ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກກິລາ ສະຫະລັດ ໄດ້ຊະນະຫຼຽນຄຳທຳອິດ ໃນກິລາໂອລິມປິກລະດູໜາວ ປັກກິ່ງ


ນາງ ລິນຊີ ຈາໂຄແບລລິສ ຈາກ ສະຫະລັດ ສະເຫຼີມສະຫຼອງ ຫຼັງຈາກໄດ້ຊະນະຫຼຽນຄຳໃນຮອບຊິງຊະນະເລີດຂອງກິລາ Snowboard Cross ປະເພດຍິງ ໃນກິລາໂອລິມປິກ ລະດູໜາວ ປັກກິ່ງ 2022. 9 ກຸມພາ, 2022, ເມືອງ ຊາງເຈຍໂກ, ຈີນ. (AP Photo/Lee Jin-man)
ນາງ ລິນຊີ ຈາໂຄແບລລິສ ຈາກ ສະຫະລັດ ສະເຫຼີມສະຫຼອງ ຫຼັງຈາກໄດ້ຊະນະຫຼຽນຄຳໃນຮອບຊິງຊະນະເລີດຂອງກິລາ Snowboard Cross ປະເພດຍິງ ໃນກິລາໂອລິມປິກ ລະດູໜາວ ປັກກິ່ງ 2022. 9 ກຸມພາ, 2022, ເມືອງ ຊາງເຈຍໂກ, ຈີນ. (AP Photo/Lee Jin-man)

ສະຫະລັດ ໄດ້ຮັບຫຼຽນຄຳທຳອິດຂອງເຂົາເຈົ້າໃນກິລາໂອລິມປິກລະດູໜາວ ປັກກິ່ງ 2022 ໃນວັນພຸດວານນີ້ ເວລາທີ່ນາງ ລິນຊີ ຈາໂຄແບລລິສ (Linsey Jacobellis) ໄດ້ຊະນະການແຂ່ງຂັນ Snowboard Cross ຂອງແມ່ຍິງ.

ນາງ ຈາໂຄແບລລິສ ອາຍຸ 36 ປີແມ່ນໄດ້ເປັນນັກກິລາທີ່ໂດດເດັ່ນໃນປະຫວັດ ສາດທີ່ສັ້ນໆຂອງກິລາດັ່ງກ່າວ, ແຕ່ລາວບບໍ່ສາມາດ ທີ່ຈະຄວ້າຫຼຽນຄຳກິລາໂອລິມປິກ ນັບຕັ້ງແຕ່ການເປີດຕົວຂອງລາວ ໃນກິລາໂອລິມປິກ 2006 ທີ່ເມືອງ ຕູຣິນ, ປະເທດ ອິຕາລີ. ລາວເກືອບທີ່ຈະໄດ້ຫຼຽນຄຳໃນກິລາໂອລິມປິກ ຕູຣິນ ເມື່ອລາວໄດ້ມື່ນ ແລະ ລົ້ມໃນການພະຍາຍາມເພື່ອເຮັດທ່າລີລາ ໃນລະຫວ່າງການໂດດໃນຮອບສຸດທ້າຍຂອງການແຂ່ງຂັນ, ຈົນເຮັດໃຫ້ລາວຫຼຸດລົງມາໄດ້ຫຼຽນເງິນ.

ນາງ ໂຄຼເອ ເທຣເປີຈ໌ (Chloe Trespeuch) ຈາກ ຝຣັ່ງ ໄດ້ຮັບຫຼຽນເງິນໃນວັນພຸດວານນີ້, ໃນຂະນະທີ່ນາງ ເມີຣາຍຕາ ໂອດີນ (Meryeta Odine) ຈາກ ການາດາ ໄດ້ຫຼຽນທອງແດງກັບບ້ານ.

ໄຊຊະນະຂອງນາງ ຈາໂຄແບລລິສ ໄດ້ເກີດຂຶ້ນຫຼາຍຊົ່ວໂມງ ຫຼັງຈາກນັກກິລາ ສະຫະລັດ ນາງ ມິເຄລາ ສຣິຟຟິນ (Mikaela Shriffin), ນັກກິລາ Alpine ສກີ ທີ່ຄອບງຳກິລາດັ່ງກ່າວທີ່ສຸດ ໃນລຸ້ນຂອງລາວ, ໄດ້ປະສົບກັບຄວາມລົ້ມແຫຼວອີກຄັ້ງນຶ່ງ ໃນການແຂ່ງເພື່ອເສີມຫຼຽນຄຳໂອລິມປິກ ໃນການສະສົມຂອງລາວ. ນາງ ສຣິຟຟິນ ໄດ້ເລີ່ມແຂ່ງພຽງບໍ່ເທົ່າໃດວິນາທີໃນການແຂ່ງຂັນຄັ້ງທຳອິດຂອງລາວໃນກິລາ Slalom ປະເພດຍິງ ເມື່ອລາວໄດ້ພາດປະຕູ ແລະ ໄດ້ ສກີອອກເສັ້ນທາງ, ຈົນສົ່ງຜົນໃຫ້ລາວຖືກຕັດສິດອອກຈາກການແຂ່ງຂັນ, ແລະ ໄດ້ນັ່ງທໍ້ແທ້ ແລະ ເສຍໃຈຢູ່ຂ້າງສະໜາມເປັນເວລາຫຼາຍນາທີ.

ນາງ ເພທຣາ ວໂລວາ (Petra Vlhova) ຈາກ ສໂລວາເກຍ ໄດ້ຄວ້າຫຼຽນຄຳໄປຄອງໃນການແຂ່ງຂັນ Slalom ປະເພດຍິງ, ດ້ວຍນາງ ແຄທາຣີນາ ໄລນສເບີເກີ (Katharina Linesberger) ຈາກ ອອສເຕຣຍ ໄດ້ຫຼຽນເງິນ ແລະ ນາງ ເວັນດີ ໂຮລເດເນີ (Wendy Holdener) ຈາກ ສວິດເຊີແລນ ໄດ້ຫຼຽນທອງແດງ.

ພ້ອມກັນນັ້ນໃນວັນພຸດວານນີ້, ນັກກິລາ ເຢຍຣະມັນ ທ້າວ ໂທບຽສ ເວັນໂດ (Tobias Wendl) ແລະ ທ້າວ ໂທບຽສ ອາລທ໌ (Tobias Arlt) ໄດ້ຊະນະຫຼຽນຄຳຫຼຽນທີສາມຂອງເຂົາເຈົ້າ ໃນການແຂ່ງຂັນ Luge ປະເທດຊາຍຄູ່. ເຂົາເຈົ້າໄດ້ແຂ່ງສຳເລັດສອງຮອບພາຍໃນ 1 ນາທີ, 56.653 ວິນາທີ, ເອົາຊະນະເພື່ອນຮ່ວມທີມຊາດ ເຢຍຣະມັນ ທ້າວ ໂທນີ ເອກເກີດ (Tony Eggert) ແລະ ທ້າວ ຊາຊາ ເບເນັກເກັນ (Sasha Benecken) ທີ່ໄດ້ຊະນະຫຼຽນເງິນ.

ເຢຍຣະມັນ ໄດ້ຊະນະການແຂ່ງຂັນກິລາ Luge ສາມຈາກສີ່ຄັ້ງທີ່ຖືກຈັດຂຶ້ນຢູ່ກິລາໂອລິມປິກດັ່ງກ່າວ. ທ້າວ ໂຢຮານເນສ ລຸດວິກ (Jonnaes Ludwig) ໄດ້ຊະນະກິລາ Luge ປະເພດຊາຍ ແລະ ນາງ ນາຕາລີ ໄກເຊັນເບີເກີ (Natalie Geisenberger) ໄດ້ຄວ້າຫຼຽນຄຳສຳລັບກິລາ Luge ປະເພດຍິງ. ທັງສີ່ຄົນຈະພະຍາຍາມກວາດເອົາຫຼຽນຄຳທັງໝົດໃນການແຂ່ງຂັນ Luge ປະເພດຜັດປ່ຽນ.

ທ້າວ ເບີກ ຣູດ (Birk Ruud) ອາຍຸ 21 ຈາກປະເທດ ນໍເວ ໄດ້ຊະນະຫຼຽນຄຳເມື່ອວັນພຸດວານນີ້ໃນການແຂ່ງຂັນ ສກີ ຟຣີສໄຕລ໌ ໂດດກາງອາກາດ ຫຼື Freestyle Big Air, ດ້ວຍນັກກິລາ ອາເມຣິກັນ ທ້າວ ໂຄລບີ ສຕີເວັນສັນ (Colby Stevenson) ໄດ້ຫຼຽນເງິນກັບບ້ານ, ຫົກປີຫຼັງຈາກການບາດເຈັບຄັ້ງໃຫຍ່ໃນອຸບັດຕິເຫດລົດຕຳກັນຈົນເກືອບເສຍຊີວິດ, ລວມທັງກະໂຫຼກຫົວແຕກ. ນັກກິລາ ສວີເດັນ ທ້າວ ເຮັນຣິກ ຮາລອດ (Henrik Halaut) ໄດ້ຊະນະຫຼຽນທອງແດງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG