ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມັງກອນ ໒໐໒໕

ທ. ພອມພຽວ ເວົ້າວ່າ​ ການ​ເຈລະຈາ ກັບ ເຈົ້າໜ້າທີ່ ເກົາຫຼີເໜືອ ມີຄວາມກ້າວໜ້າ


ທ່ານກິມ ຢອງ ​ໂຊ​ລ (ຊ້າຍ) ອະດີດຫົວໜ້າສືບລັບ ຂອງກອງທັບເກົາຫລີເໜືອ ແລະເປັນຜູ້ຊ່ວຍ ທີ່ມີຄວາມໃກ້ສຸດທີ່ສຸດ ກັບທ່ານ ກິມ ຈົງ ອຶນ ຈັບມືກັບ ທ່ານ​ໄມ​ຄ໌ ພອມພຽວ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ສະຫະລັດ ຢູ່ໃນກອງປະຊຸມ ທີ່ຈັດຂຶ້ນໃນວັນພະຫັດ ທີ 31 ພຶດສະພາ 2018 ທີ່ນະຄອນນີວຢອກ
ທ່ານກິມ ຢອງ ​ໂຊ​ລ (ຊ້າຍ) ອະດີດຫົວໜ້າສືບລັບ ຂອງກອງທັບເກົາຫລີເໜືອ ແລະເປັນຜູ້ຊ່ວຍ ທີ່ມີຄວາມໃກ້ສຸດທີ່ສຸດ ກັບທ່ານ ກິມ ຈົງ ອຶນ ຈັບມືກັບ ທ່ານ​ໄມ​ຄ໌ ພອມພຽວ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ສະຫະລັດ ຢູ່ໃນກອງປະຊຸມ ທີ່ຈັດຂຶ້ນໃນວັນພະຫັດ ທີ 31 ພຶດສະພາ 2018 ທີ່ນະຄອນນີວຢອກ

ທ່ານ​ໄມ​ຄ໌ ພອມພຽວ (Mike Pompeo) ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ສະ
ຫະລັດກ່າວວ່າ​ ມີ “ຄວາມກ້າວໜ້າຢ່າງ​ແທ້​ຈິງ" ​ໃນ​ການ​ເຈລະຈາ​ທີ່​ດໍາ​ເນີນ​ໄປ​ໃນ​ວັນ​ພະຫັດ​ວານ​ນີ້ ກັບ​ຜູ້ຮອງຂັ້ນສູງ​ສຸດ​ຂອງ​ທ່ານ​ກິມ ຈົງ ອຶນ, ຜູ້​ນໍາ​ເກົາຫລີ​ເໜືອ ຢູ່​ນະ
ຄອນ​ນີວຢອກ ​ເພື່ອກ້າວ​ໄປ​ສູ່ ​ການ​ຈັດ​ກອງ​ປະຊຸມ​ສຸດ​ຍອດທີ່​ອາດ​ມີ​ຂຶ້ນລະຫວ່າງ​
ທ່ານ​ກິມ ​ແລະ​ປະທານາທິບໍດີ ດໍ​ໂນ​ລ ທຣໍາ.

ທ່ານ​ພອມພຽວກ່າວ​ຢູ່​ໃນກອງ​ປະຊຸມ​ຖະແຫລງຂ່າວ ທີ່​ຈັດຂຶ້ນພາຍ​ຫລັງ​ກອງປະຊຸມ​ດັ່ງກ່າວວ່າ "ພວກ​ເຮົາ​ໄດ້ມີຄວາມກ້າວໜ້າຢ່າງ​ແທ້​ຈິງຢູ່​ໃນ​ໄລຍະ 72 ຊົ່ວ​ໂມງ​ທີ່​ຜ່ານ​ນີ້ ​ໃນ​ດ້ານ​ການ​ສ້າງ​ເງື່ອນ​ໄຂ​ຕ່າງໆ" ​ແລະ​ທ່ານ​ໄດ້​ກ່າວ​ເພີ້ມອີກ​ວ່າ "ກໍຍັງ​ມີ​ຫລາຍ​ໆ​ເລື້ອງ​ທີ່​ຕ້ອງ​ໄດ້​ເຮັດ​ຢູ່."

ທ່ານ​ພອມພຽວ​ເວົ້າວ່າ ທ່ານ​ເຊື່ອ​ວ່າ ​ເກົາຫລີ​ເໜືອກໍາລັງ​ພິຈາລະນາ​ແນວທາງ​ຍຸດທະ​
ສາດ​ໃໝ່ ​ເພື່ອກ້າວ​ໄປ​ທາງໜ້າຢູ່ ​ແຕ່​ວ່າ ທ່ານ​ກໍ​ໄດ້​ເຕືອນ​ວ່າ ປະ​ເທດ​ດັ່ງກ່າວຈະ​ຕ້ອງ
​ໄດ້ "​ເລືອກ​ເອົາ​ແນວທາງ​ທີ່​ແຕກ​ຕ່າງ​ຈາກອັນ​ເກົ່າ​ທັງໝົດ​ເລີຍ" ​ເພື່ອ​ຈະ​ບັນລຸ​ຄວາມ
ໝັ້ນຄົງ​ຂອງ​ຊາດ​ໄດ້ ຊຶ່ງໝາຍ​ເຖິງ​ການ​ລົບ​ລ້າງອາວຸດ​ນິວ​ເຄລຍ​ຢ່າງສິ້ນ​ເຊີງ ທີ່​ສາມາດ​
ພິສູດ​ໄດ້ ​ແລະ​ບໍ່ສາມາດ​ຕ່າວ​ປີ້ນ​ໄດ້.

ທ່ານ​ເຕືອນ​ວ່າ "ທັງ​ສອງປະ​ເທດ​ຂອງພວກ​ເຮົາ ກໍາລັງ​ປະ​ເຊີນ​ກັບ​ກາລະ​ໂອ ກາດອັນ​ສໍາຄັນ​ ໃນ​ດ້ານ​ສາຍ​ສໍາພັນ​ຂອງ​ພວກ​ເຮົາ ຊຶ່ງ​ໃນ​ນັ້ນມັນ​ຈະ​ບໍ່ມີ​ຫຍັງ​ທີ່​ຈະ​ເປັນ​ໂສກ
​ນາດ​ຕະກໍາ​ໄປຫຼາຍ​ກວ່າ​ນັ້ນ ຖ້າ​ຫາກເຮົາ​ປ່ອຍ​ໂອກາດ​ນີ້​ໃຫ້​ຫລຸດ​ລອຍ​ໄປ​ແບບເປົ່າ
​ປະ​ໂຫຍ​ດ.”

ທ່ານ​ກ່າວ​ເພີ້ມອີກ​ວ່າ ທ່ານກິມ ຢອງ ​ໂຊ​ລ (Kim Yong Chol), ຊຶ່ງ​ເປັນ​ເຈົ້າໜ້າທີ່​ລະ
ດັບ​ສູງ​ສຸດຂອງ​ເກົາຫລີ​ເໜືອ​ທີ່​ໄດ້ມາ​ຢ້ຽມຢາມ​ສະຫະລັດ​ໃນ​ຮອບ 18 ປີນັ້ນ ກໍາ​ລັງ​ມີ
​ແຜນ​ທີ່​ຈະ​ເດີນທາງ​ມາ​ຍັງ​ນະ​ຄອນຫລວງ​ວໍ​ຊິງ​ຕັນ​ໃນ​ວັນ​ສຸກ​ມື້ນີ້ ​ເພື່ອ​ຈະ​ມອບຈົດ
ໝາຍສ່ວນ​ຕົວ ຈາກ​ທ່ານ​ກິມ ຈົງ ​ອຶນສະບັບ​ນຶ່ງ ໃຫ້ແກ່ທຳນຽບຂາວ.

North Korea-U.S.Talk
please wait
Embed

No media source currently available

0:00 0:00:52 0:00


ທ່ານ​ພອມພຽວແລະ​ທ່ານກິມ ຢອງ ​ໂຊ​ລ ​ໄດ້​ພົບ​ກັນ​ຢູ່​ທີ່​ຫ້ອງພັກທີ່ລັດຖະບານ ສະ
ຫະລັດ​ໄດ້​ເຊົ່າ ​ຢູ່​ໃກ້​ໆກັບ​ສໍານັກງານ​ໃຫຍ່ ​ຂອງ​ອົງການ​ສະຫະ​ປະຊາ​ຊາດ. ພວກ​
ທ່ານ​ໄດ້ພົບ​ປະ​ໂອ້​ລົມ​ກັນ​ໃນ​ຕອນ​ຮັບ​ປະທານ​ຊີ້ນປີ້ງສະ​ເຕັກ​ໃນ​ຄໍ່າຄືນ​ວັນ​ພຸດ​ຜ່ານ
​ມາ ​ແລະ​ໃນ​ຕອນ​ຮັບ​ປະທານ​ເຂົ້າໜົມຄຣົວຊັງ ຍັດ​ໃສ້ ຊັອກໂຄ​ແລັດ ​ໃນ​ຕອນ​ເຊົ້າວັນ​
ພະຫັດ​ວານ​ນີ້.

ຮູບ​ພາບ​ໃນ​ການ​ໂອ້​ລົມ​ກັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ທ່ານ​ພອມພຽວ ຍິ້ມຫົວ​ໃນ​ເວ ລາ​ຈັບ​ມື​ ​ແລະ​ຕໍາ​ຈອກກັບ​ເຈົ້າໜ້າທີ່​ເກົາ​ເໜືອຄົນ​ນັ້ນ. ​ໃນ​ອີກ​ພາບ​ນຶ່ງ​ ​ແມ່ນທ່ານ​ຢືນແນມ​ອອກ​ໄປ​ປ່ອງຢ້ຽມ ​ເພື່ອ​ເບິ່ງພາບ​ເສັ້ນຂອບ​ຟ້າ ​ທີ່​ມີ​ລາຄາ​ແພງ​ຂອງ​ນະຄອນ​ນີວຢອກ ​ໂດຍ​ທີ່​ມີ​ແຂກ​ທີ່​ມີ​ສີໜ້າຍິ້ມ​ແຍ້ມ ​ຫລຽວ​ເບິ່ງນໍາ.

ທັງ​ສອງ​ທ່ານ​ແມ່ນເຄີຍໄດ້​ພົບ​ກັນ​ສອງ​ຄັ້ງ​ແລ້ວ ຢູ່​ນະຄອນ​ພຽງຢາງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG