ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການພິສູດສັນຊາດແຮງງານລາວ ໃນໄທ ຊັກຊ້າໄປອີກຍ້ອນ ຄວາມວຸ້ນວາຍໃນໄທ


ຄົນງານລາວເຮັດວຽກ ໃນໂຮງງານຕັດຫຍິບທີ່ປະເທດໄທ
ຄົນງານລາວເຮັດວຽກ ໃນໂຮງງານຕັດຫຍິບທີ່ປະເທດໄທ

ຄວາມຮຸນແຮງທາງການເມືອງໃນປະເທດໄທສົ່ງຜົນກະທົບເຮັດໃຫ້ການພິສູດສັນຊາດແຮງງານລາວໃນໄທຕ້ອງຊັກຊ້າຕໍ່ໄປອີກ ໃນຂະນະທີ່ແຮງງານ ລາວນັ້ນກໍຍັງຄົງພາກັນເດີນທາງເຂົ້າໄປ ລັກລອບທຳງານໂດຍຜິດກົດໝາຍໃນໄທເພີ່ມຂື້ນຢ່າງຕໍ່ເນຶ່ອງ.

ທ່ານບຸນມາ ສິດທິສົມ ຮອງຫົວໜ້າກົມສົ່ງເສີມແລະພັທະນາຝີມືແຮງງານ ກະຊວງແຮງງານແລະ ສະວັດດີການສັງຄົມລາວໄດ້ຖະແຫລງຍອມຮັບວ່າ ການດຳເນີນການພິສູດສັນຊາດແຮງງານທີ່ໄດ້ ແຈ້ງຈົດທະບຽນທຳງານຢູ່ໃນປະເທດໄທຢ່າງຖືກຕ້ອງຕາມກົດໝາຍນັ້ນ ຕ້ອງປະສົບກັບບັນຫາຊັກ ຊ້າມາໂດຍຕະຫລອດ ແລະສາເຫດທີ່ສຳຄັນປະການນຶ່ງທີ່ເຮັດໃຫ້ທາງການລາວບໍ່ສາມາດດຳເນີນ ການດັ່ງກ່າວໄດ້ເລີຍກໍຄືບັນຫາຂັດແຍ້ງແລະຄວາມ ຮຸນແຮງທາງການເມືອງພາຍໃນຂອງໄທ. ໂດຍ ສຳຫລັບໃນປີ 2010ນີ້ ເຖິງແມ່ນວ່າທາງການລາວຈະໄດ້ກຽມພ້ອມຈະດຳເນີນການພິສູດສັນຊາດ ແຮງງານລາວໃນໄທນັບຕັ້ງແຕ່ເດືອນກຸມພາເປັນຕົ້ນມາແລ້ວກໍຕາມ ຫາກແຕ່ດ້ວຍການຊຸມນຸມປະ ທ້ວງຂອງກຸ່ມຄົນເສື້ອແດງທີ່ຕ້ອງການໃຫ້ມີການ ຍຸບສະພາຜູ້ແທນລັດຖະດອນໄທ ແລ້ວຈັດໃຫ້ມີ ການເລືອກຕັ້ງທົ່ວໄປໃຫ້ໄວທີ່ສຸດນັ້ນ ກໍໄດ້ເປັນຜົນເຮັດໃຫ້ທາງການຝ່າຍໄທບໍ່ສາມາດທີ່ຈະໃຫ້ການ ຮ່ວມມືກັບທາງການຝ່າຍລາວເພື່ອດຳເນີນການດັ່ງກ່າວໄດ້ເລີຍ. ເນຶ່ອງຈາກການປະເຊີນກັບ ຄວາມຫຍຸ້ງຍາກທາງການເມືອງທີ່ເກີດຈາກການ ປະທ້ວງຂອງກຸ່ມຄົນເສື້ອແດງນັ້ນເອງ. ທັງນີ້ ໂດຍທາງການການຊວງແຮງງານຂອງໄທໄດ້ລາຍງານວ່າຍັງຄົງເຫລືອແຮງງານລາວທີ່ແຈ້ງຈົດທະບຽນ ທຳງານຢູ່ໃນໄທຢ່ງຖືກຕ້ອງຕາມກົດໝາຍອີກ 62,000 ກວ່າຄົນທີ່ຍັງບໍ່ໄດ້ຜ່ານການພິ ສູດສັນຊາດຕາມຂໍ້ຕົກລົງວ່າດ້ວຍການພັທະນາການ ຈ້າງແຮງງານລະວ່າງລັດຖະບານລາວກັບ ລັດຖະບານໄທທີ່ໄດ້ມີການລົງນາມຮ່ວມກັນນັບຕັ້ງແຕ່ປີ 2002 ເປັນຕົ້ນມາແລ້ວ ສ່ວນການດຳເນີນງານ ໃນຕະຫລອດໄລຍະທີ່ຜ່ານມານັ້ນ ກໍປາກົດວ່າທາງການລາວແລະໄທສາມາດຮ່ວມກັນພິ ສູດສັນຊາດພິສູດສັນຊາດແຮງງານລາວໃນໄທໄດ້ຈຳນວນ ທັງໝົດພຽງແຕ່ 5 ໝື່ນກວ່າຄົນເທົ່ານັ້ນ ແຕ່ຢ່າງໃດກໍຕາມ ທ່ານບຸນມາ ກໍຍອມຮັບວ່າບັນຫາທາງການເມືອງໃນໄທບໍ່ແມ່ນສາເຫດດຽວທີ່ເຮັດໃຫ້ ການພິສູດສັນຊາດແຮງງານລາວໃນໄທຕ້ອງປະສົບກັບບັນຫາຊັກຊ້າດັ່ງກ່າວ ຫາກແຕ່ຍັງ ລວມໄປເຖິງການຊັກຊ້າໃນການດຳເນີນງານຂອງ ທາງການຝ່າຍລາວດ້ວຍ ແລະໃນຂະນະດຽວກັນ ບັນດາແຮງງານລາວສ່ວນໃຫຍ່ໃນໄທກໍບໍ່ໃຫ້ການຮ່ວມມືກັບທາງການລາວແລະໄທດ້ວຍເຊັ່ນກັນ. ທັງນີ້ກໍເນຶ່ອງຈາກບັນດາແຮງງານລາວສ່ວນໃຫຍ່ໃນໄທເຫັນວ່າການພິສູດສັນຊາດດັ່ງກ່າວຈະເຮັດ ໃຫ້ພວກເຂົາເຈົ້າສາມາດທຳງານຢູ່ໃນໄທໄດ້ພຽງແຕ່ 4 ປີ ແລະຫລັງຈາກນັ້ນກໍຈະຕ້ອງເດີນທາງ ກັບຄືນມາລາວເປັນເວລາ 2ປີແລ້ວ ຈຶ່ງຈະສາມາດຂໍອະນຸຍາດກັບຄືນໄປທຳງານຢູ່ໃນໄທໄດ້ອີກເທື່ອໃໝ່. ຊຶ່ງດ້ວຍເງື່ອນໄຂດັ່ງກ່າວນີ້ ກໍຍັງເຮັດໃຫ້ແຮງງານລາວສ່ວນໃຫຍ່ບໍ່ນິຍົມຂໍອະນຸຍາດ ໄປທຳງານຢູ່ໃນໄທໂດຍຜ່ານບໍລິສັດຈັດຫາງານທີ່ໄດ້ຮັບອະນຸ ຍາດຈາກລັດຖະບານລາວອີກດ້ວຍ ເພາະວ່າການດຳເນີນການດັ່ງກ່າວນັ້ນມີຄ່າໃຊ້ຈ່າຍສູງກວ່າການລັກລອບເຂົ້າໄປທຳງານໃນໄທ ໂດຍຜ່ານນາຍ ໜ້າເຖິງ 4 ເທົ່າຕົວ ກໍຄືໃນຂະນະທີ່ການຂໍອະນຸຍາດຜ່ານບໍລິສັດຈັດຫາງານຈະ ຕ້ອງໃຊ້ຈ່າຍເຖິງ 2 ໝື່ນກວ່າບາດ ຫາກແຕ່ການລັກລອບເຂົ້າໄປ ທຳງານ ໂດຍຜ່ານນາຍໜ້າໃນ ໄທຈະມີຄ່າໃຊ້ຈ່າຍພຽງແຕ່ 5 ພັນບາດເທົ່ານັ້ນ. ດ້ວຍເຫດນີ້ຈຶ່ງເຮັດໃຫ້ແຮງງານລາວສ່ວນໃຫຍ່ພາກັນລັກລອບ ເຂົ້າໄປທຳງານໃນໄທໂດຍຜ່ານນາຍໜ້າເພີ່ມຫລາຍຂື້ນນັບມື້ດັ່ງທີ່ເຈົ້າໜ້າທີ່ໃນ ກະຊວງແຮງງານຂອງລາວໄດ້ໃຫ້ການອະທິບາຍວ່າ:

ໂດຍປັດຈຸບັນນີ້ ອົງການເຄືອຂ່າຍເພື່ອການຄຸ້ມຄອງແຮງງານຕ່າງດ້າວໃນໄທເຊື່ອວ່າມີແຮງງານ ທີ່ລັກລອບທຳງານໂດຍຜິດກົດໝາຍໃນໄທ ຫລາຍກວ່າ 4 ແສນຄົນ.



XS
SM
MD
LG