ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ບໍລິສັດປະກັນສຸຂະພາບ UnitedHealth ກ່າວວ່າ ພວກລັກເຈາະຂໍ້ມູນ ອາດລັກເອົາຂໍ້ມູນນຶ່ງສ່ວນສາມຂອງຊາວອາເມຣິກັນ


CEO ຂອງ UnitedHealth ທ່ານ ວິດຕີ້ ເປັນພະຍານກ່ຽວກັບການໂຈມຕີທາງໄຊເບີ້ເມື່ອໄວໆມານີ້ ຢູ່ທີ່ໜ່ວຍງານເທັັກໂນໂລຈີຂອງບໍລິສັດ ໃນລະຫວ່າງການພິຈາລະນາຄະດີຂອງຄະນະກໍາມະການການເງິນສະພາສູງ, ຢູ່ຫໍລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ.
CEO ຂອງ UnitedHealth ທ່ານ ວິດຕີ້ ເປັນພະຍານກ່ຽວກັບການໂຈມຕີທາງໄຊເບີ້ເມື່ອໄວໆມານີ້ ຢູ່ທີ່ໜ່ວຍງານເທັັກໂນໂລຈີຂອງບໍລິສັດ ໃນລະຫວ່າງການພິຈາລະນາຄະດີຂອງຄະນະກໍາມະການການເງິນສະພາສູງ, ຢູ່ຫໍລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ.

ພວກ​ລັກ​ເຈາະ​ຂໍ້​ມູນ​ຜູ້​ທີ່​ໄດ້​ລັກ​ເຂົ້າ​ໄປ​ໃນ​ໜ່ວຍ​ເທັກ​ໂນ​ໂລ​ຈີ​ຂອງ​ບໍ​ລິ​ສັດ UnitedhHealth ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ໄດ້​ລັກ​ເອົາ​ຂໍ້​ມູນ​ຈຳ​ນວນ 1 ສ່ວນ 3 ຂອງຊາວອາເມຣິກັນ, ເຊິ່ງຜູ້​ບໍ​ລິ​ຫານ​ໃຫຍ່ຂອງບໍລິສັດປະກັນໄພສຸຂະພາບ ທີ່ໃຫຍ່ທີ່ສຸດຂອງສະຫະລັດ ໄດ້ກ່າວຕໍ່ຄະນະກຳມະການສະພາສູງໃນວັນພຸດ ວານນີ້.

ສອງຄະນະກໍາມະການສະພາສູງໄດ້ໂອລົມກັບຜູ້​ບໍ​ລິ​ຫານ​ໃຫຍ່ຂອງບໍລິສັດດັ່ງ ກ່າວ ທ່ານແອນດຣີວ ວິດຕີ້ (Andrew Witty) ກ່ຽວກັບການໂຈມຕີທາງຄອມ​ພິວ​ເຕີຕໍ່ໜ່ວຍປະ​ກັນ​ສຸ​ຂະ​ພາບ​ Change Healthcare ​ຂອງ​ບໍ​ລິ​ສັດ, ເຊິ່ງ ດໍາເນີນການຮຽກຮ້ອງຄ່າ​ທົດ​ແທນທາງການແພດທັງຫມົດປະມານ 50 ເປີເຊັນ ຢູ່ໃນສະຫະລັດ.

ການລະເມີດດັ່ງກ່າວ ໄດ້ເຮັດໃຫ້ເກີດການໂຈະຂັ້ນຕອນຂອງການຮຽກຮ້ອງຄ່າ​ທົດ​ແທນ​ຄືນເປັນວົງກວ້າງ, ໂດຍສົ່ງຜົນກະທົບຕໍ່ຄົນເຈັບ ແລະຜູ້ໃຫ້ບໍລິການ ໃນທົ່ວປະເທດ.

ທ່ານ ວິດຕີ້ ໄດ້ຮັບຄໍາຖາມທີ່ຮ້ອນແຮງສໍາລັບເລື້ອງນີ້ຈາກສະມາຊິກສະພາສູງ ກ່ຽວກັບຄະນະກໍາມະການທາງດ້ານພະລັງງານ ແລະ ການຄ້າຂອງສະພາຕໍ່າ ສໍາລັບຄວາມລົ້ມແຫຼວຂອງບໍລິສັດ ທີ່ຈະປ້ອງກັນການລະເມີດ ແລະຄວບຄຸມ ຜົນ​ກະ​ທົບຂອງຕົນ.

ເວ​ລາ​ຖືກກົດດັນສໍາລັບລາຍລະອຽດກ່ຽວກັບຂໍ້ມູນທີ່ຖືກທໍາລາຍນັ້ນ, ທ່ານ ວິດຕີ້ ກ່າວວ່າ “ບາງທີນຶ່ງສ່ວນສາມ” ຂອງຂໍ້ມູນທາງດ້ານສຸຂະພາບທີ່ໄດ້ຮັບການ ປ້ອງກັນຂອງຊາວອາເມຣິກັນ ແລະຂໍ້ມູນລະບຸໂຕບຸກຄົນ ໄດ້ຖືກລັກໄປ.

ທ່ານກ່າວຕື່ມວ່າ “ພວກເຮົາກໍາລັງສືບຕໍ່ດໍາເນີນການສືບສວນສອບສວນ ກ່ຽວກັບ ຈໍານວນຂໍ້ມູນທີ່ກ່ຽວຂ້ອງໃນນີ້, ພວກເຮົາຄິດວ່າ ມັນກໍາລັງເປັນ ຮູບປະທໍາ.”

ທ່ານ ວິດຕີ້ ກ່າວ​ວ່າ ແກັ້ງ​ອາ​ຊະ​ຍາ​ກຳ​ທາງ​ໄຊເບີ້ທີ່ມີຊື່ວ່າ AlphV ໄດ້​ລັກເຈາະ​ເຂົ້າ​ໄປ​ໃນລະ​ບົບຂອງ​ໜ່ວຍ Change Healthcare ​ເມື່ອ​ວັນ​ທີ 12 ກຸມພາທີ່​ຜ່ານ​ມາ ​ໂດຍ​ໃຊ້​ການ​ລັກ​ເຂົ້າ​ສູ່​ລະ​ບົບຂໍ້ມູນສ່ວນໂຕ ຢູ່​ເຊີບເວີເກົ່າ​ ທີ່​ບໍ່​ມີ​ການ​ຮັບຮອງຄວາມຖືກຕ້ອງດ້ວຍຫຼາຍປັດໃຈ.

“ມັນແມ່ນ...ພື້ນທີ່ນຶ່ງ ເຊິ່ງເມື່ອບໍ່ດົນມານີ້ ໄດ້ກາຍມາເປັນສ່ວນນຶ່ງຂອງບໍລິສັດ ທີ່​ໄດ້ຢູ່ໃນຂັ້ນຕອນຂອງການຍົກລະດັບ,” ອີງຕາມການກ່າວຂອງ ທ່ານ ວິດຕີ້ ທີ່ອ້າງອີງຈາກການຊື້ກິດຈະການຈໍານວນ 13 ຕື້ໂດລາຂອງ​ບໍ​ລິ​ສັດ UnitedHealth ຂອງ​ບໍ​ລິ​ສັດ Change ໃນປີ 2022.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG