ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ເຕືອນວ່າ ປາກິສຖານ ອາດຈະສູນເສຍ ການຊ່ວຍເຫຼືອ 1 ພັນ 900 ລ້ານໂດລາ


ພວກພໍ່ຄ້າປາກິສຖານ ພາກັນປະທ້ວງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ ທີ່ເມືອງເພຊາວາ ໃນວັນທີ 5 ມັງກອນ 2018.
ພວກພໍ່ຄ້າປາກິສຖານ ພາກັນປະທ້ວງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ ທີ່ເມືອງເພຊາວາ ໃນວັນທີ 5 ມັງກອນ 2018.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໄດ້​ຂຽນ​ຂໍ້ຄວາມ​ຂຽນ​ລົງ​ໃນທວິດເຕີ ໃນ​
ຕອນ​ແລງ​ວັນ​ສຸກ​ວານ​ນີ້​ວ່າ “​ເປັນ​ຄວາມ​ຄິດ​ທີ່​ດີ ​ແຣນ!” ​ໃນ​ການ​ຕອບ​ຕໍ່ ການສົ່ງຂໍ້
ຄວາມ ທາງທວີດເຕີ ຂອງສະມາຊິກ​ສະພາ​ສູງ ແຣນ ພອ​ລ ກ່ຽວ​ກັບ ການຢຸດເຊົາໃຫ້
ການ​ຊ່ວຍ​ເຫລືອ​ແກ່​ປາ​ກິ​ສຖານ.

ທ່ານ​ພອ​ລ ກ່າວ​ຢູ່ໃ​ນຂໍ້ຄວາມທາງທວິດເຕີ​ຂອງ​ທ່ານ​ວ່າ “ຂ້າພະ​ເຈົ້າຈະ​ສະ​ເໜີ​ຮ່າງ​
ກົດໝາຍ ​ເພື່ອ​ຢຸຸດເຊົາການ​ຊ່ວຍ​ເຫລືອປາ​ກິ​ສຖານ ​ໃນ​ບໍ່​ເທົ່າ​ໃດ​ມື້​ຕໍ່ໜ້າ​ນີ້. ຮ່າງ​ກົດ
ໝາຍ ຂອງ​ຂ້າພະ​ເຈົ້າ​ ຈະ​ນຳ​ເອົາ​ເງິນ ​ທີ່ຈະສົ່ງໄປໃຫ້​ປາ​ກິ​ສຖານນັ້ນ ​ແລະ​ນຳມາໃຊ້
​ເປັນ​ກອງ​ທຶນ ເພື່ອ​ກໍ່ສ້າງຖະໜົນ​ຫົນທາງ ​ແລະ​ຂົວ​ຕ່າງໆ​ຢູ່ທີ່ນີ້
ໃນປະເທດຂອງພວກເຮົາ​.”

ລັດຖະບານ​ທ່ານ​ທຣໍາ​ໄດ້​ປະກາດ​ໃນ​ວັນ​ພະຫັດທີ່​ຜ່າ​ນມານີ້​ວ່າ ​ຕົນໄດ້ໂຈະ​ການ​ຊ່ວຍ
​ເຫລືອ​ທາງ​ທະຫານແກ່​ປາ​ກິ​ສຖານ ​ແລະ​ກ່າວວ່າ ​ການໂຈະດັ່ງກ່າວຈະດຳ ເນີນຕໍ່​ໄປ
ຈົນ​ກວ່າອິສລາມາ​ບັດ “​ເອົາ​ບາດກ້າວ​ຢ່າງ​ເດັດຂາດ” ຕໍ່ພວກ​ກະບົດ ຕາ​ລີບາ​ນໃນອັຟ
ການິສຖານ ​ແລະຕາໜ່າງ​ຮັກ​ກາ​ນີ.

ພວກ​ເຈົ້າ​ໜ້າ​ທີ່ ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ການ​ໂຈະການຊ່ວຍເຫຼືອດັ່ງກ່າວຈະ ເປັນ​
ຜົນ​ກະທົບ​ຕໍ່​ເຄື່ອງອຸປະກອນ​ທາງ​ທະຫານ 1 ພັນລ້ານ​ໂດ​ລາ ​ແລະ​ ອີກ 900 ຮ້ອຍ​
ລ້ານ​ໂດ​ລາ ແມ່ນການໃຊ້​ຈ່າຍ​ໃນການ​ປະຕິບັດ​ງານຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍ.

​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ລັດຖະບານ​ສະຫະລັດ​ຄົນ​ນຶ່ງ​ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ “​ໄດ້​ມີ​ເວລາ​
ພຽງພໍ​ສຳລັບ​ປາ​ກິ​ສຖານ ທີ່​ຈະສະ​ແ​ດງ​ໃຫ້​ເຫັນວ່າ ຕົນໄດ້ເອົາໃຈໃສ່ຕໍ່ຄຳ​ຮຽກຮ້ອງ
ຂອງ​ພວກ​ເຮົາ​ຢ່າ​ງ​ຈິງຈັງ.”

ພວກນັກສຶກສາສາສະໜາ ປາກິສຖານ ປະທ້ວງ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ ຢູ່ເມືອງລາຮໍ ປາກິສຖານ.
ພວກນັກສຶກສາສາສະໜາ ປາກິສຖານ ປະທ້ວງ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ ຢູ່ເມືອງລາຮໍ ປາກິສຖານ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ “ພວກ​ເຮົາ​ໄດ້​ສະແດງໃຫ້ເຫັນຢ່າງ​ຈະແຈ້ງ​ ເຖິງຄວາມ​ຄາດ ຫວັງ
ຂອງ​ພວກ​ເຮົາ​. ແຕ່ບໍ່ເປັນຈັ່ງໂຊກ ພວ​ກ​ເຮົາຍັງ​ບໍ່​ທັນໄດ້​ເຫັນ ​ການເອົາ ບາດ​ກ້າວທີ່
​ມີ​ຄວາມ​ໝາຍ​ທີ່​ພວກ​ເຮົາ​ຊອກ​ຫາຢູ່ນັ້ນ.”

ບັນດາຜູ້ສະໜັບສະໜູນກຸ່ມສາສະໜາ ປະທ້ວງຕ້ານ ປ. ດໍໂນລ ທຣໍາ ທີເມືອງລາຮໍ ປາກິສຖານ.
ບັນດາຜູ້ສະໜັບສະໜູນກຸ່ມສາສະໜາ ປະທ້ວງຕ້ານ ປ. ດໍໂນລ ທຣໍາ ທີເມືອງລາຮໍ ປາກິສຖານ.

​ແຕ່​ທາງກອງທັບ​ປາ​ກິ​ສຖານ ໄດ້ປະຕິເສດຕໍ່ການເຄື່ອນໄຫວ​ຂອງ​ສະຫະລັດວ່າເປັນ
ການສະກັດກັ້ນທີ່ບໍ່​ມີ​ຄວາມ​ໝາຍຊຶ່ງມີ​ພຽງ​ແຕ່ຈະບ່ອນທຳລາຍ​ການຮ່ວມມືທາງດ້ານ
​ຄວາມ​ປອດ​ໄພ ​ແລະ​ຄວາ​ມພະຍາ​ຍາມ​ ເພື່ອສ້າງສັນຕິພາບ ຢູ່​ໃນ​ຂົງ​ເຂດ.

ໂຄສົກ​ກອງທັບ ພົນ​ຕີ​ອາ​ຊິ​ບ ກາ​ຟໍ ກ່າວ​ຕໍ່​ວີ​ໂອ​ເອວ່າ “ປາ​ກິ​ສຖານ​ບໍ່​ເຄີຍ​ຕໍ່ສູ້​ເພື່ອ​ເງິນ
​ແຕ່ເພື່ອ​ສັນຕິພາບ.”

ຜູ້ນຳຝ່າຍຄ້ານປາກິສຖານ ທ່ານອີມຣານ ຄານ (ກາງ) ກ່າວຕໍ່ບັນດານັກຂ່າວ ຕິຕຽນ ປ. ດໍໂນລ ທຣໍາ.
ຜູ້ນຳຝ່າຍຄ້ານປາກິສຖານ ທ່ານອີມຣານ ຄານ (ກາງ) ກ່າວຕໍ່ບັນດານັກຂ່າວ ຕິຕຽນ ປ. ດໍໂນລ ທຣໍາ.

ນາຍ​ພົນ​ກາ​ຟໍ ຍັງ​ປະ​ຕິ​ເສດ​ການ​ກ່າວ​ຫາ​ຕ່າງໆ​ຂອງ​ສະຫະລັດ​ວ່າ ປາ​ກິ​ສຖານ ​ບໍ່ໄດ້​
ໃຫ້ບ່ອນ​ຫລົບລີ້​ໃດໆ ແຕ່​ພວກ​ຕາ​ລິ​ບານຫລື​ຮັກ​ກາ​ນີ ທີ່​ພວກເຂົາສາມາດ​ໂຈມ​ຕີ​ກຳ
ລັງ​ສະຫະລັດ ​ຢູ່​ປະ​ເທດອັຟກາ​ນິສຖານ ທີ່ເປັນເພື່ອນບ້ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG