ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ອີກ 13 ປະເທດ ເປັນຫ່ວງ ກ່ຽວກັບ ລາຍງານຕົ້ນກຳເນີດຂອງ COVID ໂດຍອົງການອະນາໄມໂລກ


ປ້າຍຕັ້ງຢູ່ນອກຕຶກຫຼັກນຶ່ງຂອງອົງການອະນາໄມໂລກ ໃນລະຫວ່າງກອງປະຊຸມຂອງຄະນະກຳມະການບໍລິຫານ ກ່ຽວກັບ ຂໍ້ມູນໃໝ່ຂອງການລະບາດໄວຣັສໂຄໂຣນາ, ນະຄອນ ເຈນີວາ, ປະເທດ ສວິດເຊີແລນ. 6 ກຸມພາ, 2020.
ປ້າຍຕັ້ງຢູ່ນອກຕຶກຫຼັກນຶ່ງຂອງອົງການອະນາໄມໂລກ ໃນລະຫວ່າງກອງປະຊຸມຂອງຄະນະກຳມະການບໍລິຫານ ກ່ຽວກັບ ຂໍ້ມູນໃໝ່ຂອງການລະບາດໄວຣັສໂຄໂຣນາ, ນະຄອນ ເຈນີວາ, ປະເທດ ສວິດເຊີແລນ. 6 ກຸມພາ, 2020.

ສະຫະລັດ ແລະ ປະເທດອື່ນໆອີກ 13 ໄດ້ອອກຖະແຫຼງການສະບັບນຶ່ງໃນວັນອັງຄານວານນີ້ ເພື່ອ “ສະແດງຄວາມເປັນຫ່ວງຮ່ວມກັນ” ກ່ຽວກັບ ລາຍງານທີ່ຖືກເປີດເຜີຍໃໝ່ຂອງອົງການອະນາໄມໂລກ ກ່ຽວກັບ ຕົ້ນກຳເນີດຂອງໄວຣັສທີ່ກໍ່ໃຫ້ເກີດ COVID-19.

ຖະແຫຼງການດັ່ງກ່າວ, ເຊິ່ງຖືກເປີດເຜີຍໃນເວັບໄຊ້ຂອງກະຊວງການຕ່າງປະເທດ, ພ້ອມກັບປະ ເທດພາຄີອື່ນໆໄດ້ກ່າວວ່າ ມັນຈຳເປັນທີ່ຈະສະແດງຄວາມ ເປັນຫ່ວງທີ່ວ່າການສຶກສາຂອງບັນດາຜູ້ຊ່ຽວຊານສາກົນ ກ່ຽວກັບ ແຫຼ່ງທີ່ມາຂອງໄວຣັສນັ້ນແມ່ນໄດ້ຫຼ້າຊ້າຢ່າງຫຼວງຫຼາຍ ແລະ ຂາດການເຂົ້າເຖິງຂໍ້ມູນທີ່ສົມບູນ ແລະ ດັ້ງເດີມ ແລະ ຕົວຢ່າງຕ່າງໆ.

ອົງການອະນາໄມໂລກໄດ້ເປີດເຜີຍລາຍງານຂອງເຂົາເຈົ້າຢ່າງເປັນທາງການໃນຕອນເຊົ້າວັນອັງ ຄານວານນີ້, ໂດຍເວົ້າວ່າ ໃນຂະນະທີ່ລາຍງານດັ່ງກ່າວໄດ້ສະແດງໃຫ້ເຫັນການທົບທວນຂໍ້ມູນທີ່ມີຢູ່ຢ່າງຮອບຄອບນັ້ນ, “ພວກເຮົາບໍ່ໄດ້ພົບເຫັນແຫຼ່ງທີ່ມາຂອງໄວຣັສດັ່ງກ່າວເທື່ອ.” ທີມນັ້ນໄດ້ລາຍ ງານຄວາມຫຍຸ້ງຍາກໃນການເຂົ້າຫາຂໍ້ມູນເບື້ອງຕົ້ນ, ແລະ ບັນຫາອື່ນໆ, ໃນລະຫວ່າງການຢ້ຽມ ຢາມເມືອງ ວູຮານ, ປະເທດ ຈີນ ຂອງເຂົາເຈົ້າໃນຕົ້ນປີນີ້.

ບັນດານັກຄົ້ນຄວ້າຍັງໄດ້ຖືກບັງຄັບໃຫ້ລໍຖ້າຫຼາຍວັນກ່ອນໄດ້ຮັບອະນຸຍາດເປັນຄັ້ງສຸດທ້າຍໂດຍລັດຖະບານ ຈີນ ເພື່ອເຂົ້າໄປໃນເມືອງ ວູຮານ.

ຖະແຫຼງການຮ່ວມໂດຍ ສະຫະລັດ ແລະ ປະເທດອື່ນໆໄດ້ເວົ້າຕໍ່ວ່າ “ໜ່ວຍປະຕິບັດພາລະກິດທາງວິທະຍາສາດຄືແນວນີ້ ຄວນສາມາດທີ່ຈະເຮັດວຽກຂອງເຂົາເຈົ້າພາຍໃຕ້ສະພາບການທີ່ຈະສ້າງຄຳແນະນຳ ແລະ ການຄົ້ນພົບທີ່ເປັນອິດສະຫຼະ ແລະ ມີເປົ້າໝາຍ.” ປະເທດຕ່າງໆໄດ້ສະແດງຄວາມເປັນຫ່ວງຂອງເຂົາເຈົ້າໃນຄວາມຫວັງທີ່ຈະສ້າງ “ເສັ້ນທາງໄປສູ່ຂັ້ນຕອນທີ່ໄວທັນເວລາ, ໂປ່ງໃສ ແລະ ອີງໃສ່ຫຼັກຖານສຳລັບຂັ້ນຕອນຕໍ່ໄປຂອງການສຶກສານີ້ ເຊັ່ນດຽວກັບສຳລັບວິກິດ ການດ້ານສຸຂະພາບໃນຄັ້ງຕໍ່ໄປ.”

ພ້ອມກັນກັບ ສະຫະລັດ ນັ້ນ, ຖະແຫຼງການດັ່ງກ່າວໄດ້ຖືກເຊັນໂດຍລັດຖະບານຂອງ ອອສເຕຣເລຍ, ອັງກິດ, ການາດາ, ສາທາລະນະລັດ ເຊັກ, ເດັນມາກ, ເອສໂຕເນຍ, ອິສຣາແອລ, ຍີ່ປຸ່ນ, ລັດເວຍ, ລິຕູເນຍ, ນໍເວ, ສາທາລະນະລັດ ເກົາຫຼີ ແລະ ສໂລເວເນຍ.

ຜູ້ອຳຍວຍການໃຫຍ່ ອົງການອະນາໄມໂລກ ທ່ານ ເທດຣອສ ອາດານອມ ເກເບຣເຢຊຸສ ໄດ້ກ່າວໃນວັນອັງຄານວານນີ້ວ່າ ການສຶກສາຕໍ່ໄປ ແລະ ຂໍ້ມູນເພີ່ມເຕີມແມ່ນຈຳເປັນເພື່ອຢືນຢັນວ່າ ໄວຣັສດັ່ງກ່າວນັ້ນໄດ້ແຜ່ລາມໄປສູ່ມະນຸດຜ່ານຕ່ອງໂສ້ອາຫານ ຫຼື ຜ່ານສັດປ່າ ຫຼື ສັດລ້ຽງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG