ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມະ​ຫາ​ວິ​ທະ​ຍາ​ໄລ ການ​ແພດ ມິ​ສ​ຊູ​ຣີ ເຮັດ​ວຽກ​ເພື່ອ​ສ້າງ ເທັກ​ໂນ​ໂລ​ຈີ MRI ທີ່​ດີກວ່າ​ເກົ່າ


University of Missouri Works to Make a Better MRI
please wait

No media source currently available

0:00 0:01:43 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ເມື່ອ​ຄົນ​ທຳ​ການ​ສະ​ແກນ​ຮູບ​ພາບ​ດ້ວຍ​ຄື້ນ​ສຽງ​ແມ່​ເຫຼັກ ເຊິ່ງ​ເອີ້ນວ່າ MRI ນັ້ນ, ເຂົາ
ເຈົ້າໃຊ້ເວລາດົນນານຢູ່ໃນທໍ່ທີ່ມີຊ່ອງຫວ່າງພຽງໜ້ອຍດຽວ. ຂັ້ນຕອນດັ່ງກ່າວແມ່ນ
ຫຍຸ້ງຍາກຫຼາຍ ສຳລັບຄົນຜູ້ທີ່ເປັນໂຣກຢ້ານບ່ອນຄັບແຄບ. ຢູ່ມະຫາວິທະຍາໄລ
ມິສຊູຣີ, ບັນດານັກຄົ້ນຄວ້າແມ່ນກຳລັງເຮັດວຽກ ກ່ຽວກັບການເຮັດໃຫ້ທັງທ່ານໝໍ ແລະ
ຄົນເຈັບມີຄວາມຮູ້ສຶກດີຂຶ້ນກວ່າເກົ່າ. ພວກເຮົາມີລາຍລະອຽດເພີ່ມເຕີມຈາກນາງ
ແຄໂຣລ ເພຍສັນ ນັກຂ່າວຂອງວີໂອເອ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະ
ເໜີທ່ານໃນອັນດັບຕໍ່ໄປ.

ການ​ສະ​ແກນ​ຮູບ​ພາບ​ຄື້ນ​ສຽງ​ແມ່​ເຫຼັກ ຫຼື MRI ຈະຊ່ວຍ​ໃຫ້​ບັນ​ດາ​ແພດ​ໝໍ​ປິ່ນ​ປົວ​ພະ​
ຍາດ ຫຼື ອາການບາດເຈັບໂດຍປະສະຈາກແສງລັງສີ. ເທັກໂນໂລຈີ MRI ຈະໃຊ້ພະ
ລັງງານແມ່ເຫຼັກ, ຄື້ນສຽງວິທະຍຸ ແລະ ຄອມພິວເຕີເພື່ອສ້າງຂໍ້ມູນຮູບພາບຈາກພາຍ
ໃນຮ່າງກາຍ.

ສິ່ງ​ດັ່ງ​ກ່າວນີ້​ແມ່ນ​ມີ​ຄວາມ​ສຳ​ຄັນ​ ໂດຍ​ສະ​ເພາະ​ສຳ​ລັບ​ພ​ວກ​ຄົນ​ໄຂ້ທີ່ເປັນໂຣກຫົວໃຈ.
ດ້ວຍໃຊ້ MRI, ບັນດາແພດໝໍສາມາດກວດຄົນໄຂ້ເພື່ອຊອກຫາວ່າ ເສັ້ນເລືອດຖືກ
ອຸດຕັນ ຫຼືບໍ່. ເຂົາເຈົ້າຍັງສາມາດກວດຫາວ່າຫົວໃຈໄດ້ຮັບຄວາມເສຍຫາຍຫລືບໍ່ ພາຍ
ຫຼັງທີ່ມີອາການຫົວໃຈວາຍ.

ຂໍ້​ເສຍຂອງ​ມັນ​ກໍ​ແມ່ນ​ວ່າ ຄົນ​ໄຂ້​ຕ້ອງ​ໄດ້ນອນແບບບໍ່​ມີ​ການ​ເໜັງ​ຕີງ​ຢູ່​ໃນ​ທໍ່​ຍາວນັ້ນ​
ເປັນເວລາດົນນານ, ເຊິ່ງມັນເປັນສິ່ງທ້າທາຍແບບພິເສດສຳລັບຜູ້ທີ່ເປັນໂຣກຢ້ານ
ບ່ອນຄັບແຄບ.

ນັກ​ຄົ້ນ​ຄວ້າ​ໂຮງ​ຮຽນ​ແພດຂອງມະ​ຫາ​ວິ​ທະ​ຍາ​ໄລ​ ມິ​ສ​ຊູ​ຣີ, ດ​ຣ. ທາ​ລິ​ສ​ຊາ ອາ​ລ​ເທ​ສ ​
ກ່າວວ່າ ຂັ້ນຕອນຂອງມັນແມ່ນອາດຈະຍາກຫຼາຍ ສຳລັບຄົນໄຂ້ບາງຄົນ.

ດ​ຣ. ອາ​ລ​ເທ​ສ ເວົ້າ​ວ່າ “ມັນ​ອາດ​ຈະ​ຍາກຫຼາຍ, ມັນ​ອາດ​ຈະ​ເຮັດ​ໃຫ້​ເມື່ອຍຫຼາຍ ແລະ
ມັນມັກຈະເປັນການກວດທີ່ດົນຫຼາຍ. ພວກເຮົາກຳນົດເວລາໃຫ້ເຂົາເຈົ້າ ຢູ່ 90 ນາທີ,
ນຶ່ງຊົ່ວໂມງເຄິ່ງ, ເຊິ່ງຖ້າເຈົ້າເຄີຍຢູ່ໃນເຄື່ອງສະແກນ MRI ນັ້ນ, ກໍຈະຮູ້ວ່າມັນເປັນເວ
ລາທີ່ດົນຫຼາຍ.”

ເພື່ອຈະ​ໃຫ້​ມັນ​ໄດ້ຮັບ​ຮູບ​ພາບ​ທີ່​ຊັດ​ເຈນ​ນັ້​ນ, ຄົນ​ໄຂ້​ຕ້ອງ​ໄດ້​ກັ້ນ​ໃຈ ຊ້ຳ​ແລ້ວ​ຊ້ຳ​ອີກ.

ທ່ານ ໂຣ​ເບີດ ໂທ​ເມັນ, ນັກ​ຄົ້ນ​ຄວ້າ​ອີກ​ຄົນ​ນຶ່ງ​ ຢູ່ໃນ​ກຸ່ມ​ຂອງ​ໂຮງ​ຮຽນແພດຂອງ​ມະ​
ຫາວິທະຍາໄລ ມິສຊູຣີ ໄດ້ກ່າວວ່າ “ໂດຍທົ່ວໄປການສະແກນ MRI ຈະໃຊ້ເວລາດົນ
ນານເພື່ອໃຫ້ໄດ້ຮູບນຶ່ງອອກມາ ແລະ ຖ້າເຈົ້າເຄື່ອນໄຫວຢູ່ໃນລະຫວ່າງການກວດ
ເອົາຮູບພາບດັ່ງກ່າວນັ້ນ, ເຈົ້າກໍຈະໄດ້ຮູບທີ່ມົວ.”

ທ່ານ ໂທ​ເມັນ ກັບ ດ​ຣ. ອາ​ລ​ເທ​ສ ແມ່ນ​ກຳ​ລັງ​ເຮັດ​ວຽກ​ໃນ​ໂຄງ​ການທີ່​ເອີ້ນ​ວ່າ ຄວາມ​
ໄວຂອງຫົວໃຈ. ດ້ວຍເທັກໂນໂລຈີທີ່ເອີ້ນວ່າ Heart Speed ຫລືຄວາມໄວຂອງຫົວໃຈ,
ຊອຟແວວິເຄາະຂໍ້ມູນ ຈະດຶງເອົາຂໍ້ມູນການເຄື່ອນໄຫວຈາກຮູບພາບຄື້ນແມ່ເຫຼັກອອກ
ມາ. ເພື່ອນຮ່ວມງານຂອງພວກເຂົາເຈົ້າ, ທ່ານ ສຕີຟ ແວນ ໂດເຣັນ ເວົ້າວ່າ ເທັກໂນໂລ
ຈີຄວາມໄວຂອງຫົວໃຈ ຈະເຮັດໃຫ້ແພດລັງສີເຫັນຫົວໃຈສາມາດເຫັນຮູບພາບໄດ້ຢ່າງ
ຈະແຈ້ງ ແມ່ນແຕ່ຕອນທີ່ຄົນໄຂ້ຈະຫາຍໃຈແບບປົກກະຕິຢູ່ກໍຕາມ.

ທ່ານ ແວນ ໂດ​ເຣັນ ໄດ້​ເວົ້າ​ວ່າ “ພວກ​ເຮົາ​ໄດ້​ຄົ້ນ​ພົບ​ວ່າ ພວກ​ເຮົາ​ສາ​ມາດ​ແຍກ​ການ
ເຄື່ອນໄຫວຂອງການຫາຍໃຈ ອອກຈາກການເຄື່ອນໄຫວຂອງຫົວໃຈໄດ້ຂ້ອນຂ້າງດີ
ດ້ວຍການໃຊ້ຊອຟແວນີ້ ແລະພວກເຮົາຄິດວ່າ ພວກເຮົາຄວນພະຍາຍາມເລີ່ມໃຊ້ມັນ
ກັບຂໍ້ມູນຄົນໄຂ້ທີ່ແທ້ຈິງ.”

ເປົ້າ​ໝາຍ​ຂອງ​ມັນແມ່ນຫຍັງ? ແມ່ນ​ເພື່ອ​ການ​ສະ​ແກນ​ທີ່​ສະ​ບາຍຂຶ້ນກວ່າ​ເກົ່າສຳ​ລັບ​
ຄົນໄຂ້ ທີ່ເຂົາເຈົ້າສາມາດຫາຍໃຈໃນລະດັບປົກກະຕິ. ໂດຍບໍ່ຕ້ອງກັ້ນໃຈຊ້ຳໄປຊໍ້າມາ,
ການສະແກນກໍຈະໃຊ້ເວລາສັ້ນກວ່າຫລາຍ. ພຽງ 15 ຫາ 30 ນາທີ.

ດ​ຣ. ອາ​ລ​ເທ​ສ ໄດ້​ກ່າວ​ວ່າ “ພວກ​ຄົນ​ໄຂ້​ຈ​ະ​ໄດ້​ຮັບ​ຜົນ​ປະ​ໂຫຍດ ເພາະ​ວ່າ​ມັນ​ຈະ​ເຮັດ​
ໃຫ້ການກວດງ່າຍຂຶ້ນກວ່າເກົ່າສຳລັບເຂົາເຈົ້າ.” ເພິ່ນໄດ້ກ່າວເພີ່ມເຕີມວ່າ “ຫວັງວ່າ
ແພດລັງສີ ເຊິ່ງເປັນຜູ້ອ່ານມັນ ຫຼື ນັກຫົວໃຈວິທະຍາ ທີ່ອ່ານພາບ MRI ຈະໄດ້ຮັບຜົນ
ປະໂຫຍດຈາກເທັກໂນໂລຈີນີ້ ຍ້ອນວ່າຮູບພາບຈະແຈ້ງຂັ້ນກວ່າເກົ່າຫຼາຍ.”

ບັນ​ດາ​ນັກ​ຄົ້ນ​ຄວ້າ​ຄາດ​ວ່າ ເທັກ​ໂນ​ໂລ​ຈີ​ຄວາມ​ໄວ​ຂອງ​ຫົວ​ໃຈ​ຈະ​ມີອອກ​ມາ​ໃຫ້​ຄ​ລີ​ນິກ
ຕ່າງໆໃຊ້ພາຍໃນຫ້າປີຂ້າງໜ້ານີ້.

ອ່ານ​ລາຍ​ງານນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG