປເຕົ້າໂຮມກັນທີ່ຈະຕຸລັດ Times Square ໃນວັນທີ 2 ພຶດສະພາ 2011 ບໍ່ດົນລຸນຫຼັງການປະກາດ ຂອງປະທານາທິບໍດີບາຣັກໂອບາມາວ່າ ຜູ້ນຳຂອງກຸ່ມກໍ່ການຮ້າຍອາລກາຍດາ ນາຍ Osama bin-Ladan ໄດ້ຖືກຂ້າຕາຍ.

ພວກເຈົ້າໜ້າທີ່ດັບໄຟທີ່ພາກັນຮີບຮ້ອນໄປກູ້ໄພທີ່ນະຄອນນິວຢອກລຸນຫຼັງການໂຈມຕີຂອງ
ພວກກໍ່ການຮ້າຍໃນວັນທີ 11 ກັນຍາປີ 2001 ນັ້ນ ພົບວ່າ ຜົນທີ່ຕິດຕາມທາງດ້ານສຸຂະ
ພາບພວມມີການເປີດເຜີຍໃຫ້ຮູ້.

ການສຶກສາຄັ້ງໃໝ່ ທີ່ພິມເຜີຍແຜ່ໃນວັນພະຫັດວານນີ້ໂດຍວາລະສານການແພດ Lancet
ກ່າວວ່າ ນຶ່ງທົດສະວັດລຸນຫຼັງທີ່ໄດ້ມີການໂຈມຕີແລ້ວ ພວກເຈົ້າໜ້າທີ່ມອດໄຟທີ່ໄດ້ຫາຍໃຈ
ເອົາອາຍຄວັນພິດແລະຂີ້ຝຸ່ນນັ້ນ ແມ່ນມີທ່າທາງຫຼາຍຂຶ້ນຢ່າງສຳຄັນ ທີ່ຈະເປັນມະເຮັງແລະ ເລີ່ມມີການເຈັບປ່ວຍທາງດ້ານຮ່າງກາຍແລະດ້ານຈິດໃຈອື່ນໆ.

ການສຶກສາອັນທີນຶ່ງ ແມ່ນໄດ້ວິເຄາະເບິ່ງປະວັດສຸກຂະພາບ ຂອງພວກເຈົ້າໜ້າທີ່ມອດໄຟ
ຫຼາຍກວ່າ 9,000 ຄົນແລະພົບເຫັນວ່າພວກທີ່ໄປມີໜ້າຢູ່ຕຶກສູນກາງການຄ້າໂລກລຸນຫຼັງ ທີ່ໄດ້ມີການໂຈມຕີຂອງພວກກໍ່ການຮ້າຍນັ້ນ 19% ແມ່ນມີທ່າທາງວ່າຈະເປັນມະເຮັງຫຼາຍ
ກວ່າພວກເພື່ອນຮ່ວມງານທີ່ບໍ່ໄດ້ໄປມີໜ້າໃນມື້ນັ້ນ.

ການສຶກສາກ່ອນໜ້ານີ້ ຂອງລັດຖະບານສະຫະລັດສະຫຼຸບວ່າ ຍັງບໍ່ມີຫຼັກຖານພຽງພໍເທື່ອ
ທີ່ໃຫ້ການສະໜັບສະໜຸນເຖິງຄວາມກ່ຽວພັນລະຫວ່າງການໂຈມຕີ ໃນວັນທີ 11 ກັນຍາ
ແລະໂຣກມະເຮັງ. ຜົນຂອງການສຶກສາເຫຼົ່ານີ້ແມ່ນໝາຍຄວາມວ່າພວກເຈົ້າໜ້າທີ່ມອດໄຟ ແລະພະນັກງານກູ້ໄພອື່ນໆທີ່ເປັນມະເຮັງນັ້ນບໍ່ສາມາດໄດ້ຮັບເງິນຊົດເຊີຍຈາກກອງທຶນພິ
ເສດຂອງລັດຖະບານທີ່ຕັ້ງຂຶ້ນມາເພື່ອຊ່ອຍພວກກູ້ໄພທີ່ລົ້ມປ່ວຍ.

ການສຶກສາອັນທີ 2 ແມ່ນໄດ້ວິເຄາະເບິ່ງ ສຸກຂະພາບຂອງພະນັກງານກູ້ໄພ ຫຼາຍກວ່າ
27,000 ຄົນແລະພົບວ່າ ໃນສັດສ່ວນທີສູງ ຂອງພວກທີ່ໄດ້ໄປຮັບມືກັບ ເຫດການໃນວັນ
ທີ 11 ກັນຍານັ້ນ ເວລານີ້ໄດ້ເຈັບປ່ວຍຍ້ອນໂຣກຕ່າງໆຮວມທັງເປັນຫືດ ໂຣກຄວາມເສົ້າ ແລະໂຣກຄວາມຕຶງຄຽດຫຼັງຈາກໄດ້ປະສົບເຫດການຮ້າຍແຮງ.

XS
SM
MD
LG