ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເມືອງໄທສົ່ງຜົນກະທົບຕໍ່ ທຸລະກິດພາກບໍລິການແລະການ ທ່ອງທ່ຽວ ໃນລາວ


ຕະຫລາດກາງຄືນ ທີ່ຫລວງພະບາງ ແຫລ່ງທ່ອງທ່ຽວທີ່ສຳຄັນຂອງລາວ
ຕະຫລາດກາງຄືນ ທີ່ຫລວງພະບາງ ແຫລ່ງທ່ອງທ່ຽວທີ່ສຳຄັນຂອງລາວ

ຄວາມວຸ້ນວາຍທາງການເມືອງໃນໄທໄດ້ສົ່ງຜົນກະທົບຕໍ່ພາກທຸລະກິດບໍລິການແລະທ່ອງທ່ຽວໃນລາວຢ່າງໜັກ ໂດຍໃນລະຍະກວ່າ 2ເດືອນມານີ້ ມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າໄປໃນ ລາວລົດລົງເກີນກວ່າ 60ເປີເຊັນແລ້ວ ແລະຍັງຈະລົດລົງຕື່ມອີກຖ້າຫາກວ່າສະຖານະການໃນໄທຍັງບໍ່ ກັບຄືສູ່ສະພາບປົກກະຕິ.

ເຈົ້າໜ້າທີ່ລະດັບຜູ້ບໍລິຫານຝ່າຍການຕະຫລາດແລະສົ່ງເສີມການທ່ອງທ່ຽວຂອງອົງການທ່ອງທ່ຽວແຫ່ງຊາດລາວໄດ້ໃຫ້ການຢືນຢັນວ່າອົງການ ທ່ອງທ່ຽວແຫ່ງຊາດໄດ້ຮັບຂໍ້ມູນຈາກບັນດາບໍລິສັດທີ່ ດຳເນີນທຸລະກິດດ້ານບໍລິການແລະການທ່ອງທ່ຽວໃນທົ່ວປະເທດລາວວ່າໄດ້ຮັບຜົນກະທົບ ຢ່າງໜັກຈາກບັນຫາຄວາມຂັດແຍ້ງທາງການເມືອງໃນປະເທດໄທ ໂດຍສະເພາະແມ່ນນັບຕັ້ງແຕ່ທີ່ໄດ້ມີ ການປະທ້ວງໃຫຍ່ໃນວັນທີ່ 12 ເດືອນມີນາ ເປັນຕົ້ນມາຈົນເຖິງປັດຈຸບັນນີ້ກໍນັບເປັນເວລາເກີນກວ່າ 2ເດືອນແລ້ວທີ່ພາກທຸລະກິດບໍລິການແລະການທ່ອງທ່ຽວໃນລາວໄດ້ຮັບຜົນກະທົບຈາກ ບັນຫາດັ່ງກ່າວ ທັງນີ້ເນຶ່ອງຈາກວ່າປະເທດໄທນັບເປັນສູນກາງໃນດ້ານທຸລະກິດບໍລິການແລະການທ່ອງທ່ຽວໃນ ເຂດລຸ່ມແມ່ນ້ຳຂອງ ແລະໃນຂະນະ ດຽວກັນນັກທ່ອງທ່ຽວຄົນໄທກໍຍັງນັບເປັນນັກທ່ອງທ່ຽວກຸ່ມ ໃຫຍ່ທີ່ສຸດທີ່ເດີນທາງເຂົ້າໄປທ່ອງທ່ຽວໃນລາວ ໂດຍຄິດເປັນສັດສ່ວນຫລາຍກວ່າ 50 ເປີເຊັນ ຂອງຈຳນວນນັກທ່ອງທ່ຽວຊາວຕ່າງຊາດທັງໝົດທີ່ເດີນທາງເຂົ້າໄປທ່ອງທ່ຽວໃນລາວໃນແຕ່ລະປີ ເພາະສະນັ້ນໃນເມື່ອວ່າມີບັນຫາຮຸນແຮງ ທາງການເມືອງເກີດຂື້ນໃນໄທ ຈຶ່ງໄດ້ສົ່ງຜົນກະທົບຕໍ່ ເນຶ່ອງເຖິງພາກທຸລະກິດບໍລິການແລະການທ່ອງທ່ຽວໃນລາວດ້ວຍຢ່າງຫລີກລ້ຽງບໍ່ໄດ້ ເນຶ່ອງ ຈາກວ່ານັກທ່ອງທ່ຽວຊາວຕ່າງຊາດສ່ວນໃຫຍ່ທີ່ຈະເດີນທາງເຂົ້າໄປທ່ອງທ່ຽວໃນລາວນັ້ນ ຈະເດີນທາງຕໍ່ເນຶ່ອງຈາກການທີ່ໄດ້ທ່ອງທ່ຽວໃນໄທໄປ ແລ້ວ ແລະໃນເມື່ອວ່າມີສະຖານະການທີ່ບໍ່ປົກກະຕິເກີດຂື້ນໃນໄທ ຈຶ່ງເຮັດໃຫ້ບັນດານັກທ່ອງທ່ຽວຊາວຕ່າງຊາດກໍໄດ້ພາກັນຍົກເລີກການເດີນທາງ ເຂົ້າມາໃນໄທແລະຍົກເລີກແຜນການເດີນທາງຕໍ່ເນຶ່ອງເຂົ້າໄປໃນລາວດ້ວຍ.

ໂດຍກໍລະນີຜົນກະທົບທີ່ເຫັນໄດ້ຢ່າງແຈ້ງຂາວນັ້ນ ກໍຄືທຸລະກິດບໍລິການຈອງປີ້ຍົນໂດຍສານທັງໃນ ລາວແລະຕ່າງປະເທດນັ້ນ ກໍປາກົດວ່ານັບຕັ້ງແຕ່ ເກີດການປະທ້ວງໃຫຍ່ຂື້ນໃນໄທໃນໄລຍະກວ່າ 2ເດືອນມານີ້ ກໍໄດ້ສົ່ງຜົນເຮັດໃຫ້ຍອດການຈອງປີ້ໂດຍສານຂອງຊາວຕ່າງຊາດໃນລາວລົດລົງຈາກ ສະພາບການປົກກະຕິໄປແລ້ວຫລາຍກວ່າ 60 ເປີເຊັນ ແລະຍັງມີທ່າອຽງທີ່ຈະລົດລົງອີກຢ່າງ ຕໍ່ເນຶ່ອງ ຖ້າຫາກວ່າສະຖານະການບໍ່ສະຫງົບໃນໄທ ກໍຈະສົ່ງຜົນກະທົບຕໍ່ເປົ້າໝາຍຈຳນວນນັກ ທ່ອງທ່ຽວຊາວຕ່າງຊາດທີ່ຈະເຂົ້າໄປໃນລາວໃນປີ 2010ນີ້ດ້ວຍນັ້ນເອງ.

ໂດຍໃນຕະຫລອດປີ 2010ນີ້ ອົງການທ່ອງທ່ຽວແຫ່ງຊາດລາວໄດ້ຕັ້ງເປົ້າໝາຍໄວ້ວ່າຈະມີນັກ ທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າໄປທ່ອງທ່ຽວ ໃນລາວ 2.2ລ້ານຄົນ ຫລືເພີ່ມຂື້ນຈາກປີຜ່ານ ມາເຖິງແສນຄົນ ແລະໃນເມື່ອວ່າສະຖານະການທີ່ບໍ່ປົກກະຕິເກີດຂື້ນໃນໄທ ຈຶ່ງຍ່ອມຈະສົ່ງຜົນກະທົບ ເຮັດໃຫ້ເປົ້າໝາຍດັ່ງກ່າວນີ້ຂອງທາງການລາວອາດຈະບໍ່ສາມາດເກີດຂື້ນໄດ້ຢ່າງແທ້ຈິງ ແຕ່ຢ່າງໃດກໍຕາມ ທາງການລາວກໍຍັງມີຄວາມຫວັງວ່າບັນຫາ ທາງການເມືອງໃນໄທຈະກັບຄືນສູ່ ສະພາບການທີ່ເປັນປົກກະຕິໃນໝໍ່ໆນີ້ ຊຶ່ງກໍຄືກັນກັບສະຖານະການໃນປີຜ່ານມາທີ່ໄດ້ເກີດຂື້ນໃນທຳນອງດຽວ ກັນນີ້ ແລະເມື່ອທາການໄທສາມາດແກ້ໄຂບັນຫາພາຍໃນໄດ້ແລ້ວນັ້ນ ກໍມີສ່ວນເຮັດ ໃຫ້ພວກນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າໄປໃນລາວ ເພີ່ມຂື້ນຢ່າງຕໍ່ເນຶ່ອງ.

XS
SM
MD
LG