ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສືບລັບ ອັຟການິສຖານ ຢືນຢັນວ່າ ຜູ້ນຳ Taliban ໄດ້ຖືກຂ້າຕາຍ ໂດຍໂດຣນ ຂອງ ສຫລ


US Afgahn Taliban
please wait
Embed

No media source currently available

0:00 0:01:16 0:00

ອົງການສືບລັບຂອງ ອັຟການິສຖານ ຫຼື ເອີ້ນຫຽໍ້ໃນພາສາອັງກິດວ່າ ແອັນ ດີ ແອັສ​ໄດ້ ເວົ້າຢໍ້າວ່າ ຫົວໜ້າ ຕາລີບານ ນາຍ ອັກຕາ ມັນຊົວ ໄດ້ຖືກຂ້າ ໃນການໂຈມຕີ ທາງ ອາກາດ ໃນປາກິສຖານ ໄກ້ກັບເຂດຊາຍແດນ ອັຟການິສຖານ.

ໃນຖະແຫຼງການສັ້ນໆຂອງ ແອັນ ດີ ແອັສທີ່ອອກເຜີຍແຜ່ໃນວັນອາທິດມື້ນີ້ ທາງ​ Twitter ກັບ Facebookເວົ້າວ່າ “ຫົວໜ້າ ຕາລີບານ ນາຍ ມູລາ ອັກຕາ ມັນຊົວ ໄດ້ຖືກຂ້າ ໃນການ ໂຈມຕີທາງອາກາດ ມື້ວານນີ້ ເວລາບ່າຍ 3 ໂມງ 45 ທີ່ ດາລບານດິນ​ ແຂວງ Baluchistan.”

ແຜນທີ່ເຂດແດນ ປະເທດອັຟການິສຖານ

ນອກນັ້ນ ສຳນັກງານຂອງປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani ກໍໄດ້ ອອກຖະແຫຼງການສະບັບນຶ່ງ ໃນວັນອາທິດມື້ນີ້ ທີ່ກ່າວວ່າ “ຣັດຖະບານ ອັຟການິສຖານ ພວມທົບທວນຄືນຢູ່ ລາຍລະອຽດຂັ້ນຕອນສຸດທ້າຍ ກ່ຽວກັບ ຊະຕາກຳຂອງ ນາຍມູລາ ອັກຕາ ມັນຊົວ ແລ້ວຈະປະກາດໃຫ້ປະຊາຊົນຊາບໄວທີ່ສຸດເທົ່າທີ່ຈະເປັນໄປໄດ້.”

ຖະແຫຼງການດ່ັງກ່າວເວົ້າວ່າ ຜູ້ນຳຜູ້ນີ້ “ມີສ່ວນໃນການຫຼອກລວງ ຊຸກເຊື່ອງຄວາມຈິງ ລັກລອບຄ້າຂາຍຢາເສບຕິດ ແລະໃຊ້ລັດທິກໍ່ການຮ້າຍ ໃນເວລາທຳການສ້າງຄວາມ ຢ້ານກົວ ເຂັ່ນຂ້າ ແລະ ລ້າງຜານຊິວິດຊາວອັຟການິສຖານຢູ່ນັ້ນ.”

ກ່ອນໜ້ານີ້ ເຈົ້າໜ້າທີ່ ສຫລ ທີ່ເວົ້າຢູ່ເບື້ອງຫຼັງ ກ່າວວ່າ ການໂຈມຕີດັ່ງກ່າວ ໄດ້ຮັບ ອະນຸຍາດ ຈາກປະທານາທິບໍດີ ໂອບາມາ.

ຊາຍອັຟການິສຖານຄົນໜຶ່ງ ກຳລັງອ່ານ ໜັງສືພິມທ້ອງຖິ່ນ ທີ່ຕີພິມຮູບພາບຂອງຜູ້ນຳ ກຸ່ມ Taliban ນາຍ Mullah Akhtar Mansour, ຢູ່ໃນນະຄອນຫຼວງ Kabul ຂອງອັຟການິສຖານ, ວັນທີ 6 ທັນວາ 2015.
ຊາຍອັຟການິສຖານຄົນໜຶ່ງ ກຳລັງອ່ານ ໜັງສືພິມທ້ອງຖິ່ນ ທີ່ຕີພິມຮູບພາບຂອງຜູ້ນຳ ກຸ່ມ Taliban ນາຍ Mullah Akhtar Mansour, ຢູ່ໃນນະຄອນຫຼວງ Kabul ຂອງອັຟການິສຖານ, ວັນທີ 6 ທັນວາ 2015.

ເຈົ້າໜ້າທີ່ທ່ານນີ້ເວົ້າວ່າ ເຮືອບິນບໍ່ມີຄົນຂັບ ບັງຄັບໂດຍກຳລັງພິເສດຂອງ ສະຫະລັດ ໄດ້ແນເປົ້າໝາຍໃສ່ ຣົດຄັນນຶ່ງໃນແຂວງ Baluchistan ຂອງປາກິສຖານ. ເບິ່ງຄືວ່າ ຜູ້ຊາຍຜູ້ນຶ່ງ ທີ່ເດີນທາງໄປນຳ ນາຍມັນຊົວ ກໍແມ່ນໄດ້ເສຍຊິວິດຄືກັນ.

ທ່ານ ຈອນ ແຄຣີ ຣມຕ ຕ່າງປະເທດ ສຫລ ກ່າວໃນວັນອາທິດມື້ນີ້ ໃນລະຫວ່າງ ການຢ້ຽມ ຢາມ ມຽນມາ ຂອງທ່ານວ່າ​ ນາຍ ມັນຊົວຖືກຕັ້ງເປັນເປົ້າໝາຍ ກໍເພາະວ່າ “ຜູ້ກ່ຽວເປັນ ໄພຂົ່ມຂູ່ໃນໄວໆນີ້ ຕໍ່ຊິວິດຂອງພະນັກງານ ສຫລ ພົນລະເຮືອນ ອັຟກາ ນິສຖານ ແລະ ກຳລັງຮັກສາຄວາມປອດໄພຂອງ ອັຟການິສຖານ” ແລະ ນາຍມັນຊົວ ແມ່ນ “ຄັດຄ້ານ ໂດຍກົງ ຕໍ່ການເຈລະຈາສັນຕິພາບ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG