ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວອາເມຣິກັນ ສະ​ເຫຼີມສະຫຼອງ ວັນ​ເອກະລາດ​ ຄົບຮອບ 236 ປີ (ສະໄລດ໌ກັບວີດີໂອ)


ເນື່ອງໃນໂອກາດສະຫຼອງວັນເອກກະລາດ ທ່ານໂອບາມາ ໄດ້ເປັນເຈົ້າພາບຈັດພິທີສາບານຕົວ ເປັນສັນຊາດອາເມຣິກັນ ແກ່ທະຫານປະຈໍາການ 25 ຄົນ ທີ່ທໍານຽບຂາວ
ເນື່ອງໃນໂອກາດສະຫຼອງວັນເອກກະລາດ ທ່ານໂອບາມາ ໄດ້ເປັນເຈົ້າພາບຈັດພິທີສາບານຕົວ ເປັນສັນຊາດອາເມຣິກັນ ແກ່ທະຫານປະຈໍາການ 25 ຄົນ ທີ່ທໍານຽບຂາວ

ການສະ​ເຫຼີມສະຫຼອງວັນ​ເອກ​ກະລາດ​ປະ​ຈໍາປີ​ໃນ​ທົ່ວ​ສະຫະລັດ​ໄດ້​ສິ້ນ​ສຸດ​ລົງ​ເມື່ອ​ວັນ​ພຸດ​ວານ​ນີ້ ດ້ວຍ​ການ​ຈູດ​ບັ້ງ​ໄຟ​ດອກ​ຍາມ​ແລງ​ຕາມ​ປະ​ເພນີຢູ່​ໃນຫຼາຍຫົວ​ເມືອງ.

ສ່ວນ​ທີ່​ນະຄອນຫຼວງວໍ​ຊິງ​ຕັນ​ດີ​ຊີນັ້ນ ຝຸງ​ຊົນ​ຈໍານວນຫຼວງຫຼາຍ ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ບໍລິ​ເວັນ​ໜ້າ​ຕຶກ​ສະພາ​ສະຫະລັດ ຫຼື US Capitol ​ເພື່ອ​ຊົມ ລາຍການ​ສະ​ແດງ​ດົນຕີ ປະ​ເພດ​ປຸກ​ຄວາມຮັກ​ຊາດ ​ໃນ​ຂະນະ​ທີ່​ການ​ຈູດບັ້ງ​ໄຟ​ດອກໄດ້​ເລິ່ມສ່ອງ​ແສງ​ເຫຼື້ອມງາມ​ຕາຢູ່​ເທິງ​ທ້ອງຟ້າ​ດ້ານຫຼັງຂອງອະ​ນຸສາ​ວະລີວໍ​ຊິງ​ຕັນຫຼື Washington Monument ຊຶ່ງ​ໃນ​ຂະນະ​ດຽວ​ກັນ ຊາວ​ນີວຢ໊ອກກໍ​ທໍາ​ການ​ຈູດ​ບັ້ງ​ໄຟ​ດອກ​ຢ່າງ​ສົດ​ສວຍ​ງາມ​ຕາ​ເຊັ່ນ​ກັນ​ເທິງ​ທ່າ​ເຮືອ​ນີວຢ໊ອກທີ່​ມີ​ຊື່​ສຽງ​ ຄື​ທີ່​ຕັ້ງ​ຂອງ​ອະນຸສາວະລີອິດສະຫຼະພາບນັ້ນ.

​ໃນ​ຕອນເຊົ້າ​ຂອງ​ວັນ​ພຸດ​ວານ​ນີ້ ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາ​ທິບໍດີ ສະຫະລັດ ​ໄດ້​ຕ້ອນຮັບ​ນາຍ​ທະຫານ​ປະ​ຈໍາ​ການ​ສະຫະລັດ 25 ຄົນ ​ໃນ​ພິທີ​ສາບານ​ຕົວ​ເປັນ​ສັນຊາ​ດອາ​ເມ​ຣິກັນ​ທີ່​ທໍານຽບຂາວ. ​ໃນ​ເວລາ​ຕໍ່​ມາ ປະທານາທິບໍດີ​ກໍ​ໄດ້​ສະ​ແດງ​ຄວາມ​ເຄົາລົບ​ຕໍ່​ຄອບຄົວ​ຂອງ​ບັນດາ​ທະຫານ ​ແລະ​ກໍ​ໄດ້​ເຊື້ອ​ເຊີນ​ພວກ​ເຂົາ​ເຈົ້າ​ຮ່ວມ​ຊຸມ​ປິ້ງ​ບາ​ບີ​ຄິວ​ກັນ ​ແລະ​ການສະ​ແດງ​ດົນຕີ​ທີ່​ບັນ​ເລງ​ໂດຍ​ວົງ​ດົນ​ມາຣີນສະຫະລັດ. ​ຊຶ່ງ​ທ່ານ​ໂອ​ບາ​ມາກ່າວ​ໃນ​ຕອນ​ນຶ່ງ​ວ່າ:

“ພວກ​ທ່ານ​ທັງ​ໝົດ​ໄດ້​ຕາງໜ້າ​ໃຫ້ສິ່ງ​ທີ່​ດີ​ທີ່​ສຸດ​ໃນ​ອາ​ເມຣິກາ. ພວກ​ທ່ານ​ໄດ້​ຮັບ​ໃຊ້​ພາຍ​ໃຕ້​ທຸງຊາດ​ອັນ​ພາກພູມ​ໃຈ​ຂອງ​ພວກ​ເຮົາ. ພວກ​ທ່ານ​ແລະ​ຄອບຄົວ​ຂອງ​ພວກ​ທ່ານ​ໄດ້​ເສຍສະຫຼະຫຼາຍກວ່າ​ທີ່​ພວກ​ເຮົາ​ຈະ​ຮູ້ ຊຶ່ງ ທັງ​ໝົດ​ແມ່ນ​ຢູ່​ໃນ​ການ​ປ້ອງ​ກັນ​ສິດ​ທິຕ່າງໆ​ທີ່​ປະທານ​ໃຫ້​ໂດຍ​ພະ​ເຈົ້າ ທີ່​ໄດ້​ຈາລຶກ​ໄວ້​ໃນ​ເອກ​ກະສາ​ນ​ເປັນ​ເທື່ອ​ທໍາ​ອິດ​ເມື່ອ 236 ປີກ່ອນ ນັ້ນກໍ​ຄື ຊີວິດ ອິດສະຫຼະພາບ ​ແລະ ການຊອກ​ສະ​ແຫວ​ງຄວາມສຸກ​”

ທ່ານ​ມິດ ຣອມນີ ຜູ້​ທີ່​ເບິ່ງ​ຄື​ວ່າ​ ຈະ​ເປັນ​ຂູ່​ແຂ່ງ​ຈາກພັກ​ຣີພັບ​ບລິ​ກັນ​ຂອງ​ທ່ານໂອ​ບາ​ມາ​ໃນ​ການ​ເລືອກຕັ້ງ​ທົ່ວ​ປະ​ເທດ​ໃນ​ເດືອນ​ພະຈິກ​ຕໍ່ໜ້າ​ນີ້ ​ໄດ້​ໃຊ້​ເວລາ​ໃນ​ວັນ​ພັກ​ດັ່ງກ່າວ​ຍ່າງ​ປະກອບ​ສ່ວນນໍາ​ຂະບວນ​ແຫ່ພິທີ​ສະ​ເຫຼີມ ສະຫຼອງວັນ​ເອກ​ກະລາດ ທີ່​ລັດ New Hampshire ພາກ​ຕາ​ເວັນ​ອອກ ສຽງ​ເໜືອ​ຂອງ​ສະຫະລັດ ບ່ອນ​ທີ່​ທ່ານ​ແລະ​ຄອບຄົວ​ຂອງ​ທ່ານ​ເອົາ​ເວລາ​ພັກຜ່ອນ​ຈາກ​ການໂຄສະນາ​ຫາ​ສຽງ​ນັ້ນ.

ວັນພັກ​ວັນ​ທີ່ 4 ກໍລະກົດ​ປະ​ຈໍາປີ​ນີ້ ເປັນ​ວັນ​ທີ່​ສ້າງຄວາມ​ຜິດ​ຫວັງ​ຢ່າງ ນຶ່ງ​ແກ່​ຊາວ​ອາ​ເມຣິກັນຫຼາຍຄົນ ນັ້ນ​ກໍ​ຄື​ຊາວ​ອາ​ເມຣິກັນຫຼາຍກວ່າ​ນຶ່ງ​ລ້ານ ຄົນ​ໃນ​ເຂດ​ຕາ​ເວັນ​ອອກ​ຂອງ​ສະຫະລັດ​ ບໍ່​ມີ​ໄຟຟ້າ​ໃຊ້ ຫຼັງຈາກ​ໄດ້​ເກີດ ລົມພາຍຸຂະໜາດ​ແຮງ​ແລະ​ພາຍຸ​ຝົນ​ເມື່ອ​ວັນ​ສຸກອາທິດ​ຜ່ານ​ມາ​ນີ້. ນອກ​ນີ້ ຊາວ​ອາ​ເມຣິກັນອີກຫຼາຍລ້ານ​ຄົນ ຕ້ອງ​ສູ້​ທົນ​ກັບ​ຄວາມ​ຮ້ອນ​ເອົ້າ ທີ່​ຮ້າຍ​ແຮງ​ຈາກ​ອຸນ​ຫະພູມ​ສູງ​ກວ່າ 38 ດີ​ກຣີ​ເຊ​ລຊຽສ ຢູ່​ໃນ​ບາງແຫ່ງ.

ຄວາມ​ຮ້ອນ ຄວາມ​ແຫ້ງ​ແລ້ງ ​ແລະໄຟ​ປ່າ ກໍ​ຍັງ​ເຜົາໄໝ້​ຢູ່​ໃນ​ເຂດພາກ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ ທີ່​ບັງຄັບ​ໃຫ້​ພວກ​ເຈົ້າໜ້າ​ທີ່​ ຕ້ອງໄດ້ລົບ​ລ້າງ​ການ​ຈູ​ດບັ້ງ​ໄຟ​ດອກ ​ໃນເມືອງໃຫຍ່​ແລະ​ນ້ອຍ ​ຢູ່ໃນ 20 ລັດ.

ການສະເຫລີມສະຫລອງຢູ່ນະຄອນຫລວງວໍຊິງຕັນ:

XS
SM
MD
LG