ອະດີດປະທານາທິບໍດີຂອງມາລດີບ ທີ່ລີ້ໄພໃນຕ່າງປະເທດ ໄດ້ຮຽກຮ້ອງໃຫ້ອິນເດຍ ແລະສະຫະລັດ ເຂົ້າໄປໄກ່ເກ່ຍ ໃນວິກິດການທາງການເມືອງ ໃນປະເທດຂອງທ່ານ.
ທ່ານ ໂມຮຳເມັດ ນາຊີດ (Mohammed Nasheed) ໄດ້ອອກຖະແຫຼງການສະບັບ
ນຶ່ງໃນວັນອັງຄານມື້ນີ້ ຮຽກຮ້ອງໃຫ້ອິນເດຍ ສົ່ງທູດພິເສດ ທີ່ໜຸນຫຼັງໂດຍກອງກຳລັງ
ຂອງຕົນ ເຂົ້າໄປຍັງປະເທດນ້ອຍໆ ທີ່ຕັ້ງຢູ່ໃນມະຫາສະໝຸດອິນເດຍ ເພື່ອປ່ອຍຫົວ
ໜ້າສານ ທ່ານອັບດູລລາ ຊາອີດ (Abdulla Saeed) ແລະຜູ້ພິພາກສາອາລີ ຮາມີດ
(Ali Hameed). ທ່ານຊາອີກ ແລະທ່ານຮາມີດໄດ້ຖືກຈັບກຸມໃນເຊົ້າວັນອັງຄານມື້ນີ້ ເວລາກອງກຳລັງຮັກ ສາຄວາມປອດໄພ ໄດ້ບຸກເຂົ້າໄປໃນສານສູງສຸດ ໃນນະຄອນ
ມາເລ (Male) ເມືອງຫຼວງຂອງປະເທດ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກທີ່ປະທານາທິບໍດີ ທ່ານອັບດູລລາ ຢາມີນ (Abdulla Yameen) ໄດ້ປະກາດພາວະສຸກເສີນ ເປັນເວລາ
15 ມື້ນັ້ນ.
“ປະທານາທິບໍດີ ຢາມີນ ໄດ້ປະກາດກົດໄອຍະການເສິກ ແລະປົກຄອງປະເທດ ແບບຜິດກົດໝາຍ. ພວກເຮົາຕ້ອງປົດທ່ານອອກຈາກຕຳແໜ່ງ,” ນັ້ນຄືຄຳເວົ້າທ່ານ
ນາຊີດ ໄດ້ກ່າວໄວ້ຢູ່ໃນຖະແຫຼງການ. ທ່ານຍັງໄດ້ກ່າວຕື່ມວ່າ “ພວກເຮົາຂໍຮຽກຮ້ອງ
ໃຫ້ມີໜ້າແບບມີຕົວຕົນ.” ທ່ານຍັງໄດ້ຮຽກຮ້ອງໃຫ້ວໍຊີງຕັນ ໂຈະການໂອນເງິນ ຂອງ
ບັນດາເຈົ້າໜ້າທີ່ລັດຖະບານນຳ.
ທ່ານນາຊີດ ໄດ້ຖືກເລືອກ ເປັນປະທານາທິບໍດີ ໃນການເລືອກຕັ້ງທີ່ມີຫຼາຍພັກຝ່າຍ
ທີ່ເປັນຄັ້ງທຳອິດຂອງມາລດິບ ໃນປີ 2008 ນັ້ນ, ແຕ່ ທ່ານໄດ້ລາອອກຈາກຕຳແໜ່ງ
ໃນປີ 2012 ທ່າມກາງການຍຶດອຳນາດຂອງພວກທະຫານ. ທ່ານໄດ້ເສຍໄຊ ໃນການ
ເລືອກຕັ້ງປະທານາ ທິບໍດີໃນປີ 2013 ໃຫ້ທ່ານຢາມີນ ແລະຕໍ່ມາໄດ້ພະຍາຍາມແລະ
ຖືກຈັບກຸມໃນຖານກໍ່ການຮ້າຍຕໍ່ຄະດີທີ່ໄດ້ຖືກຕຳໜິຕິຕຽນຈາກພວກນັກເຄື່ອນໄຫວ
ເພື່ອສິດທິມະນຸດ. ທ່ານໄດ້ຖືກຕິດຄຸກເປັນເວລາ 13 ປີ ແຕ່ຕໍ່ມາ ກໍໄດ້ຮັບການອະນຸ
ໂລມໃຫ້ເດີນທາງໄປຍັງອັງກິດເພື່ອຮັກ ສາສຸຂະພາບ ບ່ອນທີ່ທ່ານໄດ້ຂໍລີ້ໄພນັ້ນ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
.