ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຫລາຍເຖິງ 18 ຄົນ ຍັງຕົກຄ້າງ ຢູ່ຂ້າງໃນ ບໍ່ຖ່ານຫີນ ໃນ ເທີກີ (ສະໄລດ໌/ວີດີໂອ)


ສະມາຊິກໃນຄອບຄົວ ພາກັນຮ້ອງໄຫ້ ໃນລະຫວ່າງ ສົ່ງສະການ ໃຫ້ແກ່ພວກເຄາະຮ້າຍ ຍ້ອນບໍ່ຖ່ານຫີນລະເບີດ ທີ່ເມືອງ Soma (15 ພຶດສະພາ 2014)
ສະມາຊິກໃນຄອບຄົວ ພາກັນຮ້ອງໄຫ້ ໃນລະຫວ່າງ ສົ່ງສະການ ໃຫ້ແກ່ພວກເຄາະຮ້າຍ ຍ້ອນບໍ່ຖ່ານຫີນລະເບີດ ທີ່ເມືອງ Soma (15 ພຶດສະພາ 2014)
ລັດຖະມົນຕີພະລັງງານເທີກີ ກ່າວວ່າ ຫລາຍທີ່ສຸດແມ່ນມີ 18 ຄົນ
ຍັງຕົກຄ້າງ ຢູ່ຂ້າງໃນບໍ່ຖ່ານຫີນ ທີ່ເມືອງ Soma ຫຼັງຈາກໄດ້ເກີດ
ເຫດລະເບີດແລະໄຟໄໝ້ທີ່ເປັນເຫດໃຫ້ມີຜູ້ເສຍຊີວິດ 280 ຄົນນັ້ນ.

ທ່ານ Taner Yildiz ຍັງກ່າວໃນວັນສຸກມື້ນີ້ ໂດຍເວົ້າວ່າ ໂຕເລກ
ຜູ້ເສຍຊີວິດຂັ້ນສຸດທ້າຍ ຈາກອຸປະຕິເຫດ ໃນຄັ້ງນີ້ ແມ່ນປະມານ
302 ຄົນ. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ພວກຜູ້ຊາຍທີ່ຕົກຄ້າງ
ຢູ່ຂ້າງໃນເຫຼົ່ານີ້ ຍັງມີຊີວິດຢູ່ຫລືບໍ່. ເຫດໝໍ້ແປງໄຟຟ້າລະເບີດທີ່
ບໍ່ຖ່ານຫີນເມືອງ Soma ໃນວັນອັງຄານ ຜ່ານມານີ້ ແມ່ນອຸປະຕິ
ເຫດທາງບໍ່ຖ່ານຫີນ ທີ່ຮ້າຍແຮງສຸດເທົ່າທີ່ເຄີຍມີມາຢູ່ໃນປະເທດເທີກີ.

ໄຟທີ່ຍັງສືບຕໍ່ລຸກໄໝ້ຢູ່ຂ້າງໃນ ຂອງບໍ່ຖ່ານຫີນ ຫລາຍໆມື້ນີ້ໄດ້ເປັນອຸບປະສັກຂັດຂວາງຕໍ່ ການດຳເນີນຄວາມພະຍາຍາມ ເພື່ອຊອກຄົ້ນຫາ ພວກທີ່ລອດຊີວິດມາໄດ້. ເກືອບສອງມື້ ຜ່ານໄປແລ້ວ ນັບຕັ້ງແຕ່ໄດ້ມີການຊ່ອຍຜູ້ທີ່ລອດຊີວິດອອກມາໄດ້ຈາກຂ້າງໃນ.

ເຈົ້າໜ້າທີ່ກ່າວວ່າ ຄົນງານສ່ວນໃຫຍ່ເສຍຊີວິດ ຍ້ອນແກັສພິດຄາບອນໂມນັອກໄຊ. ລັດຖະ ບານແລະເຈົ້າໜ້າທີ່ບໍລິສັດບໍ່ຖ່ານຫີນກ່າວວ່າ ເກືອບ 450 ຄົນໄດ້ ຖືກຊ່ອຍຊີວິດໄວ້ໄດ້.

ປະຊາຊົນຊາວເທີກີ ແມ່ນມີຄວາມໂກດແຄ້ນ ຫຼັງຈາກໜັງສືພິມ ໄດ້ພິມເຜີຍແຜ່ ຮູບພາບ ຜູ້ ຊ່ອຍນາຍົກລັດຖະມົນຕີຊຶ່ງໄດ້ເຕະຜູ້ຊາຍຄົນນຶ່ງທີ່ປະທ້ວງຢູ່ບໍ່ຖ່ານຫີນ ທີ່ເກີດອຸປະຕິເຫດ ຊຶ່ງຖືກຕຳຫຼວດຈັບໄວ້ໃນບໍລິເວນດັ່ງກ່າວ.

ເຫດການດັ່ງກ່າວເກີດຂຶ້ນທີ່ເມືອງ Soma ໃນມື້ວັນພຸດຜ່ານມາລະຫວ່າງນາຍົກລັດຖະມົນຕີ Recep Tayyip Erdogan ເດີນທາງໄປຢ້ຽມຢາມ. ທ່ານໄດ້ຖືກໂຈມຕີຢູ່ແລ້ວຍ້ອນປາກົດວ່າ ບໍ່ຄ່ອຍໃຫ້ຄວາມສົນໃຈຕໍ່ການເກີດອຸປະຕິເຫດ ໃນຄັ້ງນີ້.
TURKEY MINE DISASTER SOTVO
please wait

No media source currently available

0:00 0:00:44 0:00
XS
SM
MD
LG