ບັນດາຜູ້ນຳ 20 ປະເທດທີ່ເປັນເສດຖະກິດທີ່ສຳຄັນໆຂອງໂລກ ໄດ້ພົບປະກັນເມື່ອທ້າຍອາທິດຜ່ານມານີ້ ທີ່ນະຄອນ Toronto ປະເທດການາດາ ເພື່ອປຶກສາຫາລືກັນຊອກຫາວິທີສືບຕໍ່ປະສານການເຄື່ອນໄຫວ ປະຕິບັດການຕ່າງໆທີ່ໄດ້ດຳເນີນໄປໃນປີຜ່ານມາ ເພື່ອແກ້ໄຂວິກິດການການເງິນ ຂອງໂລກ ແລະສະພາ ວະເສດຖະກິດຕົກຕ່ຳລົງ ທີ່ເປັນຜົນສືບເນື່ອງມາຈາກວິກິດການດັ່ງກ່າວນັ້ນ. ຍ້ອນການປະຕິບັດການເຫລົ່ານັ້ນ ເສດຖະ ກິດໂລກຈຶ່ງກຳລັງເຕີບໃຫຍ່ຂະຫຍາຍຕົວຂື້ນມາອີກ ແລະການເຈລະຈາກັນທີ່ໄດ້ມີຂຶ້ນ ແມ່ນໄດ້ສະໜອງໂອກາດສຳລັບເຮັດໃຫ້ຂອງການຟື້ນຕົວ ຄືນຂອງເສດຖະ ກິດມີຄວາມໝັ້ນຄົງແລະຍືນຍົງ ຖາວອນ.
ການປະຕິບັດການທີ່ມີການປະສານງານກັນນັ້ນແມ່ນສຳຄັນທີ່ສຸດເພາະ ວ່າສະພາວະເສດຖະກິດຕົກຕ່ຳ ຄັ້ງນີ້ແມ່ນເປັນຄັ້ງທີ່ຮ້າຍແຮງທີ່ສຸດ ນັບຕັ້ງແຕ່ຊຸມປີ 1930 ເປັນຕົ້ນມາ. ສະພາວະເສດຖກິດຕົກຕ່ຳດັ່ງ ກ່າວແມ່ນເລີ່ມຕົ້ນມາຈາກວິກິດການການເງິນ ທີ່ເກີດຂຶ້ນຍ້ອນວ່າໜີ້ສິນທີ່ບໍ່ດີ ບໍ່ມີການຊຳລະຄືນ ແລະ ການລົງທຶນຕ່າງໆທີ່ມີຄວາມສ່ຽງສູງ ໄດ້ເປັນເຫດເຮັດໃຫ້ທະນາຄານຈຳນວນຫລາຍ ຕ້ອງລົ້ມຈົມ ແລະສິນ ເຊື່ອເຫືອດແຫ້ງໄປ. ເຫດການນີ້ໄດ້ສົ່ງຜົນໃຫ້ທຸລະກິດຕ່າງໆຂາດເຂີນເງິນທີ່ຈຳເປັນເພື່ອໃຊ້ເປັນທຶນໃນ ການບໍລິຫານກິດຈະການຂອງພວກເຂົາເຈົ້າ ແລະເປັນທຶນສຳລັບແຜນການເສີມຂະຫຍາຍກິດຈະການນັ້ນ. ຫລາຍໆບໍລິສັດໄດ້ຕັດໜ້າວຽກລົງ ປະຊາຊົນພາກັນຕັດການໃຊ້ຈ່າຍລົງ ແລະການຕົກຕ່ຳລົງໃນຄວາມ ຮຽກຮ້ອງຕ້ອງການສິນຄ້າທີ່ຕິດຕາມມານັ້ນ ກໍໄດ້ຍັງຜົນໃຫ້ມີການສູນເສຍໜ້າວຽກເພີ່ມຫລາຍຂື້ນ ນອກ ນີ້ແລ້ວ ການຄ້າລະຫວ່າງປະເທດກໍຕົກຕ່ຳລົງ ຊຶ່ງໄດ້ສ້າງຄວາມເດືອດຮ້ອນໂດຍສະເພາະ ໃຫ້ແກ່ພວກ ປະເທດກຳລັງພັທະນາທີ່ຜະລິດ ແລະກາງຕໍ່ນຳການສົ່ງອອກວັດຖຸດິບ ໃນຂົງເຂດຕ່າງໆເຊັ່ນອາຟຣິກາ ແລະອາເມລິກາລາຕິນ ເປັນຕົ້ນ.
ໃນການປະຕິບັດງານຮ່ວມກັນນັ້ນ ສະຫະລັດແລະປະເທດພາຄີຂອງຕົນ ໃນກຸ່ມ G20 ໄດ້ເພີ່ມການໃຊ້ ຈ່າຍໃນໂຄງການຕ່າງໆຂອງລັດຖະບານຂຶ້ນ ເພື່ອກະຕຸກຊຸກຍູ້ເສດຖະກິດຂອງພວກຕົນ ແລະໄດ້ໃຫ້ເງິນ ແກ່ກອງທຶນສາກົນເພີ່ມຂື້ນເພື່ອຊ່ວຍເຫລືອປະເທດອື່ນໆ ໄດ້ທຳການ ປະຕິຮູບທີ່ສຳຄັນ ໃນລະບົບ ທະນາຄານຂອງພວກເຂົາເຈົ້າ ເພື່ອແກ້ໄຂບັນຫາຕ່າງໆ ທີ່ໄດ້ນຳໄປສູ່ການລະລາຍດ້ານການເງິນຂອງໂລກແລະ ພວກເຂົາເຈົ້າໄດ້ຕ້ານ ຢັນການດຳເນີນມາດຕາການຕ່າງໆທີ່ເປັນການຄຸ້ມຄອງເສດຖະກິດຫລືສິນຄ້າພາຍໃນປະເທດຂອງຕົນ ທີ່ອາດສາມາດສ້າງຄວາມເສຍຫາຍໃຫ້ ບັນດາພາຄີການຄ້າຂອງພວກ ເຂົາເຈົ້ານັ້ນ. ບັດນີ້ອົງການກອງທຶນສາກົນ ຫລື ໄອແອມແອຟ ປະເມີນວ່າການ ເຕີບໂຕຂອງເສດຖະ ກິດໂລກ ແມ່ນຈະເກີນ 4 ເປີເຊັນໃນປີນີ້ ແລະ ບາງທີອາດຈະມີການຂະຫຍາຍໂຕໃນອັດຕາເທົ່າທຽມກັນ ໃນປີ 2011.
ຢ່າງໃດກໍຕາມ ຄວາມເປັນຫ່ວງກໍຍັງມີເພິ່ມຂຶ້ນນັບມື້ ກ່ຽວກັບການສືບຕໍ່ໃຊ້ຈ່າຍເງິນຂອງລັດຖະບານ ເພຶ່ອ ຊ່ວຍກະຕຸກຊຸກຍູ້ການເຕີບໂຕຂອງ ເສດຖະກິດນັ້ນ. ຄວາມຢ້ານກົວໃນສິ່ງນີ້ກໍຄືວ່າການກະທຳເຊ່ນນີ້ ອາດສາມາດກໍ່ໃຫ້ເກີດການຂາດເຂີນດ້ານການເງິນທີ່ຮ້າຍແຮງໄດ້ໃນອະນາຄົດ. ເຖິງແມ່ນການຟື້ນຕົວຄືນ ຂອງເສດຖະກິດໄດ້ມີຂຶ້ນແທ້ກໍຈິງແຕ່ມັນກໍ ຍັງຢູ່ໃນລະດັບພໍປານກາງແລະບໍ່ສະໝ່ຳສະເໝີ. ໃນການ ກ້າວໄປຂ້າງໜ້ານັ້ນ ບັນດາຜູ້ນຳໂລກແມ່ນຈະຕ້ອງໃຫ້ວາງບູລິມະສິດໃຫ້ແກ່ການປ້ອງກັນ ແລະການສ້າງ ຄວາມເຂັ້ມແຂງແກ່ການຟື້ນຕົວຄືນຂອງເສດຖະກິດກ່ອນອື່ນໝົດ. ປະເທດທັງຫລາຍກໍຈະຕ້ອງສືບຕໍ່ ປະຕິບັດງານຮ່ວມກັນ ເພື່ອສະໜັບສະໜູນການເຕີບໂຕຂອງເສດຖະກິດທີ່ແຂງແຮງແລະຍືນຍົງ ພ້ອມ ກັບໃຫ້ຄວາມເອົາໃຈໃສ່ເປັນພິເສດໃສ່ການຮັບປະກັນໃຫ້ມີຄວາມໝັ້ນໝາຍທີ່ໜ້າເຊື່ອຖືໄດ້ຕໍ່ການກູ້ເອົາລະບົບການເງິນແບບຍືນຍົງຖາວອນກັບຄືນມາ ເມື່ອໃດສະພາບການດ້ານເສດຖະກິດຫາກດີຂື້ນ.