ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນດາພະນັກງານລັດຖະບານ ທີ່ບໍ່ໄດ້ສັກຢາວັກຊີນ ຈະປະເຊີນໜ້າກັບການກວດສອບ ແລະໃສ່ໜ້າກາກ


ປະທານາທິບໍດີໂຈ ໄບເດັນ ຕອບຄຳຖາມ ຫຼັງຈາກປະກາດວ່າ ພະນັກງານລັດຖະບານກາງ ຫຼາຍລ້ານຄົນ ທີ່ບໍ່ໄດ້ສັກຢາວັກຊີນ ຕ້ອງໃສ່ໜ່າກາກ ແລະພິສູດວ່າເຂົາເຈົ້າໄດ້ສັກຢາວັກຊີນປ້ອງກັນ. ນະຄອນຫຼວງວໍຊິງຕັນ ວັນທີ 29 ກໍລະກົດ 2021.
ປະທານາທິບໍດີໂຈ ໄບເດັນ ຕອບຄຳຖາມ ຫຼັງຈາກປະກາດວ່າ ພະນັກງານລັດຖະບານກາງ ຫຼາຍລ້ານຄົນ ທີ່ບໍ່ໄດ້ສັກຢາວັກຊີນ ຕ້ອງໃສ່ໜ່າກາກ ແລະພິສູດວ່າເຂົາເຈົ້າໄດ້ສັກຢາວັກຊີນປ້ອງກັນ. ນະຄອນຫຼວງວໍຊິງຕັນ ວັນທີ 29 ກໍລະກົດ 2021.

ໃນຂະນະທີ່ເຊື້ອໄວຣັສໂຄວິດ-19 ສາຍພັນໃໝ່ແດລຕ້າ ກຳລັງແຜ່ລະບາດຢ່າງ ໄວຢູ່
ໃນທົ່ວປະເທດ ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ປະກາດ ໃຫ້ພະນັກງານ
ພົນລະເຮືອນຂອງລັດຖະບານກາງຕ້ອງສັກຢາ ຫຼືໃຫ້ມີການກວດ ເປັນປະຈຳ ແລະໃສ່
ໜ້າກາກ.

ປະທານາທິບໍດີກ່າວ ໃນວັນອັງຄານວານຜ່ານມານີ້ ຢູ່ໃນຄຳປາໄສຈາກຫ້ອງຕາ ວັນອອກ
ຂອງທຳນຽບຂາວວ່າ “ພະນັກງານລັດຖະບານກາງທຸກໆຄົນຈະຖືກ ຖາມກ່ຽວກັບຖານະ
ໃນການສັກຢາວັກຊີນຂອງເຂົາເຈົ້າ. ຜູ້ໃດທີ່ບໍ່ໄດ້ໃຫ້ການຢັ້ງ ຢືນໃນການສັກຢາວັກຊີນ
ຈະຕ້ອງການໃຫ້ໃສ່ໜ້າກາກ ບໍ່ກ່ຽວຂ້ອງວ່າເຂົາເຈົ້າ ເຮັດວຽກຢູ່ໃສ ກວດນຶ່ງ ຫຼືສອງເທື່ອ
ຕໍ່ອາທິດ ເພື່ອໃຫ້ຮູ້ວ່າ ຖ້າຫາກເຈົາເຈົ້າໄດ້ ຕິດໂຄວິດ ໃຫ້ຢູ່ຫ່າງກັນ ແລະໂດຍທົ່ວໄປ
ແລ້ວ ບໍ່ອະນຸຍາດ ໃຫ້ເດີນທາງໄປ ເຮັດວຽກ.”

ລັດຖະບານກາງ ມີພະນັກງານອາເມຣິກັນຫຼາຍກວ່າ 4 ລ້ານຄົນ ຮວມທັງ 2 ລ້ານຄົນ ເປັນ
ພະນັກງານພົນລະເຮືອຂອງລັດຖະບານກາງ ອີງຕາມຖະແຫຼງ ການຂອງທຳນຽບຂາວ.

ປະທານາທິບໍດີໄບເດັນ ກ່າວເພີ້ມວ່າ ມາດຕະຖານດຽວກັນ ຈະຖືກນຳໃຊ້ສຳລັບບັນດາ
ພະນັກງານສັນຍາຈ້າງ.

ທ່ານກ່າວວ່າ “ຖ້າຫາກທ່ານຕ້ອງການເຮັດທຸລະກິດກັບລັດຖະບານກາງ ເອົາຄົນຂອງ
ພວກທ່ານໄປສັກຢາວັກຊີນ.”

ສະຫະພັນແຮງງານຕາງໜ້າໃຫ້ບັນດາພະນັກງານລັດຖະບານກາງ ມີປະຕິກິລິຍາຢ່າງ
|ລະມັດລະວັງ.

ທ່ານນາງເອເວີແຣັຕ ແຄລລີ (Everett Kelly) ຫົວໜ້າສະຫະພັນພະນັກງານລັດຖະ
ບານກາງ ຊຶ່ງເປັນສະຫະພັນແຮງງານຕາງໜ້າແຮງງານ 700,000 ຄົນ ກ່າວວ່າ “ພວກ
ເຮົາຄາດວ່າ ການປ່ຽນແປງໂດຍສະເພາະ ໃດໆຕໍ່ສະພາບການ ເຮັດວຽກ ຮວມທັງບັນ
ດາການພົວພັນກັບໂຄວິດ-19 ແລະພົວພັນກັບຫລັກການ ໃດໆ ໄດ້ຕໍ່ລອງຢ່າງເໜາະ
ສົມກັບບັນດາໜ່ວຍງານຕ່າງໆ ກ່ອນທີ່ຈະມີການຈັດ ຕັ້ງປະຕິບັດ.”

[[ https://www.afge.org/publication/largest-federal-employee-union-responds-to-president-bidens-covid-19-vaccine-announcement/ ]]

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG