ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໔ ຕຸລາ ໒໐໒໓

ສຫລ ກ່າວວ່າ ຕົນຍັງຕ້ອງການ ຢາກເສັດສິ້ນ ຂໍ້ຕົກລົງການຄ້າ ກັບອີຢູ ພາຍໃນທ້າຍປີນີ້


ປະທານາທິບໍດີຝຣັ່ງ ທ່ານ Francois Hollande ກ່າວວ່າ ການເຈລະຈາ ກ່ຽວກັບຂໍ້ຕົກລົງການຄ້າ ລະຫວ່າງ ສຫລ ກັບອີຢູ ຕົກຢູ່ໃນສະພາບ ບໍ່ໄປບໍ່ມາ.

ສະຫະລັດ​ ກ່າວວ່າ ຕົນ​ຍັງຫວັງ​ວ່າ ຈະ​ສຳ​ເລັດ​ເສັດ​ສິ້ນ ການ​ເຈລະຈາກ່ຽວ​ກັບ​ຂໍ້​ຕົກລົງ​ການ​ຄ້າ​ຂະໜາດ​ໃຫຍ່​ກັບ​ສະຫະພາບ​ຢູ​ໂຣບພາຍ​ໃນ​ທ້າຍ​ປີ​ 2016 ນີ້ ​ເຖິງ​ແມ່ນ​ປະ​ທາ​ນາ​ທິບໍດີ​ຝຣັ່ງ​ທ່ານ Francois Hollande ໄດ້​ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້ວ່າການ​ເຈລະ ຈາ​ໄດ້ ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ​ກໍ​ຕາມ.

ທຳນຽບຂາວ​ກ່າວ​ວ່າ ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ຈະ​ສົ່ງ​ທ່ານ Michael Froman ຫົວໜ້າການ​ຄ້າຂອງສະຫະລັດ​ໄປ​ຍັງ​ຢູ​ໂຣບ​ໃນ​ເດືອນ​ກັນຍາ​ນີ້​ເພື່ອ​ຟື້ນຟູ​ການ​ເຈລະຈາ ​ທີ່​ແນ​ໃສ່​ເພື່ອ​ສ້າງຕັ້ງ ​ເຂດ​ການ​ຄ້າ​ເສລີ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ. ສະຫະລັດ ​ເວລາ​ນີ້​ຕາມ​ລຳພັງ​ແລ້ວ ເປັນ​ປະ​ເທດ​ທີ່​ມີ​ເສດຖະກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກ ​ແຕ່​ຖ້າເມື່ອ​ໄລ່​ຮວມກັນ​ ສະ ຫະພາບ​ຢູ​ໂຣບ ຊຶ່ງ​ມີ​ສະມາຊິກ 28 ປະ​ເທດ​ແມ່ນ​ມີ​ເສດຖະກິດ​ໃຫຍ່​ກວ່າ​ສະຫະລັດ​ອີກ.

ທ່ານ Josh Earnest ​ໂຄສົກ​ຂອງ​ທຳນຽບຂາວ ກ່າວ​ວ່າ “ທ່າ​ທີ​ຂອງ​ພວກ​ເຮົາ ​ກ່ຽວ​ກັບ​ເລື້ອງນີ້ ບໍ່​ມີ​ຫຍັງ​ປ່ຽນ​ແປງ. ພວກ​ເຮົາ​ຈະ​ສືບ​ຕໍ່​ເຮັດ​ວຽກ​ໄປ​ສູ່​ເປົ້າໝາຍ​ໃນ​ການ​ສຳ​ເລັດ​ເສັດ​ສິ້ນການ​ເຈລະຈາ​ທັງ​ໝົດ ກ່ອນ​ທ້າຍ​ປີນີ້” ບໍ່​ເທົ່າ​ໃດ​ອາທິດ ກ່ອນ​ທີ່​ປະທານາທິບໍດີ ໂອ​ບາ​ມາ​ຈະ​ພົ້ນຈາກ​ຕຳ​ແໜ່​ງ​ໃນ​ເດືອນ​ມັງກອນ.”

ທ່ານ Hollande ກ່າວ​ວ່າ ຝຣັ່ງມັກ​ຢາກ​ເບິ່ງ​ເລື້ອງຕ່າງ​ໆ​ແບບ​ໜ້າ​ຕໍ່ໜ້າ. ການຫາລື​ເຫຼົ່າ ນີ້ຈະບໍ່​ສາມາດ​ບັນລຸ​ຂໍ້​ຕົກລົງ​ພາຍ​ໃນ​ທ້າຍ​ປີນີ້. ການ​ເຈລະຈາ​ໄດ້​ຕົກຢູ່​ໃນ​ສະພາບ​ບໍ່​ໄປ ​ບໍ່​ມາ ທ່າ​ທີ​ຕ່າງໆ​ບໍ່​ໄດ້​ຮັບ​ການ​ເຄົາລົບ ຄວາມ​ບໍ່​ກ້ຳ​ເກິ່ງ​ແມ່ນເຫັນ​ໄດ້​ແຈ້ງ.”

ຫົວໜ້າ​ການ​ຄ້າ​ຂອງຝຣັ່ງ ທ່ານ Matthias Fekl ​ໄດ້​ກ່າວ​ຫາ​ວໍ​ຊິງ​ຕັນ​ວ່າ ສະເໜີ​ແຕ່ພຽງ​ “​ສິ່ງ​ເລັກໆ​ນ້ອຍໆ” ຢູ່​ໃນການ​ເຈລະຈາ. ທ່ານ​ກ່າວ​ວ່າ ​ໃນ​ເດືອນ​ໜ້ານີ້ປາຣີຈະ​ຮ້ອງ​ຂໍ​ໃຫ້​ກຳມາ​ທິການ​ຢູ​ໂຣບ ຊຶ່ງ​ເປັນ​ຄະນະ​ບໍລິຫານ​ຂອງ​ສະຫະພາບຢູ​ໂຣບ ຢຸດ​ເຊົາ​ການ​ເຈລະ ຈາ​ກັບ​ສະຫະລັດ.

​ໃນ​ມື້ວັນ​ອາທິດ​ທີ່​ຜ່ານ​ມານີ້ ລັດ​ຖະມົນຕີ​ເສດຖະກິດ​ເຢຍຣະມັນ ທ່ານ Sigma Grabiel ກ່າວ​ວ່າ ການ​ເຈລະຈາ ຄວາມ​ຈິງ​ແລ້ວ ​ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ ​ເຖິງ​ແມ່ນ​ວ່າ​ບໍ່​ມີ​ຜູ້​ໃດ​ຍອມຮັບ​ກ່ຽວ​ກັບ​ເລື້ອງນີ້.

​ແຕ່​ແນວ​ໃດ​ກໍ​ຕາມ ກຳມາ​ທິການ​ກ່າວ​ໃນ​ວັນ​ຈັນ​ຜ່ານ​ມານີ້ວ່າ ​ໃນ​ຂະນະ​ທີ່​ການ​ເຈລະຈາ​ໃນ​ປັດຈຸບັນ​ນີ້ພວມ​ກ້າວ​ເຂົ້າສູ່ຂັ້ນຕອນ​ທີ່​ສຳຄັນ​ແລ້ວກໍ​ຕາມ ​ແຕ່​ຕົນ​ກໍ ຍັງ​ຕ້ອງການ​ຢາກ​ຈະ​ເສັດ​ສິ້ນການ​ເຈລະຈາ​ພາຍ​ໃນ​ທ້າຍ​ປີນີ້ິ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG