ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

UN ເຕືອນກ່ຽວກັບ ຜົນຮັບຮ້າຍແຮງ ຈາກການໃຊ້ ກໍາລັງທະຫານ ໃນຊີເຣຍ (ວີດິໂອກ່ຽວຂ້ອງ)


ທ່ານ ພັນ ຄີມູນ ເລຂາທິການໃຫຍ່ ສະຫະປະຊາຊາດ
ທ່ານ ພັນ ຄີມູນ ເລຂາທິການໃຫຍ່ ສະຫະປະຊາຊາດ
ທ່ານ ພັນ ຄີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ
ເຕືອນ​ບັນດາ​ຜູ້​ນໍາ​ໂລກ​ ໃນ​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າການ​ໃຊ້​ກໍາລັງ
ທະຫານ​ ​ໃນ​ຊີ​ເຣຍ “ທີ່​ຂາດ​ຄວາ​ມລອບຄອບ” ​ໂດຍ​ເວົ້າ​ວ່າ
ມັນ​ມີ​ແຕ່​ຈະເຮັດ​ໃຫ້ ສົງຄາມ​ກາງ​ເມືອງ​ຂອງ​ຊີ​ເຣຍຮ້າຍ​ແຮງ​
ຂຶ້ນ​ໄປ​ອີກ​ເທົ່າ​ນັ້ນ.

ທ່ານ ພັນ ຄີ​ມູນ ​ໄດ້​ໃຫ້​ຄວາມ​ຄິດ​ຄວາມ​ເຫັນ​ດັ່ງກ່າວ​ ໃນ​ວັນ
ສຸກມື້​ນີ້ ນອກກອງ​ປະຊຸມ​ວ່າ​ດ້ວຍ​ມະນຸດສະ​ທໍາ​ບັ້ນ​ນຶ່ງ ຂອງ​ກອງ​ປະຊຸມ ສຸດ​ຍອດ G20 ​ໃນຣັດ​ເຊຍ ບ່ອນ​ທີ່​ປະ ທານາທິບໍດີ​ບາຣັກ ​ໂອ​ບາ​ມາ ພະຍາຍາມໃຫ້ໄດ້​ຮັບ​ ການ​ສະ​ໜັບສະ​ໜຸນ​ຈາກ​ນາໆ ຊາດ ເພື່ອ​ການ​ໂຈມ​ຕີທາງ​ທະຫານ​ຕໍ່​ຊີ​ເຣຍ ທີ່​ອາດ​ເປັນ​ໄປ​ໄດ້​ນັ້ນ.

ຫົວໜ້າ​ຢູ​ເອັນ ທ່ານ ພັນ ຄິມູນ ໄດ້ເຕືອນ​ເຖິງ​ຂໍ້​ຂັດ​ແຍ້​ງກັນທາງ​ທະຫານ​ທີ່​ກ້ວາງ​ໄກ ອອກ​ໄປ​ອີກ​ນັ້ນ ​ໂດຍ​ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ກໍາລັງ​ທະຫານ ອາດ​ນໍາ​ໄປ​ສູ່​ຜົນ​ຮັບ​ຕາມ​ມາ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໄດ້ ​ແລະ​ພ້ອມ​ກັບ​ການ​ຂົ່ມຂູ່​ທີ່​ມີ​ເພີ່ມ​ຂຶ້ນ ຂອງ​ຄວາມ​ຮຸນ​ແຮງດ້ານການ​ແບ່ງ​ແຍກ​ສາສະໜານັ້ນ​ນໍາ.

ທ່ານ Lakhdar Brahimi ທູດ​ພິ​ເສດ​ຢູ​ເອັນ​ປະ​ຈໍາ​ຊີ​ເຣຍ ກໍ​ໄດ້​ເຂົ້າຮ່ວມກອງ​ປະຊຸມ​ຢູ່​ທີ່
​ເມືອງ Saint Petersburg ນໍາ ​ເພື່ອ​ຊ່ວຍ​ທ່ານ​ພັນ ຄີ​ມູນ ຜັກ​ດັນ​ໃຫ້​ມີ​ກອງ​ປະຊຸມລະດັບ
​ນານາ​ຊາດ ​ເພື່ອ​ຊ່ວຍ​ຍຸຕິ​ສົງຄາມ​ກາງເມືອງ​ໃນ​ຊີ​ເຣຍ ທີ່​ຍືດ​ເຍື້ອມາ​ໄດ້​ສອງ​ປີ​ເຄິ່ງ​ແລ້ວນັ້ນ.

ຂະນະ​ນີ້​ປະກົດ​ວ່າ ບັນດາ​ຜູ້​ນໍາ​ໂລກ ຍັງ​ມີ​ຄວາມ​ແຕກ​ແຍກ​ກັນ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ວິ​ກິດ​ການໃນຊີ​ເຣຍ ລຸນຫຼັງມື້​ທໍາ​ອິດ​ຂອງ​ກອງ​ປະ​ຊຸມ​ສຸດ ຍອດ​ດ້ານ​ເສດຖະກິດ. ບັນດານັກ​ການ​ທູດ​ເວົ້າ​ວ່າ ການ​ປຶກສາ​ຫາລື​ກັນ ​ໃນ​ງານ​ອາຫານ​ຄໍ່າ​ທີ່​ເຮັດ​ວຽກ​ໄປ​ພ້ອມ ກ່ຽວ​ກັບ​ຊີ​ເຣຍນັ້ນ ​ໄດ້​ດໍາ​ເນີນ​ໄປ​ດົນ​ນານຈົນ​ເຖິງ​ຕອນ​ກາງຄືນ​ຂອງ​ວັນ​ພະຫັດ​ ​ໂດຍ​ທີ່​ແຕ່ ລະ​ຝ່າຍ​ຍັງ​ຍຶດໝັ້ນຢູ່​ໃນ​ທ່າ​ທີ​ຂອງ​ຕົນ​ນັ້ນຢູ່​ຕໍ່​ໄປ​.

ຂະນະ​ດຽວກັນ​ນີ້ ປະທານາທິບໍດີ​ໂອ​ບາ​ມາ ກໍາລັງ​ຊອກ​ຫາ​ວິທີ ສ້າງ​ກຸ່ມ​ປະສົມ​ໂລກ​ກຸ່ມນຶ່ງ
​ຂຶ້ນມາ ເພື່ອການ​ສະໜັບສະໜຸນ​ການ​ໂຈມ​ຕີ​ທາງ​ທະຫານ​ຕໍ່ຕ້ານລັດຖະບານ​ຂອງປະທາ
ນາທິບໍດີຊີ​ເຣຍ ທ່ານ Bashar al-Assad ຜູ້​ທີ່ທໍານຽບຂາວ​ເຊື່ອ​ວ່າ​ໄດ້​ທໍາ​ການ​ໂຈມ​ຕີດ້ວຍ
​ອາ​ວຸດ​ເຄມີ​ແທ້ ​ໃນ​ເດືອນ​ຜ່ານມາ​ນີ້ ທີ່​ໄດ້​ສັງຫານ​ຜູ້​ຄົນ​ໄປຫຼາຍກວ່າ 1,400 ຄົນ​ນັ້ນ.

ວີດິໂອ: ຄະນະຜູ້ນໍາທະຫານສະຫະລັດ ວາງເປົ້າໝາຍ ໃນການໂຈມຕີຊີເຣຍ:

US Military Leaders Lay Out Goals for Syria Attack
please wait

No media source currently available

0:00 0:02:10 0:00
ລິງໂດຍກົງ
XS
SM
MD
LG