ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກໍລະນີໃໝ່ ຂອງໄວຣັສ Zika ອາດເປັນ ກໍລະນີທຳອິດ ໃນ ສຫລ ທີ່ເກີດຈາກຍຸງ


ທ່ານ Robert Muxo ຈາກພະແນກຄວບຄຸມຍຸງ ຂອງເມືອງ Dade ໃນນະຄອນ Miami ເອົາຕົວຢ່າງຂອງນ້ຳ ຢູ່ໂຖປູກຕົ້ນໄມ້ ທີ່ມີນ້ຳຂັງຢູ່ນັ້ນ ຢູ່ທີ່ນະຄອນ, ເມື່ອວັນທີ 21 ມິຖຸນາ 2016. ບັນດາເຈົ້າໜ້າທີ່ສາທາລະນະສຸກ ມີຄວາມເປັນຫ່ວງ ກ່ຽວກັບການລະບາດຂອງໄວຣັສ Zika.
ທ່ານ Robert Muxo ຈາກພະແນກຄວບຄຸມຍຸງ ຂອງເມືອງ Dade ໃນນະຄອນ Miami ເອົາຕົວຢ່າງຂອງນ້ຳ ຢູ່ໂຖປູກຕົ້ນໄມ້ ທີ່ມີນ້ຳຂັງຢູ່ນັ້ນ ຢູ່ທີ່ນະຄອນ, ເມື່ອວັນທີ 21 ມິຖຸນາ 2016. ບັນດາເຈົ້າໜ້າທີ່ສາທາລະນະສຸກ ມີຄວາມເປັນຫ່ວງ ກ່ຽວກັບການລະບາດຂອງໄວຣັສ Zika.

ບັນດາເຈົ້າໜ້າທີ່ສາທາລະນະສຸກ ຢູ່ລັດ Florida ທາງພາກຕາເວັນອອກສຽງໃຕ້ ຂອງ ສະຫະລັດ ກຳລັງວິເຄາະເບິ່ງ ກໍລະນີການຕິດແປດຄັ້ງ​ໃໝ່​ຂອງ​ເຊື້ອ​ໄວ​ຣັສ Zika ​ໃນ​ເຂດນະຄອນ Miami ທີ່ພວກເພິ່ນຄຶດວ່າ ເປັນການຕິດແປດຂອງ​ໄວຣັສ Zika ກໍລະນີ ​ທຳ​ອິດ ທີ່ມາຈາກການຂົບຂອງຍຸງ ຢູ່​ໃນ​ສະຫະລັດ.

ສູນຄວບຄຸມພະຍາດ​ແລະ​ປ້ອງ​ກັນ​ພະຍາດຂອງສະຫະລັດ ຫຼື CDC ແລະພະແນກ ສາທາລະນະສຸກ ຂອງລັດ Florida ໄດ້ກ່າວໃສສັບປະດານີ້ວ່າ ກໍລະນີຂອງ​ເຊື້ອ​ໄວຣັສ Zika ດັ່ງກ່າວ​ແມ່ນ​ໄດ້​ຮັບ​ການຢືນຢັນ ແຕ່ບໍ່ມີການເຊື່ອມໂຍງ ກັບການຕິດແປດ ຜ່ານ ການເດີນທາງ. ຍັງບໍ່ທັນ​ເປັນ​ທີີ່ຈະແຈ້ງເທື່ອວ່າ ກໍລະນີດັ່ງກ່າວ ອາດເປັນຕົ້ນກຳເນີດ ຈາກການມີເພດສຳພັນ ກັບຜູ້ທີ່ຕິດເຊື້ອແລ້ວ ຫຼືບໍ່.

ເມື່ອຕົ້ນສັບປະດານີ້ ອົງການ CDC ໄດ້ປະກາດວ່າ ຜູ້ເບິ່ງແຍງຊາຍທີ່​ສູງອາຍຸຄົນໜຶ່ງ ​ ໃນ​ລັດ Utah ທີ່ໄດ້ເສຍຊີວິດ ຈາກການຕິດ​ເຊື້ອ​ໄວຣັສ Zika ນັ້ນ ກໍ​ໄດ້​ຕິດ​ເຊື້ອດັ່ງກ່າວ ນຳດ້ວຍ ເຖິງແມ່ນວ່າ ກໍລະນີຂອງຜູ້ເບິ່ງແຍງນີ້ ບໍ່​ຢູ່​ໃນ​ຂັ້ນຮ້າຍ​ແຮງ​ກໍ​ຕາມ. ເຊື່ອກັນວ່າ ຜູ້ເບິ່ງແຍງ ບໍ່ໄດ້ເດີນທາງໄປບໍລິເວນໃດໆ ທີ່ມີການຕິດແປດໂດຍ​ເຊື້ອ​ໄວຣັສ Zika ຫຼືໄດ້ມີເພດສຳພັນກັບຜູ້ໃດຜູ້ໜຶ່ງ ທີ່ຕິດ​ເຊື້ອ​ໄວ​ຣັສດັ່ງກ່າວ.

ອົງການ CDC ໄດ້ກ່າວວ່າ ຊາຍ​ທີ່​ສູງ​ອາຍຸ​ຄົນດັ່ງກ່າວ ມີ “ເຊື້ອໄວຣັສ ໃນຈຳນວນສູງ ທີ່ບໍ່ມີໃຜຄື” ຢູ່ໃນເລືອດຂອງຜູ້ກ່ຽວ ຄື 100,000 ເທົ່າ ສູງກວ່າທີ່ໄດ້ພົບເຫັນ ຢູ່ໃນຕົວ ຢ່າງເລືອດຈາກຜູ້ທີ່ຕິດເຊື້ອຄົນອື່ນໆ. ເຈົ້າໜ້າທີ່ສາທາລະນະສຸກ ກຳລັງສືບສວນ ສອບສວນ​ເບິ່ງວ່າ ຜູ້ເບິ່ງແຍງ ອາດຕິດ​ເຊື້ອ​ໄວຣັສ ຈາກຊາຍທີ່​ສູງ​ອາຍຸ ດ້ວຍວິທີໃດ.

​ເຊື້ອ​ໄວຣັສ Zika ໄດ້ຖືກກວດພົບ ຢູ່ນຳ​ຂອງແຫຼວ​ໃນຮ່າງກາຍ ລວມທັງ ນ້ຳອາສຸຈິ ເລືອດ ປັດສະຫວະ ແລະ ນ້ຳນົມຂອງແມ່ຍິງ.

ຊາຍຜູ້ທີ່ໄດ້ເສຍຊີວິດ ຕິດເຊື້ອໄວຣັສນີ້ ໃນຂະນະທີ່ເດີນທາງໄປຕ່າງ ປະເທດ. ລາວ​ແມ່ນເປັນຄົນທຳອິດ ໃນສະຫະລັດ ທີ່ເສຍຊີວິດ ຫຼັງຈາກທີ່ໄດ້ຕິດ​ເຊື້ອ​ໄວຣັສ Zika. ບັນດາເຈົ້າໜ້າທີ່ ກ່າວວ່າ ເຫດຜົນຂອງການເສຍຊີວິດອັນແທ້ຈິງນັ້ນ ແມ່ນຍັງບໍ່ທັນ ຈະແຈ້ງເທື່ອວ່າ ເພາະວ່າ ຊາຍຄົນນັ້ນ ແມ່ນເຖົ້າແກ່ ແລະມີ​ບັນຫາສຸຂະພາບ ຂອງ ລາວເອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG