ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວ​ອັ​ຟ​ກາ​ນິ​ສ​ຖານ ໃນ​ຈຳ​ນວນຫຼາຍ 'ແບບບໍ່​ເຄີຍ​ມີ​ມາ​ກ່ອນ' ໄດ້​ປະ​ສົບ​ກັບ​ຄວາມ​ທຸກ​ທໍ​ລະ​ມານ ອີງ​ຕາມ​ການ​ສຳ​ຫຼວດ​ ຂອງ​ອົງ​ການ​ກາ​ລ​ລັບ


ແຟ້ມ - ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ​ຄົນ​ນຶ່ງ ອູ້ມ​ລູກ​ຂໍ​ທານ ​ຢູ່​ຕາມ​ທາງ​ຍ່າງທີ່​ປົກ​ໄປ​ດ້ວຍ​ຫິ​ມະ ໃນ​ນະ​ຄອນ​ຫຼວງ​ກາ​ບູ​ລ ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 27 ມັງ​ກອນ 2022.
ແຟ້ມ - ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ​ຄົນ​ນຶ່ງ ອູ້ມ​ລູກ​ຂໍ​ທານ ​ຢູ່​ຕາມ​ທາງ​ຍ່າງທີ່​ປົກ​ໄປ​ດ້ວຍ​ຫິ​ມະ ໃນ​ນະ​ຄອນ​ຫຼວງ​ກາ​ບູ​ລ ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 27 ມັງ​ກອນ 2022.

ການ​ກັບ​ຄືນ​ເຂົ້າ​ກຳ​ອຳ​ນາດ​ຂອງ​ກຸ່ມ​ຕາລີ​ບານ​ໃນ​ອັ​ຟ​ກາ​ນິ​ສ​ຖານ​ເມື່ອ​ເດືອນ​ສິງ​ຫາ​ປີ​ກາຍ ລຸນ​ຫຼັງ​ການ​ຖອນ​ຕົວ​ດ້ວຍ​ຄວາມ​ໂກ​ລາ​ຫົນ​ວຸ້ນ​ວາຍ​ຂອງ​ສະ​ຫະ​ລັດ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ຊາວ​ອັ​ຟ​ກາ​ນິ​ສ​ຖານ​ປະ​ສົບ​ກັບ​ຄວາມ​ທຸກ​ທໍ​ລະ​ມານ “ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ” ນັ້ນ​ຄື​ການ​ພົບ​ເຫັນ​ ຂອງ​ການ​ສຳ​ຫຼວດ​ຄັ້ງ​ໃໝ່.

ອີງ​ຕາມ​ການ​ສຳ​ຫຼວດ​ ຂອງ​ອົງ​ການ​ກາ​ລ​ລັບ (Gallup) ແລ້ວ 94 ເປີ​ເຊັນ​ຂອງ​ຊາວ​ອັ​ຟ​ກາ​ນິ​ສ​ຖານ “ຕີ​ລາ​ຄາ​ຊີ​ວິດ​ຂອງ​ພວກ​ເຂົາ​ເຈົ້າ​ວ່າ​ມີ​ຄວາມ​ທຸກຍາກ ລຳ​ບາກພຽງ​ພໍ​ທີ່​ຖື​ວ່າ​ເປັນ​ຄວາມ​ທຸກ​ທໍ​ລະ​ມານ​ໄດ້.”

ເຖິງ​ແມ່ນມັນ​ຢູ່​ໃນ​ລະ​ດັບ​ສູງ​ສຸດ ​ນັບ​ແຕ່​ປີ 2005 ​ກໍ​ຕາມ ແຕ່​ຄວາມທຸກ​ທໍ​ລະ​ມານດັ່ງ​ກ່າວ​ມີ​ທ່າ​ອຽງ​ສູງ​ຂຶ້ນ​ນັບ​ແຕ່​ປີ 2017 ເປັນຕົ້ນ​ມາເວ​ລາ​ກຸ່ມ​ຕາ​ລີ​ບານ ເລີ້ມການ​ບຸກ​ໂຈມ​ຕີ​ແບບ​ຍາວໆເພື່ອ​ເຂົ້າ​ຄວບ​ຄຸມ​ປະ​ເທດ​ຄືນ ອີງ​ຕາມ​ອົງ​ການກາ​ລ​ລັບ.

ໃນ​ໝູ່​ພວກ​ແມ່​ຍິງນັ້ນ 96 ເປີ​ເຊັນ​ແມ່ນ​ລາຍ​ງານ​ວ່າ ໄດ້​ປະ​ສົບ​ກັບ​ຄວາມ​ທຸກ​ທໍ​ລະ​ມານ ປຽບ​ທຽບ​ໃສ່ 92 ເປີ​ເຊັນ​ ໃນ​ໝູ່​ພວກ​ຜູ້​ຊາຍ. ບໍ່​ໄດ້​ມີ​ຂໍ້​ສັງ​ເກດ​ໃດໆ​ທີ່​ແຕກ​ຕ່າງ ໃນ​ລະ​ດັບ​ຄວາມ​ທຸກ​ທໍ​ລະ​ມານສຳ​ລັບ​ຂົງ​ເຂດ​ຕ່າງໆ ຂອງ​
ອັ​ຟ​ກາ​ນິ​ສຖານ.

ພວກ​ແມ່​ຍິງ​ຍັງ​ມີ​ຄວາມ​ເຫັນ​ໄປ​ໃນ​ແງ່​ລົບ ​ກ່ຽວ​ກັບ​ອະ​ນາ​ຄົດ ອີງ​ຕາມ​ອົງ​ການ​ກາ​ລ​ລັບ ໃນ​ຂະ​ນະ​ທີ່​ກຸ່ມ​ຕາ​ລີ​ບານບໍ່​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອ​ງ​ພວກເຂົາ ທີ່​ຈະ​ຕ່າວ​ປີ້ນ​ການ​ຫ້າມ​ບໍ່​ໃຫ້​ພວກ​ແມ່​ຍິງ ​ເຂົ້າ​ຮຽນ​ໃນ​ຊັ້ນ​ມັດ​ທະ​ຍົມ​ແລະ​ສູງກວ່ານັ້ນ. ພວກ​ແມ່​ຍິງ​ໄດ້​ຖືກ​ຈຳ​ກັດ​ບໍ່​ໃຫ້​ເຮັດ​ວຽກ​ເຮັດ​ການ​ໃດໆ ນອກ​ຈາກ​ການ​ຮັກ​ສາ​ສຸ​ຂະ​ພາບ ແລະ​ການ​ສຶກ​ສາ​ໃນ​ຂັ້ນ​ປະ​ຖົມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG