ພວກຫົວຮຸນແຮງຢ່າງໜ້ອຍສອງຄົນໄດ້ເສຍຊີວິດຢູ່ໃນການຍິງຕໍ່ສູ້ກັນກັບກຳລັງລັດ
ຖະບານ ຢູ່ໃນແຄວ້ນແຄັສເມຍ ທີ່ຍັງມີການຂັດແຍ້ງກັນຂອງອິນເດຍ ໃນວັນພຸດມື້ນີ້.
ຕຳຫຼວດຄົນນຶ່ງໄດ້ເສຍຊີວິດ ໃນການສູ້ລົບ ທີ່ເກີດຂຶ້ນຢູ່ຄຸ້ມໆນຶ່ງຂອງເມືອງສຣີນາກາ
ຊຶ່ງເປັນຫົວເມືອງໃຫຍ່ສຸດ ຢູ່ໃນແຄວ້ນແຄັສເມຍ ທີ່ເກີດຄວາມວຸ້ນວາຍຍ້ອນມີການ
ລຸກຮືຂຶ້ນ ມາແຕ່ປີ 1989 ເພື່ອຕໍ່ຕ້ານ ການປົກຄອງຂອງອິນເດຍ ໂດຍທີ່ພວກກະບົດ
ໄດ້ທວງໃຫ້ ໂອນການປົກຄອງ ທັງໝົດ ໄປຂຶ້ນກັບປາກິສຖານ ຊຶ່ງເປັນຜູ້ປົກຄອງ
ອີກພາກສ່ວນນຶ່ງ ຂອງແຄວ້ນແຄັສເມຍ ຫຼືແຍກຕົວອອກເປັນເອກກະລາດທັງໝົດ.
ອິນເດຍໄດ້ກ່າວຫາປາກິສຖານວ່າ ຕິດອາວຸດໃຫ້ແກ່ພວກແບ່ງແຍກມຸສລິມ ມາເປັນ
ເວລານານ ໃນແຄວ້ນແຄັສເມຍທີ່ມີການແບ່ງແຍກ ເທິງພູຫິມະໄລ ທັງໆທີ່ທັງສອງ
ປະເທດຕ່າງກໍອ້າງເອົາດິນແດນທັງໝົດ. ແຕ່ອິສລາມາບັດໄດ້ປະຕິເສດຕໍ່ຂໍ້ກ່າວ
ຫາດັ່ງກ່າວ.
At least two militants were killed in a gun battle with government forces in the disputed region of Indian Kashmir Wednesday.
A policeman was also killed in the battle that took place in a neighborhood in the main city of Srinagar. Kashmir has been engulfed in a uprising since 1989 against Indian rule, with insurgents demanding full rule by Pakistan, which administers part of Kashmir, or outright independence.
India has long accused Pakistan of arming Muslim separatists in the divided Himalayan territory, though both countries claim it in its entirety. Islamabad rejects the charges.