ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັນຄົບຮອບການໂຈມຕີຂອງ ພວກກໍ່ການຮ້າຍ


ຮອງປະທານາທິບໍດີ ສະຫະລັດ ທ່ານ Joe Biden (ຊ້າຍ) ຢືນຄຽງຂ້າງ ທ່ານນາງ Jill Biden ພັນລະຍາຂອງທ່ານ (ກາງ) ແລະເຈົ້າຄອງນະຄອນນິວຢອກ ທ່ານ Mike Bloomberg (ຂວາ) ໃນພິທີ ເນື່ອງໃນໂອກາດ ວັນຄົບຮອບ ການໂຈມຕີ ຂອງພວກກໍ່ການຮ້າຍ ທີ່ນະຄອນນິວຢອກ (11 ກັນຍາ 2010)
ຮອງປະທານາທິບໍດີ ສະຫະລັດ ທ່ານ Joe Biden (ຊ້າຍ) ຢືນຄຽງຂ້າງ ທ່ານນາງ Jill Biden ພັນລະຍາຂອງທ່ານ (ກາງ) ແລະເຈົ້າຄອງນະຄອນນິວຢອກ ທ່ານ Mike Bloomberg (ຂວາ) ໃນພິທີ ເນື່ອງໃນໂອກາດ ວັນຄົບຮອບ ການໂຈມຕີ ຂອງພວກກໍ່ການຮ້າຍ ທີ່ນະຄອນນິວຢອກ (11 ກັນຍາ 2010)

ໃນວັນເສົາມື້ນີ້ ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ຈະໄປຮ່ວມກັບລັດຖະມົນຕີ ປ້ອງກັນປະເທດ ສະຫະລັດທ່ານ Robert Gates ທີ່ທຳນຽບຫ້າແຈ ໃນ ພິທີໄວ້ອາໄລເນື່ອງໃນວັນຄົບຮອບປີທີ 9 ໃນການໂຈມ ຕີຂອງພວກກໍ່ການຮ້າຍ ໃນວັນທີ 11 ກັນຍາປີ 2001.

ໃນຄຳປາໄສປະຈຳສັບປະດາຂອງທ່ານນັ້ນປະທານາທິບໍດີ ໂອບາມາ ໄດ້ກຳນົດໃຫ້ວັນເສົາມື້ນີ້ ເປັນວັນຮັບໃຊ້ ແລະ ວັນໄວ້ອາໄລ ເພື່ອເປັນກຽດ ໃຫ້ແກ່ເກືອບ 3,000 ຄົນທີ່ ໄດ້ສູນເສຍຊີວິດ.

ທ່ານໂອບາມາກ່າວວ່າ ຖ້າຫາກມີບົດຮຽນ ທີ່ຈະໄດ້ຮັບການຖອດຖອນ ເນື່ອງໃນໂອກາດ ວັນຄົບຮອບນີ້ ກໍຄືສະຫະລັດ ເປັນປະເທດນຶ່ງດຽວ ແລະມີປະຊາຊົນນຶ່ງດຽວທີ່ປຸ້ມລຸ້ມສາ ມັກຄີ ດ້ວຍການມີອຸດົມການຮ່ວມກັນ.

ນອກນັ້ນແລ້ວ ທ່ານຍັງເວົ້າວ່າ ການຮັບໃຊ້ປະຊາຊົນ ທີ່ຕົກຢູ່ໃນພາວະຂັບຂັນນັ້ນ ຊາວ ອະເມຣິກັນ ໄດ້ໃຫ້ການຢືນຢັນອີກຄັ້ງນຶ່ງ ເຖິງແນວຄິດທີ່ທ້າທາຍ ຕໍ່ພວກທີ່ຢາກທຳລາຍ ສະຫະລັດ.

ທີ່ນະຄອນນິວຢອກ ລາຍຊື່ຂອງ 2,752 ຄົນ ທີ່ເສຍຊີວິດໃນການໂຈມຕີນັ້ນ ຈະຖືກນຳມາ ອ່ານດັງໆໂດຍບັນດາສະມາຊິກໃນຄອບຄົວ. ນອກນັ້ນ ຍັງຈະມີການຢືນສະຫງົບສະຕິອາລົມ ຊົ່ວໄລຍະນຶ່ງ ເວລາເຮືອບິນທີ່ຖືກຈີ້ລຳທີ 1 ແລະລຳທີ 2 ບິນເຂົ້າຕຳຕຶກແຝດສູນກາງການ ຄ້າໂລກ ແລະໃນເວລາຕໍ່ມາ ກໍແມ່ນລະລຶກເຖິງ ຕອນທີ່ຕຶກອາຄານທັງສອງ ໄດ້ພັງລົງມາ.

ມີການຈັດພິທີຂຶ້ນ ຢູ່ໃນທົ່ວສະຫະລັດ ເພື່ອໄວ້ອາໄລ ໃຫ້ແກ່ພວກເຄາະຮ້າຍ. ພິທີໄວ້ອາໄລ ຢ່າງເປັນທາງການທີ່ນະຄອນນິວຢອກ ຈະມີຮອງປະທານາທິບໍດີສະຫະລັດທ່ານໂຈ ໄບເດັນ ໄປຮ່ວມ ຂະນະທີ່ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ແລະອະດີດສະຕີ ໝາຍເລກນຶ່ງ ທ່ານນາງ Laura Bush ຈະເດີນທາງໄປຍັງ ເມືອງ Shanksville ໃນລັດ Pennsylvania ບ່ອນທີ່ເຮືອບິນ ທີ່ຖືກຈີ້ລຳທີ 4 ໄດ້ຕົກ.

ໃນຄຳປາໄສປະຈຳສັບປະດາຂອງພັກຣີພັບຣີກັນນັ້ນ ສະມາຊິກສະພາສູງ John Kyl ຈາກ ລັດ Arizona ກ່າວວ່າ ມັນເປັນເລື່ອງສຳຄັນ ທີີ່ຈະຈຳແນກ ລະຫວ່າງແນວຄິດ ຂອງ ພວກມຸສລິມຫົວຮຸນແຮງ ແລະສາສະໜາອິສລາມ ທີ່ມີປະຊາຊົນເຊື່ອຖື ຫຼາຍກວ່ານຶ່ງພັນ ລ້ານຄົນ ໃນທົ່ວໂລກນັ້ນ.

XS
SM
MD
LG