ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຢາກໃຫ້ ອີທິໂອເປຍ ປ່ອຍຕົວ ນັກຂ່າວ ທີ່ຖືກ ຈັບກຸມ


ແຜນທີ່ປະເທດ ອີທິໂອເປຍ
ແຜນທີ່ປະເທດ ອີທິໂອເປຍ

ສະຫະລັດ ໄດ້ຮຽກຮ້ອງໃຫ້ປະເທດ ອີທິໂອເປຍ ປ່ອຍຕົວນັກຂ່າວ ທັງໝົດທີ່ຖືກຈັບກຸມໂດຍລັດຖະບານ ແລະ ຢຸດການໃຊ້ກົດໝາຍ ຕໍ່ຕ້ານການກໍ່ການ ຮ້າຍທີ່ ເປັນບັນຫາຂອງຕົນ ເພື່ອປິດປາກ​ປິດ​ສຽງ​ພວກຄັດຄ້ານ.

ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດທ່ານ Ned Price ໄດ້ກ່າວ ໃນວັນພຸດວານ ນີ້ວ່າ ສະຫະລັດ ແມ່ນ “ເປັນຫ່ວງຢ່າງເລິກເຊິ່ງ ໃນການຈັບກຸມນັກຂ່າວຄົນ ອື່ນໆໃນ ອີທິໂອເປຍ ເມື່ອບໍ່ດົນມາ ນີ້.” ທ່ານໄດ້ຮຽກຮ້ອງວ່າ “ລັດຖະບານ ອີທິໂອເປຍ ຈົ່ງປ່ອຍຕົວ ບັນດານັກຂ່າວ ແລະ ຄົນອື່ນໆທັງໝົດ ທີ່​ໄດ້​ຊົມ​ໃຊ້ສິດທິໃນການ ສະ​ແດງອອກຄວາມ ຄິດ​ຄວາມ​ເຫັນຂອງພວກເຂົາເຈົ້າ.”

ໃນເດືອນຕຸລາທີ່ຜ່ານມາ, ວໍຊິງຕັນ ໄດ້ສະ​ແດງ​ຄວາມ​ຍິນ​ດີ ​ກັບການປ່ອຍຕົວ ນັກຂຽນຂ່າວ​ອິນ​ເຕີ​ແນັດ​ຫຼື Blogger ແລະ ນັກຂ່າວຫຼາຍຄົນແຕ່ໃນວັນພຸດ ວານນີ້ ທຳນຽບຂາວໄດ້ເຕືອນ ອີທິໂອເປຍ ຕໍ່ການຈັບກຸມຄັ້ງໃໝ່ນີ້.

ທ່ານ Price ໄດ້ກ່າວວ່າ ວໍຊິງຕັນ “ໄດ້ຊົມເຊີຍ ອີທິໂອເປຍ ໂດຍຕະຫຼອດມາ ​ໃນການເປັນ ແບບຢ່າງທີ່ດີ ແລະ ເປັນກະບອກສຽງສຳລັບການພັດທະນາໃນ ທະວີບ ອາຟຣິກາ.” ແຕ່ ທ່ານໄດ້ເຕືອນ Addis Ababa ວ່າ “ການໄດ້ມາດັ່ງ ກ່າວນັ້ນຕ້ອງອີງໃສ່ຮາກຖານຂອງ ວິທີການປົກຄອງ​ແບບປະຊາທິປະໄຕ ແລະ ເຄົາລົບນັບຖືສິດທິມະນຸດຖ້າພວກເຂົາເຈົ້າ ຢາກຈະມີຄວາມໝັ້ນຄົງ.”

ທ່ານ Price ບໍ່ໄດ້ກ່າວຊື່ຂອງບັນດານັກຂ່າວທີ່ ສະຫະລັດ ໄດ້ມີຄວາມເປັນຫ່ວງ, ແຕ່ທ່ານໄດ້ ກ່າວຖ່າມກາງການທີ່​ມີ​ການໃຊ້ກຳລັງປາ​ມປາມ ຢ່າງຮຸນແຮງ ຕໍ່​ພວກ​ທີ່ບໍ່ເຫັນດ້ວຍ.

ໃນວັນເສົາທີ່ຜ່ານມາ, ກຸ່ມ​ປົກ​ປ້ອງສິດທິມະນຸດ Human Rights Watch ໄດ້ ລາຍງານວ່າ ກອງກຳລັງຮັກສາຄວາມປອດໄພ ອີທິໂອເປຍ ໄດ້ສັງຫານຜູ້ປະທ້ວງ ຢ່າງໜ້ອຍ 75 ຄົນດ້ວຍ ການຍິງປືນໃສ່ ໃນລະຫວ່າງການປະທ້ວງຕໍ່ຕ້ານ ລັດຖະ ບານຢູ່​ໃນ​ຂົ​ງ​ເຂດ ທີ່ແກ່ຍາວມາເປັນ ເວລາຫຼາຍສັບປະດາ.

XS
SM
MD
LG