ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຫົວ​ໜ້າ​ຊ່ວຍ ສ​ປ​ຊ ກ່າວ​ວ່າ 'ມີ​ຄວາມ​ພະ​ຍາ​ຍາມ​ແບບ​ຕັ້ງ​ໃຈ ທີ່​ຈະ​ຢຸດ​ເຊົາ​ການ​ປະ​ຕິ​ບັດ​ງານ' ​ຊ່ວຍ​ເຫຼືອ​ເຂດ​ກາ​ຊາ


ລົດ​ບັນ​ທຸກ​ເຊື້ອ​ໄຟ​ຂ້າມ​ດ່ານ​ຣາ​ຟາ ໃນ​ພາກ​ໃຕ້​ເຂດ​ກາ​ຊາ ເມື່ອ​ວັນ​ທີ 15 ພະ​ຈິກ 2023. ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ອົບ​ພະ​ຍົບ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ ເຊື້ອ​ແມ່ນ "ຂາດ​ແຄນ​ຢ່າງ​ຮ້າຍ​ແຮງ."
ລົດ​ບັນ​ທຸກ​ເຊື້ອ​ໄຟ​ຂ້າມ​ດ່ານ​ຣາ​ຟາ ໃນ​ພາກ​ໃຕ້​ເຂດ​ກາ​ຊາ ເມື່ອ​ວັນ​ທີ 15 ພະ​ຈິກ 2023. ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ອົບ​ພະ​ຍົບ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ ເຊື້ອ​ແມ່ນ "ຂາດ​ແຄນ​ຢ່າງ​ຮ້າຍ​ແຮງ."

ຫົວ​ໜ້າ​ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ແກ່​ປາ​ແລ​ສ​ໄຕ​ນ໌ ​ຫຼື UNRWA ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ ຂະ​ນະ​ທີ່​ນ້ຳ​ມັນ​ເຊື້ອ​ໄຟ​ກຳ​ລັງ​ຈະ​ໝົດ​ລົງ ຢູ່​ໃນ​ເຂດ​ກາ​ຊາ ໂດຍ​ເວົ້າ​ວ່າການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳໃຫ້​ແກ່​ຊາວ​ປາ​ແລ​ສ​ໄຕ​ນ໌ ຢູ່​ທີ່ນັ້ນ ​ຈະ​ບໍ່​ສາ​ມາດ​ດຳ​ເນີນ​ຕໍ່​ໄປ​ໄດ້.

“ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ມັນ​ເປັນ​ຄວາມ​ພະ​ຍາ​ຍາມ​ແບບ​ຕັ້ງ​ໃຈ​ເພື່ອ​ໃຫ້​ການ​ປະ​ຕິ​ບັດ​ງານ​ຂອງ​ພວກ​ເຮົາ​ຢຸດ​ເຊົາແລະ​ການ​ປະ​ຕິ​ບັດ​ງານ​ຂອງ UNRWA ເປັນ​ອຳ​ມະ​ພາດ” ກຳ​ມາ​ທິ​ການ​ໃຫຍ່ ຟີ​ລິບ​ເປ ລາ​ສ​ຊາ​ຣີ​ນີ (Philippe Lazzarini) ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ນະ​ຄອນ​ເຈ​ນີ​ວາ.

ທ່ານ​ເວົ້າ​ວ່າ UNRWA ໄດ້​ຮ້ອງ​ຂໍ​ນ້ຳ​ມັນ​ເຊື້ອ​ໄຟ​ມາ​ໄດ້​ຫຼາຍ​ອາ​ທິດ​ແລ້ວ ແລະ​ໄດ້​ຮັບ​ແຕ່​ພຽງ​ເຄິ່ງ​ລົດ​ບັນ​ທຸກ​ເທົ່າ​ນັ້ນ ໃນ​ວັນ​ພຸດ​ທີ່​ຜ່ານ​ມາ.

UNRWA ກ່າວ​ວ່າ ຈຳ​ນວນ 23,000 ລີດ ແມ່ນ​ມາ​ພ້ອມ​ຂໍ້​ຈຳ​ກັດ​ຕ່າງໆ ​ຈາກ​ເຈົ້າ​ໜ້າ​ທີ່​ອິ​ສ​ຣາ​ແອ​ລ​ ເພື່ອ​ໃຫ້​ນຳ​ໃຊ້​ແຕ່​ສຳ​ລັບ​ລົດ​ຂົນ​ສົ່ງ​ຂອງ​ທາງ​ອົງ​ການ​ເທົ່າ​ນັ້ນ.

ອິ​ສ​ຣາ​ແອ​ລ​ໄດ້​ຫ້າມ​ບໍ່​ໃຫ້​ນຳ​ເຂົ້າ​ເຊື້ອ​ໄຟ​ໄປ​ຍັງ​ເຂດ​ກາ​ຊາ ໂດຍ​ເວົາ​ວ່າ ມັນ​ຈະ​ຖືກ​ລັກ​ໄປ​ໃຊ້ສຳ​ລັບ​ກົງ​ຈັກ​ສົງ​ຄາມ​ຂອງ​ກຸ່ມ​ຮາ​ມາ​ສ. ທາງກອງ​ທັບ​ອິ​ສ​ຣາ​ແອ​ລ​ພວມ​ທຳ​ການ​ສູ້​ລົບ​ກັບ​ກຸ່ມ​ຮາ​ມາ​ສ ນັບ​ຕັ້ງ​ແຕ່​ກຸ່ມ​ດັ່ງ​ກ່າວ ​ໄດ້​ທຳ​ການ​ໂຈມ​ຕີກໍ່​ການ​ຮ້າຍ​ຢ່າງ​ໂຫດ​ຫ້ຽມ​ທາ​ລຸນ ຢູ່​ໃນ​ອິ​ສ​ຣາ​ແອ​ລ ເມື່ອ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ. ສະ​ຫະ​ລັດ​ໄດ້​ລະ​ບຸ​ຊື່​ກຸ່ມ​ທີ່​ຄວບ​ຄຸມ​ເຂດ​ກາ​ຊານັ້ນ​ວ່າ ເປັນ​ຜູ້​ກໍ່​ການ​ຮ້າຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກັດ

XS
SM
MD
LG