ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການຊະນະ ຢ່າງພິກຜັນ ໃນການແຂ່ງຂັນ ກິລາລອຍນໍ້າ ຢູ່ໂອລິມປິກ ໂຕກຽວ


ແຊັ້ມຫຼຽນຄຳ ນາງ ລີເດຍ ເຈໂຄບີ, ຈາກ ສະຫະລັດ, ຫຼຍນເງິນ ນາງ ທັດຈານາ ໂຊນເມເກີ, ຊ້າຍ, ຈາກ ອາຟຣິກາໃຕ້ ແລະ ຫຼຽນທອງແດງ ນາງ ລີລລີ ຄິງ ຈາກ ສະຫະລັດ, ຢືນຖ່າຍຮູບນຳກັນຫຼັງຈາກພິທີມອບລາງວັນສຳລັບການແຂ່ງຂັນລອຍນໍ້າທ່າກົບ 100 ແມັດ ຢູ່ກິລາໂອລິມປິກ ໂຕກຽວ 2020.
ແຊັ້ມຫຼຽນຄຳ ນາງ ລີເດຍ ເຈໂຄບີ, ຈາກ ສະຫະລັດ, ຫຼຍນເງິນ ນາງ ທັດຈານາ ໂຊນເມເກີ, ຊ້າຍ, ຈາກ ອາຟຣິກາໃຕ້ ແລະ ຫຼຽນທອງແດງ ນາງ ລີລລີ ຄິງ ຈາກ ສະຫະລັດ, ຢືນຖ່າຍຮູບນຳກັນຫຼັງຈາກພິທີມອບລາງວັນສຳລັບການແຂ່ງຂັນລອຍນໍ້າທ່າກົບ 100 ແມັດ ຢູ່ກິລາໂອລິມປິກ ໂຕກຽວ 2020.

ກິລາໂອລິມປິກ ໂຕກຽວ ໄດ້ເລີ່ມຂຶ້ນຢ່າງຄືກຄັກໃນວັນອັງຄານວານນີ້ ຢູ່ສູນກິລາທາງນໍ້າ ດ້ວຍການແຂ່ງຂັນຮອບຊິງຊະນະເລີດສາມປະເພດໃນການລອຍນໍ້າຂອງເພດຊາຍ ແລະ ຍິງ.

ໃນການແຂ່ງຂັນທ່າກົບ ຫຼື Breaststroke 100 ແມັດ, ເຊິ່ງແມ່ນການແຂ່ງຂັນທີ່ລອຍຄອຍເປັນຢ່າງສູງ ລະຫວ່າງນາງ ລິລລີ ຄິງ (Lilly King) ຈາກ ສະຫະລັດ, ຜູ້ທີ່ໄດ້ຊະນະການແຂ່ງຂັນຢູ່ກິລາໂອລິມປິກ ຣີໂອ ປີ 2016 ກັບ ນາງ ທັດຈານາ ໂຊນເມເກີ (Tatjana Shoenmanker) ຈາກປະ ເທດ ອາຟຣິກາໃຕ້ ໄດ້ສິ້ນສຸດລົງດ້ວຍຄວາມຜິດຫວັງ ເວລາທີ່ນາງ ລີເດຍ ເຈໂຄບີ, ເພື່ອນຮ່ວມທີມອາຍຸ 17 ປີຂອງນາງ ຄິງ, ໄດ້ຄວ້າຫຼຽນຄຳຈາກແມ່ຍິງທັງສອງຄົນນັ້ນໄປ. ນາງ ໂຊນເມເກີ ໄດ້ລອຍຈົບເປັນທີສອງໄດ້ຊະນະຫຼຽນເງິນໃນຂະນະທີ່ນາງ ຄິງ ໄດ້ທີສາມ, ຮັບເອົາຫຼຽນທອງແດງກັບບ້ານ.

ປະຊາຊົນຫຼາຍຮ້ອຍຄົນ ທີ່ໄດ້ພາກັນເຕົ້າໂຮມກັນຢູ່ສະຖານີລົດໄຟໃນເມືອງ ຊີຫວາດ (Seward), ລັດ ອາລາສກ້າ, ເຊິ່ງແມ່ນບ້ານເກີດຂອງນາງ ເຈໂຄບີ, ໄດ້ພາກັນສະຫຼອງກັນຢ່າງໃຫຍ່ໃນຂະນະທີ່ເຂົາເຈົ້າເບິ່ງລາວຕາມຂຶ້ນມານຳຫຼັງໃນຮອບສຸດທ້າຍແລ້ວແຊງກາຍນາງ ໂຊນເມເກີ.

ນາງ ເຈໂຄບີ ແມ່ນນັກລອຍນໍ້າຄົນທຳອິດຈາກລັດທີ່ຕັ້ງຢູ່ຫ່າງໄກສອກຫຼີກທາງພາກຕາເວັນຕົກສຽງເໜືອ ທີ່ໄດ້ຜ່ານການຄັດເລືອກເຂົ້າແຂ່ງຂັນກິລາ ໂອລິມປິກ.

ໃນການແຂ່ງຂັນທີ່ຈົບລົງຢ່າງໜ້າປະຫຼາດໃຈອີກຄັ້ງນຶ່ງ, ທ້າວ ຣາຍແອນ ເມີຟີ (Ryan Murphy) ຈາກ ສະຫະລັດ ໄດ້ຈົບການແຂ່ງຂັນ ທີ່ອັນດັບສາມ ໃນການແຂ່ງຂັນທ່າຫງາຍຫຼັງ ຫຼື Backstroke 100 ແມັດ, ໃນຂະນະທີ່ເພື່ອນຮ່ວມທີມຈາກຄະນະກຳມະການກິລາໂອລິມປິກ ຣັດເຊຍ ຫຼື ROC, ທ້າວ ເອັຟເກນີ ຣາຍລອຟ (Evgeny Rylov) ກັບ ທ້າວ ໄຄຼເມັ້ນທ໌ ໂຄເລັສນີ ຄອຟ (Kliment Kolesnikov) ໄດ້ເຂົ້າເສັ້ນໄຊທີນຶ່ງ ແລະ ສອງຕາມລຳດັບ. ທ້າວ ເມີຟີ ໄດ້ຫວັງທີ່ຈະເຮັດຊໍ້າຜົນງານຫຼຽນຄຳຈາກກິລາໂອລິມປິກ ຣີໂອ 2016 ຂອງລາວ, ແຕ່ໄດ້ຮັບຫຼຽນທອງແດງແທນ. ການຜ່າຍແພ້ຂອງລາວຍັງໄດ້ສິ້ນສຸດການຊະນະ 6 ຄັ້ງລຽນຕິດຂອງ ສະຫະລັດ ໃນການລອຍທ່າຫງາຍຫຼັງ 100 ແມັດ ຢ້ອນກັບຄືນໄປໃນປີ 1996.

ໃນຂະນະດຽວກັນ, ນາງ ເຄລີ ແມັກຄີໂອນ (Kaylee McKeown) ຈາກ ອອສເຕຣເລຍ ໄດ້ຊະນະການແຂ່ງຂັນທ່າຫງາຍຫຼັງ 100 ແມັດ ຂອງແມ່ຍິງ ແລະ ໄດ້ສ້າງສະຖິຕິກິລາໂອລິມປິກໃໝ່ 57.47 ວິນາທີ. ນາງ ຄາຍລີ ມາສ (Kylie Masse) ຈາກ ການາດາ ໄດ້ຊະນະຫຼຽນເງິນ ໃນຂະນະທີ່ນາງ ເຣແກນ ສມິທ໌ (Regan Smith) ຈາກ ສະຫະລັດ ໄດ້ຮັບຫຼຽນທອງແດງ.

ແລະ ນັກລອຍນໍ້າຊາວ ອັງກິດ, ທ້າວ ທອມ ດີນ (Tom Dean) ແລະ ທ້າວ ດັງແຄັນ ສກັອດ (Duncan Scott) ໄດ້ຊະນະຫຼຽນຄຳ ແລະ ຫຼຽນເງິນຕາມລຳດັບ, ໃນການແຂ່ງຂັນ ຟຣີສໄຕລ໌ (Freestyle) 200 ແມັດຮອບຊິງຊະນະ ເລີດ. ທ້າວ ເຟີນານໂດ ເຊັຟເຟີ (Fernando Scheffer) ຈາກ ບຣາຊິລ ໄດ້ຊະນະຫຼຽນທອງແດງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG