ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ນາງ Clinton ມີ​ກໍານົດ ພົບ​ປະ ປະທານາທິບໍດີ ມຽນມາ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton

ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary Clinton ມີ​ໝາຍກໍານົດທີ່​ຈະ​
ພົບ​ປະ​ກັບປະທານາທິບໍດີມຽນມາ ທ່ານ Thein Sein ​ໃນ​ທ້າຍ​ສັບປະດາ​ນີ້ ບໍ່​ດົນຫຼັງຈາກ
ມີ​ການ​ປະກາດວ່າ ສະຫະລັດ​ໄດ້​ຍົກ​ເລີກ​ການລົງ​ໂທດທາງ​ເສດຖະກິດຢ່າງ​ເປັນ​ທາງ
​ການຕໍ່​ມຽນມາ ​ທີ່ຕັ້ງຢູ່​ໃນ​ເຂດເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ນັ້ນ.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສທ່ານ​ນຶ່ງຂອງ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ​ໄດ້​ກ່າວກັບ VOA ວ່າ ການເຈລະຈາ​ຫາລື​ກັນ​ນີ້​ຈະ​ມີ​ຂຶ້ນ​ໃນ​ວັນ​ສຸກ​ມື້​ອື່ນ​ ​ຢູ່​ນອກ​ກອງ​ປະຊຸມ​ຂອງ​ສະມາຄົມ​ອາ​ຊ່ຽນ ໃນ​ກໍາປູ​ເຈຍ. ທ່ານ​ນາງ Clinton ເຄີຍໄດ້​ພົບ​ປະ​ກັບປະທານາທິບໍດີ​ມຽນມາຄັ້ງນຶ່ງມາແລ້ວ ​ໃນ​ເ​ດືອນທັນວາປີ​ກາຍນີ້ ຕອນ​ທີ່ທ່ານ​ນາງ​ໄດ້ໄປຢ້ຽມຢາມ​ມຽນມາ​ຄັ້ງ​ປະວັດ​ສາດ​ນັ້ນ.

​ສະຫະລັດ​ໄດ້ຍຸຕິການ​ລົງ​ໂທດ ​ໃນ​ວັນ​ພຸດ​ວານ​ນີ້ ​ໂດຍອະ​ນຸ​ຍາດ​ໃຫ້ບໍລິສັດ​ອາ​ເມຣິກັນເຂົ້າ​ໄປລົງທຶນໃນ​ມຽນມາ​ໄດ້ເປັນ​ຄັ້ງ​ທໍາ​ອິດ ໃນ​ຮອບ 15 ປີ.

ທໍາ​ນຽບຂາວຖະ​ແຫຼງວ່າ ການເຄື່ອນ​ໄ​ຫວ​ທີ່​ວ່າ​ນີ້ ທີ່​ໄດ້​ມີ​ການປະກາດ​ໃຫ້​ຊາບ​ເປັນ​ເທື່ອ​ທຳ ອິດ​ໃນ​ເດືອນພຶດສະພາ​ຜ່ານ​ມາ​ ​ແມ່ນເປັນ​ການ​ຕອບ​ຮັບ​ຕໍ່ການ​ປະຕິ​ຮູບ​ທາງ​ດ້ານເສດຖະກິດ​ແລະ​ການ​ເມືອງ ໂດຍລັດຖະບານ​ພົນລະ​ເຮືອນ​ແຕ່​ພຽງ​ໃນ​ນາ​ມ ຂອງ​ມຽນມາ.

XS
SM
MD
LG