ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳ ເກົາຫຼີ ຈະຈັດ ກອງປະຊຸມ ສຸດຍອດ ທີ່ນະຄອນຫຼວງ ພຽງຢາງ ໃນເດືອນໜ້າ


ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ຈັບມືກັບຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໃນລະຫວ່າງກອງປະຊຸມສຸດຍອດທີ່ໝູ່ບ້ານສະຫງົບເສິກ ປັນມຸນຈອມ, ເກົາຫຼີເໜືອ. 27 ພຶດສະພາ, 2018.
ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ຈັບມືກັບຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໃນລະຫວ່າງກອງປະຊຸມສຸດຍອດທີ່ໝູ່ບ້ານສະຫງົບເສິກ ປັນມຸນຈອມ, ເກົາຫຼີເໜືອ. 27 ພຶດສະພາ, 2018.

ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ກ່າວວ່າ ຜູ້ນຳຂອງເຂົາເຈົ້າຈະພົບປະກັນມື້ໃດມື້ນຶ່ງໃນ
ເດືອນໜ້າ ຢູ່ນະຄອນຫຼວງ ພຽງຢາງ ຂອງ ເກົາຫຼີເໜືອ.

ການປະກາດໄດ້ມີຂຶ້ນໃນວັນຈັນມື້ນີ້ ຫຼັງຈາກທັງສອງຝ່າຍ ໄດ້ຈັດການເຈລະຈາລະ
ດັບສູງ ທີ່ບ້ານສະຫງົບເສິກ ປັນມຸນຈອມ ທີ່ແຍກລະບອບການປົກຄອງ ແບບຜະດັດ
ການ ເກົາຫຼີເໜືອ ອອກຈາກເກົາຫຼີໃຕ້ ທີ່ເປັນປະຊາທິປະໄຕ.

ຖະແຫຼງການບໍ່ໄດ້ບອກວັນເວລາທີ່ແນ່ນອນວ່າ ເມື່ອໃດການພົບປະລະຫວ່າງທ່ານ
ກິມ ຈົງ ອຶນ ຜູ້ນຳເກົາຫຼີເໜືອ ກັບປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ ອິນ ຈະຈັດ
ຂຶ້ນ.

ທ່ານ ກິມ ຈົງ ອຶນ ແລະ ປະທານາທິບໍດີ ມູນ ໄດ້ຈັດກອງປະຊຸມສຸດຍອດຄັ້ງທຳອິດ
ໃນເດືອນເມສາທີ່ຜ່ານມາ ຢູ່ບ້ານ ປັນມຸນຈອມ, ຕິດ ຕາມດ້ວຍການພົບປະຄັ້ງທີສອງ
ໃນເດືອນພຶດສະພາ, ທີ່ບ້ານສະຫງົບເສິກດັ່ງກ່າວ ເຊັ່ນກັນ. ຖ້າແຜນການສຳລັບກອງ
ປະຊຸມສຸດຍອດ ໃນເດືອນກັນຍານີ້ ດຳເນີນຕໍ່ໄປ, ທ່ານ ມູນ ກໍຈະເປັນຜູ້ນຳເກົາຫຼີໃຕ້
ຄົນທຳອິດ ທີ່ໄດ້ເດີນທາງຢ້ຽມຢາມນະຄອນຫຼວງ ພຽງຢາງ.

ການພົບປະທີ່ຖືກວາງແຜນໄວ້ສຳລັບເດືອນໜ້າລະຫວ່າງ ຜູ້ນຳຂອງສອງປະເທດຄູ່
ປໍລະປັກ ເກົາຫຼີ ຈະເປັນການສືບຕໍ່ການທາບທາມທາງ ການທູດທີ່ມີຂຶ້ນຫຼາຍຄັ້ງ ນັບ
ຕັ້ງແຕ່ປະທານາທິບໍດີ ມູນ ໄດ້ຮັບເອົາຂໍ້ສະເໜີຂອງທ່ານ ກິມ ເພື່ອໃຫ້ນັກກິລາ ເກົາຫຼີ
ເໜືອ ໄດ້ເຂົ້າຮ່ວມໃນກິລາໂອລິມປິກລະດູໜາວໃນເມືອງ ພຽງຈາງ ເມື່ອເດືອນກຸມພາ
ທີ່ຜ່ານມາ. ການທາບທາມດັ່ງກ່າວ ໄດ້ບັນລຸເຖິງການຈັດກອງປະຊຸມສຸດຍອດຄັ້ງປະ
ຫວັດສາດ ລະຫວ່າງ ທ່ານ ກິມ ກັບປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນ
ເດືອນມິຖຸນາທີ່ຜ່ານມາ, ບ່ອນທີ່ທ່ານໄດ້ເຊັນຂໍ້ຕົກລົງ ທີ່ບໍ່ມີຄວາມກະຈ່າງແຈ້ງ ເພື່ອ
ໃຫ້ ເກົາຫຼີເໜືອ ກຳຈັດຄັງອາ ວຸດນິວເຄລຍຂອງຕົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG