ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເປັນໄປໄດ້ສູງ ວ່າ ກອງປະຊຸມສຸດຍອດ ລະຫວ່າງ ປ. ທຣຳ ກັບ ຜູ້ນຳ ກິມ ຈະມີຂຶ້ນ ຢູ່ ສິງກະໂປ


ພວກຄົນພາກັນເບິ່ງ ໂທລະພາບ ທີ່ສະແດງໃຫ້ເຫັນ ປະທາ
ນາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ (ຂວາ) ກັບ ຜູ້ນຳ
ເກົາຫຼີເໜືອ ທ່ານ ກິມ ຈົງ-ອຶນ ໃນລະຫວ່າງ ລາຍການຂ່າວ ຢູ່ສະຖານີລົດໄຟໃຕ້ດິນຂອງໂຊລ, ວັນທີ 21 ເມສາ 2018.
ພວກຄົນພາກັນເບິ່ງ ໂທລະພາບ ທີ່ສະແດງໃຫ້ເຫັນ ປະທາ ນາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ (ຂວາ) ກັບ ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ-ອຶນ ໃນລະຫວ່າງ ລາຍການຂ່າວ ຢູ່ສະຖານີລົດໄຟໃຕ້ດິນຂອງໂຊລ, ວັນທີ 21 ເມສາ 2018.

ສື່ມວນຊົນຕ່າງໆຂອງເກົາຫຼີໃຕ້ ກ່າວວ່າ ກອງປະຊຸມສຸດຍອດ ທີ່ໄດ້ຄາດໝາຍໄວ້
ລະຫວ່າງ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກັບ ຜູ້ນຳເກົາຫຼີ

ເໜືອ ທ່ານ ກິມ ຈົງ-ອຶນ ນັ້ນ ແມ່ນເປັນໄປໄດ້ສູງ ທີ່ຈະເກີດຂຶ້ນ ໃນເດືອນໜ້ານີ້ ຢູ່
ສິງກະໂປ.

ໜັງສືພິມ Chosun Ilbo ແລະອົງການຂ່າວ Yonhap ຕ່າງກໍອ້າງອີງ ຄຳເວົ້າ ຂອງ
ແຫລ່ງຂ່າວ ທີ່ຂໍສະຫງວນຊື່ ທີ່ວ່າ ສະຫະລັດ ກັບ ເກົາຫຼີເໜືອ ໄດ້ຕົກລົງເຫັນດີນຳກັນ
ວ່າ ການພົບປະກັນ ຈະມີຂຶ້ນ ຢູ່ໃນຕົວເມືອງ ຫຼື ລັດ ໃນ ສັບປະດາທີ 3 ຂອງເດືອນ
ມິຖຸນາ ເພື່ອຫລີກເວັ້ນບັນຫາຂັດແຍ້ງ ກັບ ກອງປະຊຸມສຸດຍອດ ກຸ່ມ G7 ຫຼື ກຸ່ມ 7
ປະເທດມະຫາອຳນາດ ທີ່ຈະຈັດຂຶ້ນຢູ່ໃນປະເທດ ການາດາ ໃນລະຫວ່າງ ວັນທີ 8
ຫາ 9 ເດືອນມິຖຸນາ ເຊິ່ງ ທ່ານທຣຳ ຈະເຂົ້າຮ່ວມ ນຳນັ້ນ.

ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ-ອຶນ, ຊ້າຍ, ແລະ ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ຍ່າງຄຽງຂ້າງກັນ ຢູ່ໃນບ້ານຊາຍແດນ ປາມູນຈອມ ໃນເຂດປອດທະຫານ, ວັນທີ 27 ເມສາ 2018.
ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ-ອຶນ, ຊ້າຍ, ແລະ ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ຍ່າງຄຽງຂ້າງກັນ ຢູ່ໃນບ້ານຊາຍແດນ ປາມູນຈອມ ໃນເຂດປອດທະຫານ, ວັນທີ 27 ເມສາ 2018.

ທ່ານທຣຳ ໄດ້ບອກບັນດານັກຂ່າວ ໃນວັນສຸກຜ່ານມານີ້ ວ່າ ທັງສອງຝ່າຍ “ບັດນີ້ ມີ
ວັນເວລາ ແລະ ພວກເຮົາມີສະຖານທີ່ ແລ້ວ.”
ກ່ອນໜ້ານີ້ ທ່ານໄດ້ກ່າວວ່າ ເຂດປອດ
ທະຫານ ທີ່ແບ່ງແຍກເກົາຫຼີ ນັ້ນ ອາດເປັນສະຖານທີ່ເໝາະສົມ ສຳລັບຈັດກອງປະຊຸມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG