ລ່ວງໜ້າວັນສຸຂະພາບໂລກ ວັນທີ 7 ເມສາມື້ນີ້ ທາງອົງການ
ອະນາໄມໂລກ ໄດ້ອອກມາຮຽກຮ້ອງໃຫ້ບັນດາລັດຖະບານທັງ
ຫລາຍ ຈົ່ງຈັດຕັ້ງປະຕິບັດ ລະບົບປ້ອງກັນຄວາມປອດໄພຂອງ
ອາຫານທີ່ແໜ້ນໜາ ເພື່ອປົກປ້ອງປະຊາຊົນໄວ້ ຈາກອາຫານທີ່
ແປດເປື້ອນດ້ວຍເຊື້ອໂຣກ ທີ່ສາມາດເອົາຊີວິດເຂົາເຈົ້າໄດ້ນັ້ນ.
ນັກຂ່າວວີໂອເອ Lisa Schlein ມີລາຍງານມາຈາກສຳນັກງານ
ໃຫຍ່ຂອງອົງການອະນາໄມໂລກ ຫລື WHO ທີ່ນະຄອນ Geneva
ຊຶ່ງດາຣາຈະນຳມາສະເໜີທ່ານ.
ຄົນເຮົາແມ່ນຕ້ອງໄດ້ກິນ ເພື່ອທີ່ຈະມີຊີວິດຢູ່ ແຕ່ວ່າອົງການອະນາໄມໂລກ World Health Organization ຫລື WHO ເຕືອນວ່າ ສິ່ງທີ່ເຮົາກິນນັ້ນ ສາມາດເຮັດໃຫ້ເຮົາຕາຍໄດ້. ຍ້ອນວ່າຍຸກນີ້ເປັນຍຸກໂລກາພິວັດ ອາຫານຫລາຍໆຊະນິດ ທັ້ງທີ່ຢູ່ໃນລະດູການຫລືນອກລະດູການ ແມ່ນມີໄວ້ໃຫ້ພວກເຮົາໄດ້ກິນທຸກຍາມ ໃນທົ່ວໂລກ.
ແຕ່ໜ້າເສຍໃຈ ອົງການອະນາໄມໂລກກ່າວວ່າ ອາຫານເຫລົ່ານັ້ນສາມາດແປດເປື້ອນໄປດ້ວຍ ເຊື້ອແບັກທີເຣຍ ເຊື້ອໄວຣັສ ເຊື້ອກາຝາກ ແລະສານເຄມີ ທີ່ເປັນອັນຕະລາຍຕໍ່ຊີວິດໄດ້ ໃນທຸກຂັ້ນຕອນຂອງສາຍໂສ້ການຜະລິດແລະຈຳນ່າຍແຈກຢາຍ ອັນສະລັບຊັບຊ້ອນ ທີ່ມາພ້ອມກັບໂລກາພິວັດນັ້ນ.
WHO ຊຶ່ງເປັນອົງການຂອງອົງການສະຫະປະຊາຊາດ ຫລື UN ກ່າວວ່າ ສິ່ງແປດເປື້ອນ
ທີ່ເປັນອັນຕະລາຍເຫລົ່ານັ້ນ ເປັນສາເຫດຂອງ ໂຣຄາພະຍາດຫລາຍກ່ວາ 200 ຊະນິດ
ນັບຕັ້ງແຕ່ໂຣກທ້ອງຂີ້ຮາກ ຫລືທ້ອງສຸ ໄປຫາໂຣກມະເຮັງ. ແລະເປັນເທື່ອທຳອິດທີ່ WHO
ໄດ້ອອກຕົວເລກ ທີ່ຕີລາຄາພາລະຕໍ່ໂລກ ຂອງພວກໂຣຄາພະຍາດທີ່ມານຳອາຫານນັ້ນ.
ຫົວໜ້າພະແນກຄວາມປອດໄພດ້ານອາຫານແລະພະຍາດຕິດແປດຈາກສັດ ຂອງ WHO
ທ່ານ Kazuaki Miyagishima ກ່າວຕໍ່ວີໂອເອວ່າ ມີອັນຕະລາຍຈາກອາຫານຢ່າງຫລວງ
ຫລາຍ ຈົນວ່າບັນດາຊ່ຽວຊານຂອງ WHO ຕ້ອງຈຳກັດການຄົ້ນຄ້ວາຂອງພວກເຂົາເຈົ້າໃສ່ພວກພະຍາດລຳໃສ້ຊະນິດແຕກຕ່າງກັນ ທີ່ມາຈາກການກິນອາຫານ.
ທ່ານ Kazuaki Miyagishima ກ່າວວ່າ “ພວກເຮົາເກັບກຳ ເຊື້ອແບັກທີເຣຍ
ເຊື້ອໄວຣັສ ແລະເຊື້ອກາຝາກ ໄດ້ 22 ຊະນິດ ແລະອິງຕາມການປະເມີນຂອງ
ພວກເຮົາ ໃນປີ 2010 ນັ້ນ ກໍແມ່ນວ່າ ເຊື້ອໂຣກ 22 ຊະນິດທີ່ແຕກຕ່າງກັນນັ້ນ
ໄດ້ກໍ່ໃຫ້ເກີດການເຈັບປ່ວຍທີ່ມາຈາກອາຫານ 582 ລ້ານກໍລະນີ ທີ່ພາໃຫ້ມີຄົນ
ເສຍຊິວີດ ຮອດ 351,000 ຄົນ ຢູ່ໃນທົ່ວໂລກ.”
ບົດຂຽນຂອງ Dr. Miyagishima ກ່າວວ່າ ທາງອົງການຂອງທ່ານຫວັງວ່າ ຈະໄດ້ຈັດພິມ
ຂໍ້ມູນອອກມາເຜີຍແຜ່ພາຍໃນທ້າຍປີນີ້ ກ່ຽວກັບອາຫານທີ່ເປັນພິດ ຍ້ອນມີສານເຄມີປະປົນ
ຢູ່ນຳ.
ທ່ານກ່າວວ່າ ອາຟຣິກາແມ່ນເປັນຂົງເຂດ ທີ່ມີພາລະແບກຫາບໜັກທີ່ສຸດ ຍ້ອນພວກ
ພະຍາດຊະນິດຕ່າງໆ ທີ່ມາຈາກການກິນອາຫານ ຊຶ່ງຂົງເຂດທີສອງລອງລົງມາ ກໍແມ່ນ
ເອເຊຍຕາເວັນອອກສຽງໃຕ້.
ທ່ານ Kazuaki Miyagishima ກ່າວຕໍ່ໄປວ່າ ສະຖານະການແມ່ນຂີ້ຮ້າຍເປັນພິເສດໃນ
ອາຟຣິກາ ເພາະວ່າອາຟຣິກາບໍ່ມີທັງລະບົບຄວາມປອດໄພດ້ານອາຫານ ແລະລະບົບຮັກ
ສາສຸຂະພາບ ທີ່ໄດ້ຮັບການພັດທະນາຂຶ້ນມາຢ່າງດີ ໂດຍກ່າວຕື່ມວ່າທັງການຜະລິດແລະການກະກຽມອາຫານ ມັກຈະບໍ່ໄດ້ມາດຕະຖານຄວາມປອດໄພດ້ານອະນາໄມ.
ທ່ານກ່າວອີກວ່າ ພວກເດັກນ້ອຍໆຢູ່ໃນທົ່ວໂລກ ແມ່ນເປັນຜູ້ໄດ້ຮັບເຄາະລາຍໃຫຍ່ທີ່ສຸດ
ຈາກອາຫານທີ່ບໍ່ປອດໄພ.
ທ່ານ Miyagishima ກ່າວວ່າ “40 ສ່ວນຮ້ອຍ ຂອງການເຈັບປ່ວຍຕ່າງໆ ກັບ
ການເສຍຊີວິດ ແມ່ນເກີດແກ່ພວກເດັກນ້ອຍ ອາຍຸ 5 ປີ ຫລືບໍ່ຮອດ ແລະພົນ
ລະເມືອງເດັກ ອາຍຸ 5 ຂວບກັບຕ່ຳກ່ວາ ແມ່ນປະກອບເປັນ 9 ສ່ວນຮ້ອຍ
ຂອງຈຳນວນປະຊາກອນໂລກທັງໝົດ. ສະນັ້ນ ກໍໝາຍຄວາມວ່າ 9% ຂອງ
ປະຊາກອນໂລກ ພາກັນເປັນພະຍາດທີ່ມາຈາກອາຫານ ໃນອັດຕາ 40%.”
ອົງການອະນາໄມໂລກ WHO ຮຽກຮ້ອງໃຫ້ບັນດາລັດຖະບານທັງຫລາຍ ຈັດຕັ້ງປະຕິບັດ
ກົດໝາຍແລະລະບົບຮັກສາຄວາມປອດໄພຂອງອາຫານ ເພື່ອປົກປ້ອງປະຊາຊົນຂອງຕົນ. ແລະແນະນຳໃຫ້ ພວກເຂົາເຈົ້າອ້າງເຖິງ ຫລັກຊີ້ນໍາສາກົນ ກ່ຽວກັບມາດຕະຖານດ້ານອາ
ຫານ ທີ່ກໍານົດໄວ້ໂດຍ ອົງການອະນາໄມໂລກ (WHO) ແລະອົງການອາຫານແລະການ
ກະເສດ (FAO) ຂອງສະຫະປະຊາຊາດ.
WHO ກ່າວອີກວ່າ ມີມາດຕະການງ່າຍໆຫລາຍໆຢ່າງ ທີ່ບັນດາຜູ້ຊົມໃຊ້ສາມາດເຮັດໄດ້
ເພື່ອປ້ອງກັນຕົນເອງ ເປັນຕົ້ນວ່າ ໃຫ້ອ່ານສະຫລາກ ຫລືຄຳຊີ້ແຈງກ່ຽວກັບອາຫານ ກ່ອນ
ຈະຊື້ອາຫານ ໃຫ້ລ້າງມືແລະລ້າງອາຫານໃຫ້ສະອາດ ບໍ່ໃຫ້ເອົາອາຫານດິບປົນກັນກັບອາຫານສຸກ ແລະໃຫ້ປຸງແຕ່ງອາຫານໃຫ້ສຸກດີ ກ່ອນຈະກິນ ດັ່ງນີ້ເປັນຕົ້ນ ເພື່ອຫລີກລ່ຽງ
ຈາກອັນຕະລາຍຂອງການເຈັບປ່ວຍ ທີ່ມາຈາກອາຫານນັ້ນ.