ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອົງການ ສປຊ ມີກຳນົດ ຈະເປີດປະຊຸມ ສຸກເສີນ ກ່ຽວກັບ ວິກິດການ ໃນເຢເມນ


ພວກກຳລັງ ເຢເມນ ທີ່ສະໜັບສະໜຸນ ລັດຖະບານ ຊູສອງນິວ ທີ່ເປັນສັນຍາລັກຂອງໄຊຊະນະ ໃນຂະນະທີ່ໄປເຖິງ ເຂດເມືອງ ອາລ-ດູູຣາຮີມີ (al-Durayhimi), ຕັ້ງຢູ່ທາງກ້ຳໃຕ້ ຫ່າງຈາກສະໜາມບິນ ສາກົນ ເມືອງໂຮດີດາ ປະມານ 9 ກິໂລແມັດ, ວັນທີ 13 ມິຖຸນາ 2018.
ພວກກຳລັງ ເຢເມນ ທີ່ສະໜັບສະໜຸນ ລັດຖະບານ ຊູສອງນິວ ທີ່ເປັນສັນຍາລັກຂອງໄຊຊະນະ ໃນຂະນະທີ່ໄປເຖິງ ເຂດເມືອງ ອາລ-ດູູຣາຮີມີ (al-Durayhimi), ຕັ້ງຢູ່ທາງກ້ຳໃຕ້ ຫ່າງຈາກສະໜາມບິນ ສາກົນ ເມືອງໂຮດີດາ ປະມານ 9 ກິໂລແມັດ, ວັນທີ 13 ມິຖຸນາ 2018.

ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ມີກຳນົດຈະເປີດກອງປະຊຸມສຸກເສີນ ໃນວັນ
ພະຫັດມື້ນີ້ ເພື່ອປຶກສາຫາລື ກ່ຽວກັບສະຖານະການ ໃນເຢເມນ ບ່ອນທີ່ກຸ່ມກຳລັງປະສົມ
ພາຍໃຕ້ການນຳພາຂອງຊາອຸດີ ອາຣາເບຍ ກຳລັງບຸກໂຈມຕີເພື່ອຂັບໄລ່ພວກກະບົດຮູຕີ
ອອກໄປຈາກເມືອງໂຮດີດາ ຊຶ່ງເປັນເມືອງທ່າທີ່ສຳຄັນ.

ອັງກິດ ຮ້ອງຂໍໃຫ້ຈັດກອງປະຊຸມດັ່ງກ່າວ ຫຼັງຈາກ ນຶ່ງໃນບັນດານັກການທູດຂອງຕົນ ຄື
ທ່ານມາຣຕິນ ກຣິຟຟິບສ໌ ຜູ້ຊຶ່ງເປັນທູດພິເສດຂອງສະຫະປະຊາຊາດ ປະຈຳ ເຢເມນ
ໄດ້ຮຽກຮ້ອງໃຫ້ທຸກຝ່າຍ ຈົ່ງ “ໃຊ້ຄວາມຍັບຍັ້ງ ແລະຄວາມພະຍາຍາມ ໃນການພົວ
ພັນດ້ານການເມືອງ ບໍ່ໃຫ້ມີການປະເຊີນໜ້າທາງດ້ານທະຫານ ເພື່ອຮັກສາເມືອງ
ໂຮດີດາ ໄວ້.”

ການໂຈມຕີທາງອາກາດຂອງກຸ່ມກຳລັງປະສົມ ໃນເມືອງໂຮດີດາ ໄດ້ເລີ້ມຂຶ້ນເມື່ອຕອນ
ເຊົ້າວັນພຸດວານນີ້ ຫຼັງຈາກ ອັນທີ່ ສະຫະລັດອາຣັບເອເມີເຣັສ ໄດ້ກ່າວວ່າ ເສັ້ນຕາຍເພື່ອ
ໃຫ້ພວກກະບົດມອບທ່າເຮືອຄືນນັ້ນ ໄດ້ໝົດກຳນົດແລ້ວ.

ພວກຄົນງານ ກຳລັງກວດກາເບິ່ງຄວາມເສຍຫາຍ ຢູ່ທີ່ສະຖານທີ່ການໂຈມຕີທາງອາກາດ ຕໍ່ສູນສ້ອມແປງກຳປັ່ນ ຢູ່ເມືອງທ່າ ໂຮດີດາ ຂອງເຢເມນ, ວັນທີ 27 ພຶດສະພາ 2018.
ພວກຄົນງານ ກຳລັງກວດກາເບິ່ງຄວາມເສຍຫາຍ ຢູ່ທີ່ສະຖານທີ່ການໂຈມຕີທາງອາກາດ ຕໍ່ສູນສ້ອມແປງກຳປັ່ນ ຢູ່ເມືອງທ່າ ໂຮດີດາ ຂອງເຢເມນ, ວັນທີ 27 ພຶດສະພາ 2018.

ພວກກະບົດຮູຕີ ທີ່ໄດ້ຮັບການສະໜັບສະໜຸນຈາກອີຣ່ານ ໄດ້ຄວບຄຸມເມືອງໂຮດີດາ
ພ້ອມດ້ວຍ ນະຄອນຫຼວງ ຊານາອາ ຂອງເຢເມນ ແລະພື້ນທີ່ສ່ວນໃຫຍ່ຂອງປະເທດ
ທີ່ມີປະຊາຊົນອາໄສຢູ່ຢ່າງໜາແໜ້ນ. ກຸ່ມກຳລັງປະສົມ ໄດ້ກ່າວວ່າ ພວກກະບົດ ໄດ້ໃຊ້
ເມືອງໂຮດີດາ ເພື່ອຮັບເອົາການນຳສົ່ງລູກສອນໄຟຕ່າງໆ ທີ່ພວກຮູຕີ ໃຊ້ຍິງເຂົ້າໄປໃສ່
ຊາອຸດີອາຣາເບຍ ຊຶ່ງອີຣ່ານ ແລະ ພວກຮູຕີ ໄດ້ປະຕິເສດ.

ເມືອງໂຮດີດາ ມີຄວາມສຳຄັນຍິ່ງ ໃນການຊ່ວຍເຫຼືອທາງດ້ານມະນຸດສະທຳ ໃນເຢເມນ
ບ່ອນທີ່ອົງການສະຫະປະຊາຊາດ ກ່າວວ່າ 22 ລ້ານຄົນ ແມ່ນກຳລັງຕ້ອງການ ການ
ຊ່ອຍເຫຼືອ. ປະມານ 70 ເປີເຊັນ ຂອງການຊ່ອຍເຫຼືອດ້ານມະນຸດສະທຳ ທັງໝົດໃຫ້ແກ່
ເຢເມນ ແມ່ນຈະໄປລົງຢູ່ທີ່ນັ້ນ. ເຖິງແມ່ນວ່າ ຈະມີການສູ້ລົບກັນກໍຕາມ ອົງການສະຫະ
ປະຊາຊາດ ກ່າວວ່າ ພວກທີມງານຂອງຕົນ ແລະ ບັນດາອົງການພາຄີ ກໍຍັງສືບຕໍ່ເຮັດ
ວຽກຂອງພວກເຂົາເຈົ້າຢູ່.

ໃນຕອນແລງວັນພຸດວານນີ້ ກຸ່ມກຳລັງປະສົມ ໄດ້ກ່າວວ່າ ຕົນມີແຜນການ ປົກປ້ອງ
ພວກພົນລະເຮືອນແບບຫຼາຍຂັ້ນຕອນ ທີ່ລວມທັງ ການຈັດຕັ້ງ ເສັ້ນທາງ ເພື່ອນຳເອົາ
ອາຫານ ແລະອຸປະກອນການແພດ ຈາກຊາອຸດີ ອາຣາເບຍ ແລະ ສະຫະລັດອາຣັບ
ເອເມີເຣັສ ໄປຍັງເມືອງໂຮດີດາ.

ກຸ່ມກຳລັງປະສົມຍັງໄດ້ກ່າວອີກວ່າ ເພື່ອປະໂຫຍດຂອງພົນລະເຮືອນແລ້ວ ຕົນກໍບໍ່
ປະສົງ ຢາກຈະສູ້ລົບກັນແບບຈາກຖະໜົນນຶ່ງຫາຖະໜົນນຶ່ງ ໃນເມືອງໂຮດີດາ. ແຕ່ກຸ່ມ
ດັ່ງກ່າວ ໄດ້ກ່າວວ່າ ຕົນຢາກຈະຍຶດຄືນທ່າກຳປັ່ນ ແລະສະໜາມບິນ ແລະເປີດເສັ້ນທາງ ໄປຫານະຄອນຫຼວງຊານາອາ.

Yemen Hodeida
please wait
Embed

No media source currently available

0:00 0:00:41 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG