ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ຈະຈັດງານກິ້ງໄຂ່ ອີສເຕີ ປະຈຳປີ


ສະຕີໝາຍເລກນຶ່ງ ສະຫະລັດ ທ່ານນາງ ເມລາເນຍ ທຣຳ ຍິ້ມ ຫຼັງຈາກໄດ້ອ່ານປຶ້ມເດັກນ້ອຍ "Party Animals" ທີ່ງານກິ້ງ
ໄຂ່ອີສເຕີປະຈຳປີຄັ້ງທີ 139 ທີ່ເດີນຫຍ້າທິດໃຕ້ຂອງທຳນຽບ
ຂາວ, ນະຄອນຫຼວງ ວໍຊິງຕັນ. 17 ເມສາ, 2017.
ສະຕີໝາຍເລກນຶ່ງ ສະຫະລັດ ທ່ານນາງ ເມລາເນຍ ທຣຳ ຍິ້ມ ຫຼັງຈາກໄດ້ອ່ານປຶ້ມເດັກນ້ອຍ "Party Animals" ທີ່ງານກິ້ງ ໄຂ່ອີສເຕີປະຈຳປີຄັ້ງທີ 139 ທີ່ເດີນຫຍ້າທິດໃຕ້ຂອງທຳນຽບ ຂາວ, ນະຄອນຫຼວງ ວໍຊິງຕັນ. 17 ເມສາ, 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ສະຕີໝາຍເລກນຶ່ງ ທ່ານນາງ
ເມລາເນຍ ທຣຳ ຈະຈັດວັນກິ້ງໄຂ່ອີສເຕີປະຈຳປີໃນວັນຈັນມື້ນີ້ ທີ່ເດີ່ນຫຍ້າທິດໃຕ້
ຂອງທຳນຽບຂາວ.

ປະຊາຊົນທີ່ຈະເຂົ້າຮ່ວມໃນງານດັ່ງກ່າວ ແມ່ນຜູ້ທີ່ໄດ້ຊະນະການຈົກສະຫຼາກສາທາ
ລະນະ ເຊິ່ງຖືກຈັດຂຶ້ນໃນເດືອນກຸມພາທີ່ຜ່ານມາ.

ທຳນຽບຂາວກ່າວວ່າ ວັນດັ່ງກ່າວຈະ “ເຕັມໄປດ້ວຍກິດຈະກຳຄອບຄົວ.”

ໃນພາກສ່ວນຂອງການສະຫຼອງບຸນດັ່ງກ່າວນັ້ນ, ພວກເດັກນ້ອຍ ແລະ ຄອບຄົວປົກ
ກະຕິຈະຍູ້ໄຂ່ ທີ່ເຮັດຈາກໄມ້ ຜ່ານເດີ່ນຫຍ້າຂອງ ທຳນຽບຂາວ ດ້ວຍການໃຊ້ບ່ວງ
ຂະໜາດໃຫຍ່. ວົງດຸລິຍາງທະຫານ ແລະ ການຫຼິ້ນເກມຕ່າງໆ ກໍຈະເປັນພາກສ່ວນ
ນຶ່ງ ຂອງປະເພນີຂອງງານນີ້ນຳ.

ງານກິ້ງໄຂ່ອີສເຕີ ຂອງທຳນຽບຂາວ ແມ່ນປະເພນີ ທີ່ມີມາແຕ່ດົນນານ, ຢ້ອນກັບຄືນ
ໄປຫາ ປີ 1878 ເມື່ອປະທານາທິບໍດີ ຣູເທີຝອດ ບີ ເຮສ "Rutherford B. Hayes"
ໄດ້ຈັດຕັ້ງງານດັ່ງກ່າວຂຶ້ນເປັນຄັ້ງທຳອິດ.

ມັນບໍ່ໄດ້ມີການກິ້ງໄຂ່ໃນລະຫວ່າງປີ 1917 ຫາ 1920 ຍ້ອນສົງຄາມໂລກຄັ້ງທີນຶ່ງ.
ແລະຄ້າຍຄືກັນນັ້ນ, ໃນລະຫວ່າງສົງຄາມໂລກຄັ້ງທີສອງ, ງານກິ້ງໄຂ່ອິສເຕິີ ກໍບໍ່ໄດ້
ຖືກຈັດຂຶ້ນເຊັ່ນກັນຈາກປີ 1943 ຫາ 1945.

ຄວາມພະຍາຍາມອະນຸລັກອາຫານ ແລະ ຕໍ່ມາການກໍ່ສ້າງ ທຳນຽບຂາວ ກໍຍັງໄດ້
ເຮັດໃຫ້ການສະເຫຼີມສະຫຼອງດັ່ງກ່າວນັ້ນຖືກຢຸດສະງັກໄປຊົ່ວຄາວຈາກປີ 1946
ຫາປີ 1952.

ແນວໃດກໍຕາມ, ປະທານາທິບໍດີ ດໄວທ ໄອເຊັນຮາວເວີ "Dwight Eisenhower"
ໄດ້ນຳງານກິ້ງໄຂ່ອີສເຕີຂອງ ທຳນຽບຂາວມາຈັດຄືນໃໝ່ໃນປີ 1953.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG