ບັນດາຜູ້ລົງຄະແນນສຽງໃນປະເທດ ອູຣຸໄກວ ໄດ້ພາກັນໄປສະຖານທີ່ເລືອກຕັ້ງ ໃນວັນອາທິດມື້ນີ້ ເພື່ອເລືອກເອົາປະທານາທິບໍດີຄົນໃໝ່ ຜູ້ທີ່ຈະມາດຳລົງຕຳແໜ່ງແທນຄົນປັດຈຸບັນທ່ານ ຕາບາເຣ ວາສເກສ.
ປະທານາທິບໍດີ ອູຣຸໄກວ ບໍ່ໄດ້ຮັບອະນຸຍາດໃຫ້ດຳລົງຕຳແໜ່ງຕິດຕໍ່ກັນ, ແຕ່ ພັກປົກຄອງ ເຊິ່ງແມ່ນພັກ ແນວໜ້າທີ່ກວ້າງຂວາງ ທີ່ມີແນວທາງອຽງຊ້າຍ ແມ່ນໄດ້ຄວບຄຸມປະເທດນັບຕັ້ງແຕ່ປີ 2005 ເປັນຕົ້ນມາ.
ການຢັ່ງຫາງສຽງໄດ້ລະບຸວ່າ ທ່ານ ແດນຽລ ມາຕີເນສ ຈາກພັກແນວໜ້າທີ່ ກວ້າງຂວາງ ຈະເປັນຜູ້ນຳໜ້າໃນການລົງຄະແນນສຽງຂອງວັນອາທິດມື້ນີ້, ແຕ່ເບິ່ງຄືວ່າທ່ານຈະຕ້ອງໄດ້ປະເຊີນກັບການແຂ່ງຂັນຂັ້ນຊີ້ຂາດ.
ຄູ່ແຂ່ງຂັນຄົນສຳຄັນຂອງທ່ານ ມາຕີເນສ ແມ່ນທ່ານ ລູອິສ ລາກາເຢ ປູ ຈາກພັກແຫ່ງຊາດ ທີ່ເປັນຫົວອະນຸລັກນິຍົມ, ອີງຕາມການຢັ່ງຫາງສຽງ.
ຜູ້ລົງຄະແນນສຽງຍັງຈະໄດ້ເລືອກເອົາສະມາຊິກສະພາຕ່ຳ 99 ທ່ານ ແລະ ສະມາຊິກສະພາສູງ 30 ທ່ານ.
ປະຊາຊົນ ອູຣຸໄກວ ຍັງຈະລົງຄະແນນສຽງ ກ່ຽວກັບ ການປະຕິຮູບລັດຖະທຳມະນູນ ທີ່ມີຈຸດປະສົງເພື່ອປັບປຸງຄວາມປອດໄພຂອງເຂົາເຈົ້າ ຫຼັງຈາກການຄາດຕະກຳ 414 ຄັ້ງທີ່ເປັນສະຖິຕິໃນປີກາຍນີ້. ການປະຕິຮູບດັ່ງກ່າວລວມມີຄວາມເປັນໄປໄດ້ໃນການຂັງຄຸກຕະຫຼອດຊີວິດ ສຳລັບອາຊະຍາກຳທີ່ຮ້າຍແຮງ, ການບຸກກວດຄົ້ນໃນຕອນກາງຄືນໂດຍຕຳຫຼວດ, ແລະ ການມີສ່ວນຮ່ວມຂອງທະຫານ ໃນການບັງຄັບໃຊ້ກົດໝາຍພາຍໃນປະເທດ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ
Voters in Uruguay are going to the polls Sunday to select a new president who will replace incumbent Tabare Vazquez.
Uruguayan presidents are not allowed to serve consecutive terms, but the ruling, left-leaning Broad Front party has been at the helm of the country since 2005.
Polls indicate that Broad Front's Daniel Martinez will be the frontrunner in Sunday's vote, but he will likely have to face a runoff.
Martinez's main rival is the conservative National Party's Luis Lacalle Pou, according to the polls.
Voters will also elect 99 deputies and 30 senators.
Uruguayans will also vote on constitutional reforms meant to improve their security after last year's record 414 murders.The reforms include possible life sentences for serious crimes, night-time raids by police, and military involvement in domestic law enforcement.