ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ກ່າວວ່າ ການໂຈມຕີ ຂອງພວກກໍ່ການຮ້າຍ ເພີ້ມຂຶ້ນ 35 ເປີເຊັນ ໃນປີ 2014


US Terror Report
please wait
Embed

No media source currently available

0:00 0:01:10 0:00

ກະຊວງ​ຕ່າງປ​ະ​ເທດສະຫະລັດ ກ່າວ​ວ່າ ​ການ​ໂຈມຕີ​ຂອງ​ພວກ
ກໍ່ການ​ຮ້າຍ ​ຢູ່​ທົ່ວ​ໂລກ​ເພີ້​ມຂື້ນ 35 ​ເປີ​ເຊັນ​ໃນ​ປີ 2014 ​ພ້ອມ
​ດ້ວຍການ​ເສຍ​ຊີວິດທີ່ເພີ້ມຂຶ້ນ 81 ​ເປີ​ເຊັນ​ ສ່ວນ​ໃຫຍ່ແມ່ນມາ
ຈາກ​ກິດຈະກຳກໍ່​ການ​ຮ້າຍຢູ່​ໃນອີຣັກ ອັຟກາ​ນິສຖານແລະ​ໄນ
​ຈີ​ເຣຍ.

ກະຊວງ​ຕ່າງປະ​ເທດ​ກ່າວຢູ່​ໃນ​ລາຍ​ງານ​ປະຈຳປີຂອງຕົນກ່ຽວ
ກັບການ​ກໍ່​ການ​ຮ້າຍ ຢູ່ໃນ​ທົ່ວ​ໂລກ ທີ່ນຳອອກເຜີຍແຜ່​ ໃນ​ວັນ​
ສຸກ​ວານ​ນີ້ ວ່າ “​ໃນ​ປີ 2014 ມີ ການໂຈມຕີກໍ່ການຮ້າຍ​ທັງ​ໝົດ
ຢູ່ໃນທົ່ວໂລກ 13,463 ​ຄັ້ງ ອັນ​ເປັນ​ຜົນ ​ເຮັດ​ໃຫ້​ຫລາຍ​ກວ່າ
32,700 ຄົນ​ເສຍ​ຊີວິດ ​ແລະ​ຫຼາຍ​ກວ່າ 34,700 ​ໄດ້​ຮັບ​ບາດ
​ເຈັບ”

ລາຍ​ງານກ່າວວ່າ ການເສຍ​ຊີວິດ​ເພີ້ມຂຶ້ນແມ່ນ​ເກີດ​ຂື້ນ​ຈາກ​ການ​ໂຈມ​ຕີ​ທີ່ "ຮ້າຍ​ແຮງ​ເປັນ
ພິເສດ." ​ໃນ​ປີ 2014 ​ໄດ້​ມີ​ການ​ໂຈມຕີ 20 ​ເທື່ອທີ່​ໄດ້​ສັງຫານ​ ຫລາຍ​ກວ່າ 100 ຄົນ ປຽບ ທຽບໃສ່ການໂຈມຕີ 2 ເທື່ອ ໃນທຳນອງນີ້ ​ໃນ​ປີ 2013”. ​ນອກນັ້ນແລ້ວລາຍງານ​ຍັງ​ໃຫ້​ຂໍ້​ສັງ​ເກດ​ວ່າ ຫລາຍ​ກວ່າ 9,400 ຄົນ ​ໄດ້​ຖືກ​ລັກພາ​ໂຕ ​ໂດຍ​ພວກ​ກໍ່​ການ​ຮ້າຍ ​ໃນ​ປີ 2014
ສາມ​ເທົ່າຫລາຍ​ກວ່າ​ປີ 2013.

ລາຍງານກ່າວວ່າ ອີຣັກແມ່ນຈຳນວນຜູ້ເສຍຊີວິດທີ່ພົວພັນກັບການກໍ່ການຮ້າຍແລະການ
ລັກພາໂຕຫຼາຍທີ່ສຸດຊຶ່ງບັງເອີນມີຂຶ້ນພ້ອມກັບການຂະຫຍາຍການປະຕິບັດງານຂອງກຸ່ມ ລັດອິສລາມ. ລາຍງານໃຫ້ຂໍ້ສັງເກດວ່າ ກຸ່ມດັ່ງກ່າວ ໄດ້ຍຶດເອົາດິນແດນ ແບບທີ່ບໍ່ເຄີຍມີ ມາກ່ອນ ທັງຢູ່ໃນອີຣັກແລະຊີເຣຍ.

ຢູ່​ໃນ ​ໄນ​ຈີ​ເຣຍ ​ເກືອ​ບ 1,300 ຄົນ ​ໄດ້​ຖືກ​ລັກພາ​ໂຕ ຫລື​ຈັບ​ເປັນໂຕ​ປະກັນ​ໃນ​ການ​ໂຈມ
ຕີຂອງ​ພວກ​ກໍ່​ການ​ຮ້າຍ ​ໃນ​ປີ 2014 ປຽບທຽບ​ໃສ່ໜ້ອຍ​ກວ່າ 100 ​ເທື່ອ ​ໃນ​ປີ 2013 ອີງ
ຕາມລາຍ​ງານ ໂດຍໃຫ້​ຂໍ້​ສັງ​ເກດ​ວ່າ ກຸ່ມ Boko Haram ​ໄດ້​ເປັນ​ຜູ້​ຮັບຜິດ​ຊອບ ​ຕໍ່ສ່ວນ
ໃຫຍ່​ຖ້າຫາກ​ບໍ່​ແມ່ນ​ການ​ລັກພາ​ໂຕ​ທັງ​ໝົດ. ນີ້​ແມ່ນຮວມທັງ​ການ​ລັກພາ​ໂຕ​ຂອງເດັກ​ຍິງ​ຫລາຍ​ຮ້ອຍ​ຄົນ​ຈາກ​ໂຮງຮຽນ​ໃນ​ເມືອງ Chibok.​

ຢູ່​ໃນ​ອັຟກາ​ນິສຖານ ລາຍ​ງານ​ກ່າວ​ວ່າ “ການ​ໂຈມຕີແມ່ນ​ໄດ້​ດຳເນີນການ​ໂດຍກຸ່ມ Ta-
liban ​ໃນປີ 2014 ຊຶ່ງໄ້ສັງ​ຫານ​ຫລາຍ​ກວ່າ 3,400 ຄົນ ຮວມທັງ​ຜູ້​ກໍ່​ການ​ຮ້າຍ​ແລະ​ໄດ້​
ຮັບ​ບາດ​ເຈັບ​ຫລາຍ​ກວ່າ 3,300 ຄົນ.”

ມີການຖິ້ມໂທດໃສ່ກຸ່ມລັດ​ອິສລາມທີ່ເຮັດໃຫ້ມີຜູ້ເສຍ​ຊີວິດຫຼາຍທີ່ສຸດທີ່ພົວພັນກັບການ
ກໍ່​ການ​ຮ້າຍ ​ໃນ​ປີ 2014 ຕິດ​ຕາມ​ມາ​ດ້ວຍ ກຸ່ມ Taliban ກຸ່ມ​ຫົວຮຸນແຮງ ​ al-Shabab
ຂອງໂຊມາເລຍ ​ແລະກຸ່ມ Boko Haram ຂອງໄນຈີເຣຍ.

Terrorism Report: Islamic State, Boko Haram Among Worst
please wait

No media source currently available

0:00 0:02:00 0:00

XS
SM
MD
LG