ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປັ່ນ ສະຫະລັດ 4 ລຳ ແລ່ນເຂົ້າໄປ ໃນທະເລບາເຣນ ເປັນເທື່ອທຳອິດ ໃນຮອບຫຼາຍທົດສະວັດ


ກຳປັ່ນບັນທຸກເຮືອບິນ The USS Theodore Rosevelt ທີ່ເຫັນຢູ່ໃນຮູບນີ້ ເຂົ້າທຽບທ່າດານັງ ຂອງຫວຽດນາມ ເມື່ອວັນທີ 5 ມີນາ 2020.
ກຳປັ່ນບັນທຸກເຮືອບິນ The USS Theodore Rosevelt ທີ່ເຫັນຢູ່ໃນຮູບນີ້ ເຂົ້າທຽບທ່າດານັງ ຂອງຫວຽດນາມ ເມື່ອວັນທີ 5 ມີນາ 2020.

ກຳປັ່ນກອງທັບເຮືອສະຫະລັດສີ່ລໍາ ໄດ້ແລ່ນເຂົ້າໄປໃນທະເລບາເຣນໃນວັນ ຈັນວານນີ້ ຊຶ່ງເປັນການປາກົດຕົວເທື່ອທໍາອິດ ໃນຮອບຫຼາຍທົດສະວັດ ອັນ ເປັນພາກສ່ວນນຶ່ງຂອງການປະຕິບັດງານ ຮັກສາຄວາມປອດໄພທາງທະເລ ທີ່ແນໃສ່ເພື່ອປະກາດ ກ່ຽວກັບເສລີພາບໃນການເດືອນເຮືອຢູ່ຂົ້ວໂລກເໜືອ.

ເຮືອພິຄາດ USS Donald Cook, USS Porter ແລະ USS Roosevelt ຕິດຕາມດ້ວຍ ກອງເຮືອສະໜັບສະໜູນ USNS Supply ໄດ້ເຂົ້າຮ່ວມສົມທົບໃນວັນຈັນວານນີ້ ໂດຍກຳປັ່ນລົບ HMS Kent ຂອງກອງທັບເຮືອຂອງລາດຊະອານາຈັກອັງກິດ.

ບັນດາກຳປັ່ນລົບເທິງໜ້ານໍ້າເຫຼົ່ານີ້ ແມ່ນກົງກັນຂ້າມກັບເຮືອດຳນໍ້າ ທີ່ເຄື່ອນ ໄຫວໄປມາເປັນປົກກະຕິ ຢູ່ໃນເຂດນ່ານນໍ້າຂົ້າໂລກເໜືອ ບໍ່ໄດ້ປະຕິບັດງານ ຢູ່ໃນທະເລບາເຣນ ມາແຕ່ກາງຊຸມປີ 1980.

ພົນເຮືອໂທ ລີຊາ ແຟຣນແຈຕຕີ ຜູ້ບັນຊາການກອງທັບເຮືອທີ 6 ຂອງສະ ຫະລັດ ກ່າວວ່າ “ຢູ່ໃນເວລາທີ່ທ້າທາຍເຫຼົ່ານີ້ ແມ່ນມີຄວາມສຳຄັນແບບທີ່ບໍ່ ເຄີຍມີມາກ່ອນ ທີ່ພວກເຮົາຮັກສາການປະຕິບັດງານໃຫ້ສະໝໍ່າສະເໝີຂອງ ພວກເຮົາທຸກດ້ານ ຢູ່ທົ່ວພາກພື້ນຢູໂຣບ.”

ທ່ານນາງກ່າວເພີ້ມວ່າ ການປະຕິບັດງານເປັນທີ່ສຳຄັນສຸດເພື່ອຊຸກຍູ້ “ພື້ນຖານ” ການຕຽມພ້ອມໃນເຂດຂົ້ວໂລກເໜືອ ຢູ່ບ່ອນທີ່ສິ່ງແວດລ້ອມມີອາກາດຮ້າຍແຮງ ທີ່ມີຄວາມຮຽກຮ້ອງຕໍ່ບັນດາກໍາປັ່ນລົບ.

ໄດ້ມີການແຈ້ງໃຫ້ກະຊວງປ້ອງກັນປະເທດຣັດເຊຍຊາບ ເຖິງການແລ່ນເຂົ້າໄປ ໃນເຂດທະເລບາເຣນ ຂອງກໍາປັ່ນລົບເຫຼົ່ານີ້

ໃນວັນສຸກທີ່ຜ່ານມາ “ໃນຄວາມ ພະຍາຍາມຫຼີກລ່ຽງການເຂົ້າໃຈຜິດ ຫຼຸດຄວາມສ່ຽງ ແລະປ້ອງກັນບໍ່ໃຫ້ມີການ ເຂົ້າໃຈຜິດທີ່ບໍ່ໄດ້ຕັ້ງໃຈ” ອີງຕາມຖະແຫຼງການຂອງກອງທັບເຮືອທີ 6 ຂອງ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG