ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, 07 ຕຸລາ 2026

ປະທານ ມະຫາວິທະຍາໄລ Missouri ລາອອກ ທ່າມກາງ ຄວາມເຄັ່ງຕຶງ ຍ້ອນການປະທ້ວງ ດ້ານຜິວພັນ

ປະທານມະຫາວິທະຍາໄລ Missouri ທ່ານ Tim Wolfe, 11 ເມສາ, 2014.
ປະທານມະຫາວິທະຍາໄລ Missouri ທ່ານ Tim Wolfe, 11 ເມສາ, 2014.

ປະ​ທານ ມະຫາວິທະຍາ​ໄລ Missouri ​ແລະອະທິການ​ບໍດີຂອງ ມະຫາວິທະຍາ​ໄລ ​ແຕ່ລະຄົນຕ່າງກໍ​ໄດ້​ປະກາດ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ​ເຂົາ​ເຈົ້າ​ລາ​ອອກ​ຈາກ​ຕຳ​ແໜ່​ງ ຕາມຄຳ​ຮຽກຮ້ອງ​ທີ່​ສຳຄັນ​ຂອງ​ບັນດາ​ນັກ​ສຶກສາປະ​ທ້ວງ ຜູ້​ທີ່ີກ່າວ​ວ່າ ການ​ນຳພາ​ບໍ່​ເປັນ​ທີ່​ພຽງພໍ​ຕໍ່ເຫດການປະ​ພຶດ​ຊໍ້າ​ແລ່້ວຊໍ້​າອີກດ້ານຜີວພັນ ​ແລະ​ການ​ລຳອຽງ​ຕ່າງໆ​ຢູ່​ໃນ​ມະຫາວິທະຍາ​ໄລ.

ທ່ານ Tim Wolf ປະທານ​ປົກຄອງ​ມະຫາວິທະຍາ​ໄລ ​ໄດ້​ປະກາດ​ດ້ວຍ​ຄວາມ​ເສົ້າ​ໃຈ ຢູ່​ກອງ​ປະຊຸມ​ບໍລິຫານ​ມະ​ຫາ​ວິທະຍາ​ໄລຢູ່ ມະຫາວິທະຍາ​ໄລ ບ່ອນທີ່​ມີ​ບັນດາ​ນັກ​ສຶກສາ 35,000 ຄົນ ຢູ່​ລັດ Missouri ທາງພາ​ກກາງຂອງປະເທດ.

University of Missouri President Resigns Amid Protests, Racial Tension
please wait

No media source currently available

0:00 0:01:01 0:00

ທ່ານ Wolf ​ກ່າວວ່າ​ “ຂ້າພະ​ເຈົ້າ ຮັບ​ເອົາ​ຄວາ​ມຮັບຜິດຊອບ​ທັງ​ໝົດ ຕໍ່​ຄວາມ​ເປັນ​ຫ່ວງ ​ແລະ ຂ້າພະ​ເຈົ້າ​ຮັບ​ເອົາ​ຄວາມ​ຮັບຜິດຊອບ ຕໍ່​ພາກ​ປະຕິບັດ​ທີ່ໄດ້ເກີ​ດຂື້ນ”. ​ ທ່ານໄດ້ຮຽກ ຮ້ອງ​ໃຫ້​ບັນດາ​ນັກ​ສຶກສາ​ໃຊ້ ການ​ລາ​ອອກ​ຈາກ​ຕຳ​ແໜ່​ງຊອງ​ທ່ານ “​ເພື່ອ​ເປັນ​ການ​ປົວ​ແປງ ​ແລະ​ເລີ້ມສົນທະນາ​ກັນ​ໃໝ່ອີກ.”

ບັນ​ຫາ​ ດັ່ງກ່າວ​ໄດ້​ເປັນ​ທີ່​ດືງດູດຄວາມສົນໃຈຢູ່​ທົ່ວປະ​ເທດ ຫລັງ​ຈາກ​ຄະນະ​ກຳມະການນັກ​ສຶກສາ ​ເຂົ້າຮ່ວມບັນດາ​ຄູ​ອາຈານ​ຈຳນວນ​ໜຶ່ງ ​ແລະ​ທິມນັກ​ຫລີ້ນ​ກິລາ​ຟຸດ​ບານ​ຂອງໂຮງຮຽນ ​ໃນ​ການ​ຮຽກຮ້ອງ​ໃຫ້ ທ່ານ Wolf ລາ​ອອກ​ຈາກ​ຕຳ​ແໜ່່​ງ. ບັນດາ​ຄູ​ອາ​ຈານ ​ແລະ​ນັກ​ສຶກສາ​ຈຳນວນ​ໜຶ່ງ​ໄດ້​ຂົ່ມຂູ່​ທີ່​ຈະ​ພາກັນ​ຢ່າງ​ອອກ ຈາກມະຫາວິທະຍາ​ໄລ ກ່ຽວ​ກັບ​ເລື້ອງ​ນີ້.

​ອະທິການບໍດີມະຫາວິທະຍາ​ ໄລ ທ່ານ Brown Lofton ກ່າວ​ວ່າ ທ່ານ​ຈະ​ຍ້າຍໄປມີ​ບົດບາດ​ໃໝ່ ທີ່​ມະຫາວິທະຍາ​ໄລ Columbia ​ທີ່​ພົວພັນ​ກັບ​ການ​ຄົ້ນຄວ້າ.

ສ່ວນທ້າວ Greg Carr ປະທານ​ສະພານັກສຶກສາ​ຂະແໜງ ອາ​ຟຣິກັນ-ອາ​ເມຣິກັນ ທີ່​ມະຫາ ວິທະຍາ​ໄລ Howard ທີ່​ນະຄອນຫລວງ ວໍຊໍ​ງຕັນ ດີ​.ຊີ ກ່າວ​ວ່າ ບັນດານັກ​ສຶກສາ ​ໄດ້​ພາກັນ​ຢູ່​ແຖວ​ໜ້າໃນການ​ເຄື່ອນ​ໄຫວເພື່ອ​ສິດທິ​ພົນລະ​ເມືອງ ນັບ​ແຕ່​ກາງ​ສັດຕະວັດ​ທີ່ 20 ເປັນຕົ້ນມາ.

Powerful Student Action Forces US University President to Resign
please wait

No media source currently available

0:00 0:02:12 0:00
This item is part of
​
XS
SM
MD
LG