ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Gates ວ່າກໍານົດ ຖອນທະຫານຈາກອັຟການິສ ຖານ ຈະບໍ່ປ່ຽນແປງ


ທ່ານ Robert Gates ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ ກ່າວຕໍ່​ໜັງສືພິມ​ໃຫຍ່​ສະບັບ​ນຶ່ງ​ໃນ​ສະຫະລັດ​ວ່າ ກໍານົດ​ເວລາເດືອນກໍລະກົດ ​ປີ 2011​ ສໍາລັບ​ການເລີ້ມ​ຕົ້ນ​ຖອນ​ທະຫານ​ອາ​ເມ​ຣິກັນ​ອອກ​ຈາກ​ອັຟກາ​ນິສຖານ​ນັ້ນ ຈະ​ບໍ່​ປ່ຽນ​ແປງ ຊຶ່ງ​ເຮັດໃຫ້ຄວາມ​ເຫັນຂອງ​ທ່ານຂັດແຍ້​ງກັນ​ກັບ​ຄວາມ​ເຫັນ​ຂອງ​ນາຍ​ພົນ David Petraeus ຜູ້ບັນຊາ​ການ​ສູງ​ສຸດຂອງ​ກຳລັງທັບສະຫະລັດ ​ທີ່​ອັຟກາ​ນິສຖານ​ນັ້ນ.

ຄືໃນ​ຂະນະ​ທີ່​ທັງ​ສອງ​ທ່ານ​ເຫັນ​ພ້ອມ​ນໍາ​ກັນ​ກ່ຽວ​ກັບ​ຄວາມ​ຈໍາ​ເປັນ​ໃນການ​ຖອນ​ທະຫານ​ອອກ​ໄປ​ເທື່ອ​ລະ​ຂັ້ນ​ນັ້ນ ​ແຕ່​ ພວກ​ທ່ານກໍ​ບໍ່​ເຫັນພ້ອມ​ນໍາ​ກັນ ກ່ຽວ​ກັບ​ການ​ປ່ຽນ​ແປງ​ໄດ້​ໃນ​ວັນ​ເວລາ​ສໍ​າລັບການ​ເລີ້ມ​ຕົ້ນ​ຖອນ​ທະຫານ​ອອກ​ ທີ່​ປະທານາທິ ບໍດີ​ບາຣັກ ​ໂອ​ບາ​ມາ​ໄດ້​ກໍານົດໄວ້​ແລ້ວໃນ​ປີ​ກາຍນີ້.

ທ່ານ Gates ກ່າວ​ຕໍ່​ໜັງສືພິມ Loas Angeles Times ສະບັບ​ວັນຈັນ​ມື້​ນີ້ວ່າ ບໍ່​ມີ​ຄວາມ​ສົງໄສຢູ່​ໃນ​ຈິດ​ໃຈ​ຂອງ​ຜູ້​ໃດເລີຍ ກ່ຽວ​ກັບ​ເລື້ອງ​ທີ່ວ່າ ພວກ​ເຮົາຈະ​ເລີ້​ມຖອນ​ທະຫານ​ ​ອອກໄປໃນ​ເດືອນ​ກໍລະກົດ​ປີ 2011 ນັ້ນ.

ແຕ່​ນາຍ​ພົນ Petraeus ​ຊໍ້າພັດ​ກ່າວ​ໃນ​ການ​ໃຫ້​ສໍາພາດ​ຕໍ່​ຕາໜ່າງ ຂ່າວ​ໂທລະພາບ NBC ວ່າ ການ​ຖອນ​ທະຫານຈາກ​ອັຟກາ​ນິສຖານ​ ໃນ​ເດືອນ​ກໍລະກົດ​ ປີ 2011 ນັ້ນ ​ແມ່ນຂຶ້ນ​ຢູ່​ກັບ​ລະດັບຂອງຄວາມ​ປອດ​ໄພ ​ຢູ່​ໃນ​ອັຟກາ​ນິສຖານ​ ​ໃນ​ເວລານັ້ນ.

XS
SM
MD
LG