ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອາເມຣິກັນ ສະຫຼອງ ວັນເອກະລາດ ທີ 4 ກໍລະກົດ (ສະໄລດ໌/ວີດີໂອ)


ບັ້ງໄຟດອກ ເຮັດໃຫ້ທ້ອງຟ້າຂອງກຸງວໍຊິງຕັນ ສະຫວ່າງສະໄຫວ ເໜືອຕຶກ ລັດຖະສະພາ ສຫລ ອະນຸສາວະລີວໍຊິງຕັນ ແລະ ອະນຸສາວະລີລິນຄອນ ໃນຄໍ່າຄືນຂອງວັນທີ 4 ກໍລະກົດ ປີ 2013.
ບັ້ງໄຟດອກ ເຮັດໃຫ້ທ້ອງຟ້າຂອງກຸງວໍຊິງຕັນ ສະຫວ່າງສະໄຫວ ເໜືອຕຶກ ລັດຖະສະພາ ສຫລ ອະນຸສາວະລີວໍຊິງຕັນ ແລະ ອະນຸສາວະລີລິນຄອນ ໃນຄໍ່າຄືນຂອງວັນທີ 4 ກໍລະກົດ ປີ 2013.
ຊາວອາເມຣິກັນຈຳນວນຫຼາຍໆພັນຄົນ ພາກັນສະເຫຼີມສະຫຼອງ ວັນເອກະລາດ ຄົບຮອບ 237 ປີ ຂອງສະຫະລັດ ຢູ່ໃນບໍລິເວນ ສະໜາມຫຼວງແຫ່ງຊາດ ຂອງກຸງວໍຊິງຕັນ ໃນຕອນແລງຂອງວັນ ພະຫັດວານນີ້.

ການສະເຫຼີມສະຫຼອງໃນຕອນແລງມື້ວານນີ້ແມ່ນຮວມທັງການ
ສະແດງຄອນເສີດຢູ່ນອກຕຶກຫໍລັດຖະສະພາສະຫະລັດ.

ໃນຕອນທ້າຍຂອງການສະແດງຄອນເສີດດັ່ງກ່າວ ພວກທີ່ໄປ
ຮ່ວມ ຢູ່ໃນບໍລິເວນສະໜາມຫຼວງແຫງຊາດ ກໍໄດ້ເບິ່ງການຈູດ
ບັ້ງໄຟດອກຂະໜາດໃຫຍ່ ພ້ອມໆກັບການສະແດງ ຂອງວົງດຸ
ລິຍາງທະຫານ ທີ່ຫລິ້ນເພງ 812 Overture ຂອງ Tchaikovsky.



ກ່ອນໜ້ານັ້ນ ໃນວັນພະຫັດວານນີ້ ປະທານາທິບໍດີບາຣັກ ໂອບາມາ ກໍໄດ້ເປັນເຈົ້າພາບ ຈັດງານປີ້ງບາເບຄິວຕ້ອນຮັບຄອບຄົວພວກທະຫານໃນບໍລິເວນເດີ່ນກໍ້າໃຕ້ຂອງທຳນຽບ ຂາວ.

ວັນທີ 4 ກໍລະກົດ ແມ່ນຂີດໝາຍໃນການປະກາດເອກະລາດຂອງສະຫະລັດ ຈາກການ
ປົກຄອງຂອງອັງກິດ.

XS
SM
MD
LG