ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ກ່າວວ່າ ຜູ້ນຳຂອງເຂົາເຈົ້າຈະພົບປະກັນ ໃນເດືອນໜ້ານີ້ ຢູ່ນະຄອນຫຼວງ ພຽງຢາງ ຂອງ ເກົາຫຼີເໜືອ.
ການປະກາດໄດ້ມີຂຶ້ນໃນວັນຈັນວານນີ້ ຫຼັງຈາກທັງສອງຝ່າຍ ໄດ້ຈັດການເຈລະຈາ
ລະດັບສູງ ທີ່ບ້ານສະຫງົບເສິກ ປັນມຸນຈອມ ຢູ່ໃນເຂດຊາຍແດນ ທີ່ແຍກເກົາຫຼີເໜືອ ທີ່ມີລະບອບການປົກຄອງ ແບບຜະດັດການ ອອກຈາກເກົາຫຼີໃຕ້ ທີ່ເປັນປະຊາທິປະໄຕ.
ຖະແຫຼງການ ບໍ່ໄດ້ບອກວັນເວລາທີ່ແນ່ນອນວ່າ ເມື່ອໃດການພົບປະລະຫວ່າງ
ທ່ານ ກິມ ຈົງ ອຶນ ຜູ້ນຳເກົາຫຼີເໜືອ ກັບປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ ອິນ ຈະຖືກຈັດຂຶ້ນ.
ທ່ານ ກິມ ຈົງ ອຶນ ແລະ ປະທານາທິບໍດີ ມູນ ໄດ້ຈັດກອງປະຊຸມສຸດຍອດຄັ້ງທຳອິດ
ໃນເດືອນເມສາທີ່ຜ່ານມາ ຢູ່ບ້ານ ປັນມຸນຈອມ, ຕິດຕາມດ້ວຍການພົບປະຄັ້ງທີສອງ
ໃນເດືອນພຶດສະພາ, ທີ່ບ້ານສະຫງົບເສິກດັ່ງກ່າວ ເຊັ່ນກັນ. ຖ້າແຜນການຈັດກອງ
ປະຊຸມສຸດຍອດ ໃນເດືອນກັນຍານີ້ ດຳເນີນຕໍ່ໄປ, ທ່ານ ມູນ ກໍຈະເປັນຜູ້ນຳເກົາຫຼີໃຕ້
ຄົນທີສາມ ທີ່ໄດ້ເດີນທາງຢ້ຽມຢາມນະຄອນຫຼວງ ພຽງຢາງ.
ການພົບປະທີ່ມີການວາງແຜນໄວ້ ສຳລັບເດືອນໜ້າລະຫວ່າງ ຜູ້ນຳຂອງສອງປະເທດ
ຄູ່ປໍລະປັກ ເກົາຫຼີ ຈະເປັນການສືບຕໍ່ການທາບທາມ ທາງການທູດທີ່ມີຂຶ້ນຫຼາຍຄັ້ງ ນັບຕັ້ງແຕ່ປະທານາທິບໍດີ ມູນ ໄດ້ຮັບເອົາຂໍ້ສະເໜີຂອງທ່ານ ກິມ ເພື່ອໃຫ້ນັກກິລາ
ເກົາຫຼີເໜືອ ໄດ້ເຂົ້າຮ່ວມໃນ ກິລາໂອລິມປິກລະດູໜາວ ໃນເມືອງ ພຽງຈາງ ເມື່ອເດືອນກຸມພາທີ່ຜ່ານມາ. ການທາບທາມດັ່ງກ່າວ ໄດ້ບັນລຸເຖິງການຈັດກອງ
ປະຊຸມສຸດຍອດ ຄັ້ງປະຫວັດສາດ ລະຫວ່າງ ທ່ານ ກິມ ກັບປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໃນເດືອນມິຖຸນາທີ່ຜ່ານມາ ບ່ອນ ທີ່ທ່ານໄດ້ເຊັນຂໍ້ຕົກລົງ ທີ່ບໍ່ມີຄວາມກະຈ່າງແຈ້ງ ເພື່ອໃຫ້ ເກົາຫຼີເໜືອ ກຳຈັດຄັງອາວຸດນິວເຄລຍຂອງຕົນ.