ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ວັນຄົບຮອບ 9 ປີ ໃນການ ໂຈມຕີ ຂອງພວກກໍ່ການຮ້າຍ


ການໂຈມຕີສະຫະລັດ ໃນວັນທີ 11 ກັນຍາ ປີ 2001
ການໂຈມຕີສະຫະລັດ ໃນວັນທີ 11 ກັນຍາ ປີ 2001

ວັນເສົາມື້ອື່ນນີ້ ເປັນວັນຄົບຮອບ ປີທີ 9 ໃນການໂຈມຕີຂອງພວກ ກໍ່ການຮ້າຍ ຢູ່ໃນສະຫະລັດ ໃນ ວັນທີ 11 ກັນຍາ ປີ 2001.

ສະຫະລັດມີແຜນການທີ່ຈະຈັດພິທີຈຳນວນນຶ່ງ ເພື່ອໄວ້ອາໄລ ໃຫ້ແກ່ພວກເຄາະຮ້າຍເກືອບ 3,000 ຄົນ ທີ່ໄດ້ເສຍຊີວິດ ໃນການໂຈມຕີ ແບບມີການປະສານງານກັນ ໂດຍພວກໂຈນ ອາກາດຈາກກຸ່ມກໍ່ການຮ້າຍອາລກາຍດາ. ພວກໂຈນອາກາດເຫຼົ່ານີ້ໄດ້ຈີ້ເຮືອບິນໂດຍສານ 4 ລຳ ໂດຍໄດ້ນຳເອົາເຮືອບິນ 2 ລຳ ແລ່ນເຂົ້າຕຳຕຶກແຝດ ສູນກາງການຄ້າໂລກ ທີ່ນະຄອນ ນິວຢອກ. ຕຶກອາຄານທີ່ສູງ 110 ຊັ້ນດັ່ງກ່າວ ໄດ້ພັງລົງ ໂດຍໄດ້ທັບແລະເຮັດໃຫ້ພວກພະ ນັກງານ ແລະເຈົ້າໜ້າທີ່ກູ້ໄພຈຳນວນນຶ່ງ ເສຍຊີວິດ.

ເຮືອບິນອີກລຳນຶ່ງ ຖືກຈີ້ ໃຫ້ແລ່ນເຂົ້າຕຳທຳນຽບ 5 ແຈ ຊຶ່ງເປັນກອງບັນຊາການທະຫານ ສະຫະລັດ ຢູ່ນອກກຸງວໍຊິງຕັນຂະນະ ທີ່ລຳທີ 4 ໄດ້ຕົກ ທີ່ເມືອງ Shanksville ໃນລັດ Pennsylvania ຫຼັງຈາກພວກຜູ້ໂດຍສານ ໄດ້ຕໍ່ສູ້ກັບພວກໂຈນອາກາດ. ເປັນທີ່ເຊື່ອກັນວ່າ ເຮືອບິນລຳທີ 4 ນີ້ ໄດ້ຖືກຈີ້ ໃຫ້ມຸ່ງໜ້າມາຍັງກຸງວໍຊິງຕັນ.

ປະທານາທິບໍດີ ບາຣັກ ໂອບາມາ ຈະລະລຶກເຖິງ ວັນຄົບຮອບດັ່ງກ່າວ ໃນວັນເສົາມື້ອື່ນໃນ ພິທີໄວ້ອາໄລ ທີ່ທຳນຽບ 5 ແຈ ຂະນະທີ່ ຮອງປະທານາທິບໍດີ ສະຫະລັດ ທ່ານ Joe Biden ຈະໄປຮ່ວມພິທີ ທີ່ນະຄອນນິວຢອກ.

ສ່ວນສະຕີໝາຍເລກນຶ່ງ ຂອງສະຫະລັດ ທ່ານນາງ Michelle Obama ແລະອະດີດສະຕີ ໝາຍເລກນຶ່ງ ທ່ານນາງ Laura Bush ມີກຳນົດ ທີ່ຈະໄປກ່າວຄຳປາໄສ ໃນພິທີໄວ້ອາໄລ ທີ່ຈັດຂຶ້ນ ຢູ່ເມືອງ Shanksville.

XS
SM
MD
LG