ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ສະເຫຼີມສະຫຼອງ ວັນເອກະລາດ ທີ 4 ກໍລະກົດ (ສະໄລດ໌/ວີດີໂອທີ່ກ່ຽວຂ້ອງ)


ທ່ານ Thomas Jefferson ປະທານາທິບໍດີຄົນທີ່ສີ່ຂອງສະຫະລັດ ແລະເປັນຜູ້ຮ່າງຄໍາປະກາດ ເປັນເອກະລາດ ຈາກການປົກຄອງຂອງອັງກິດ.
ທ່ານ Thomas Jefferson ປະທານາທິບໍດີຄົນທີ່ສີ່ຂອງສະຫະລັດ ແລະເປັນຜູ້ຮ່າງຄໍາປະກາດ ເປັນເອກະລາດ ຈາກການປົກຄອງຂອງອັງກິດ.

ຈາກ​ລັດ​ອະ​ລາສກ້າ​ທີ່ຢູ່​ຫ່າງ​ໄກ ​ໄປ​ຈົນ​ເຖິງ​ອ່າວເມັກ​ຊິ​ໂກ ​ໃນ​ວັນ​ພຸດ​ມື້​ນີ້ ຊາວ​ອາ​ເມ​ຣິກັນພາກັນ​ສະ​ເຫຼີມສະຫຼອງວັນຊາດ ອັນ​ເປັນວັນ​ຄົບຮອບ​ປີທີ 236 ​ໃນ​ການ​ປະກາດ​ເອກກະລາດ​ຈາກ​ການ​ປົກຄອງ​ຂອງອັງກິດ.

​ໃນ​ໂອກາດ​ນີ້ ຊາວ​ອາ​ເມຣິກັນຫຼາຍສິບ​ລ້ານ​ຄົນ​ ທີ່​ອາໄສ​ຢູ່​ຕາມ​ຫົວ​ເມືອງ ນ້ອຍ​ແລະໃຫຍ່ ຈະ​ພາກັນ​ຢືນ​ລຽນ​ແຖວ​ຢູ່​ຕາມ​ເສັ້ນທາງ​ແຫ່​ຂະ​ບວນ ​ເບິ່ງ​ການ​ຈູດ​ບັ້ງ​ໄຟ​ດອກ ​ໄປກິນ​ເຂົ້າປ່າ​ປິກ​ນິກ ເບິ່ງ​ງານ​ສະ​ແດງ​ດົນຕີ ​ແລະ ສັງ​ສັນ​ກັບ​ພີ່​ນ້ອງ. ທີ່​ນະຄອນຫຼວງວໍ​ຊິງ​ຕັນ ພວກ​ມາ​ເບິ່ງ​ມາຊົມຫຼາຍຮ້ອຍ ພັນ​ຄົນ ອັ່ງ​ອໍ​ກັນຢູ່ເຕັມ​ບໍລິ​ເວນ​ສະໜາມຫຼວງ ​ເພື່ອ​ເບິ່ງ​ຊົມ​ງານ​ສະ​ແດງ ດົນ​ຕີ​ ແລະ​ເບິ່ງ​ການ​ຈູດ​ບັ້ງ​ໄຟ​ດອກ​ອັນ​ຍິ່ງໃຫຍ່ ​ທີ່​ມີ​ການຖ່າຍ​ທອດ​ທາງໂທລະພາບ​ໄປ​ທົ່ວ​ປະ​ເທດ.

ພ້ອມ​ນີ້ ປະທານາທິບໍດີ​ໂອ​ບາ​ມາ​ກໍ​ເຂົ້າຮ່ວມກັບ​ອົງການ USO ເປັນ​ເຈົ້າພາບ​ຈັດພິທີ​ສະ​ແດງ​ຄວາມ​ເຄົາລົບຕໍ່​ກອງທັບ​ປະ​ຈໍາປີ​ທີ່​ຄັ້ງ​ທີ່​ສີ່ ​ທີ່ທໍານຽບ ຂາວ ພ້ອມດ້ວຍ​ລາຍການປິ້ງ​ບາ​ບີ​ຄິວ ຫຼິ້ນ​ເກ​ມ ​ແລະ​ສະ​ແດງ​ດົນຕີ ທີ່​ບັນ​ເລ​ງ​ໂດຍວົງດົນຕີທະຫານ​ມາຣີນປະ​ຈໍາ​ປະທານາທິບໍດີ. ນອກ​ນີ້​ແລ້ວ ນາງ Malia ລູກ​ສາວ​ຂອງ​ທ່ານ​ໂອ​ບາ​ມາ​ມີ​ອາຍຸ​ຄົບ 14 ປີ​ໃນ​ວັນ​ພຸດ​ມື້​ນີ້ ​ແຕ່​ບໍ່​ຮູ້​ວ່າ​ນາງມາ​ເລຍ ຈະ​ສະຫຼອງວັນ​ເກີດ​ ໃນ​ລະຫວ່າງ​ວັນຊາດ​ສະຫະລັດຫຼືບໍ່.

ເບິ່ງການສະຫລອງວັນເອກະລາດຂອງອາເມຣິກາ ຢູ່ໃນແຫ່ງຕ່າງໆ ປີກາຍນີ້ແລະປີນີ້:

ນອກ​ນີ້​ແລ້ວ ບັ້ງ​ໄຟ​ດອກ ກໍຈະ​ສົ່ງ​ແສງສີ​ເຫຼື້ອມງາມ​ຕາຢູ່​ໃນທ້ອງຟ້າ​ຍາມ​ຄໍ່າ​ຄືນ ເທິງເຂດ​ສະໜາມ​ລົບອັນ​ສັກສິດ​ຈາກ​ປາງ​ສົງຄາມ​ປີ 1812 ​ແລະ​ສົງຄາມກາງ​ເມືອງໃນສັດຕະວັດ​ທີ່ 19 ຂອງ​ອາ​ເມ​ຣິກາ. ງານສະ​ເຫຼີມສະ ຫຼອງ​ທໍາ​ນອງດຽວ​ກັນ​ນີ້ ກໍ​ໄດ້​ຈັດ​ຂຶ້ນທີ່​ນະຄອນ Philadelphia ​ເມືອງຫຼວງ ​ແຫ່ງ​ທໍາອິດ​ຂອງ​ອາ​ເມ​ຣິກາ ທີ່ Annapolis ​ເມືອງຫຼວງລັດ​ແມ​ຣີ​ແລນ​ດ໌ ​ແລະທີ່​ນະຄອນນີວຢ໊ອກ.

ຄໍາ​ປະກາດ​ເອກະລາດ ​ທີ່​ຮ່າງ​ຂຶ້ນ​ໂດຍ​ທ່ານ Thomas Jefferson ​ໃນ ​ເດືອນ​ມິຖຸນາ ປີ 1776 ນັ້ນ ຄື​ສັນຍະລັກ​ແຫ່ງ​ອິດສະຫຼະພາບ ​ທີ່ໄດ້​ຮັບການຖະນຸຖະໜອມ​ທີ່ສຸດ​ຂອງ​ອາ​ເມ​ຣິກາ. ລັດຖະສະພາ​ຈາກ 13 ອານາ​ນິຄົມ​ໄດ້​ໃຫ້ການ​ອະນຸມັດ​ຕໍ່ຄໍາ​ປະກາດ​ດັ່ງ​ກ່າວ​ຢ່າງ​ເປັນ​ທາງ​ການ​ບໍ່​ເທົ່າ​ໃ​ດອາທິດ​ຕໍ່​ມາ ຄື​ວັນ​ທີ 4 ​ເດືອນ ກໍລະກົດ.

ແຕ່ການບູລະນະສ້າງສາຢູ່ບໍລິເວນສະໜາມຫລວງທີ່ວໍຊິງຕັນດີຊີ ແມ່ນຈະສ້າງຄວາມ
ບໍ່ສະດວກໃຫ້ແກ່ ພວກທີ່ໄປຮ່ວມສະຫລອງ ຟັງຄອນເສິດແລະເບິ່ງບັ້ງໄຟດອກ:

XS
SM
MD
LG