ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຂໍໃຫ້ ຣັດເຊຍ ຈັດສົ່ງ ການຊ່ອຍເຫຼືອ ໃຫ້ເຂດປິດລ້ອມ ຂອງຊີເຣຍ


ພວກຜູ້ຊາຍຊີເຣຍ ຫອບເອົາເຄື່ອງຊ່ອຍເຫຼືອ ສະໜອງໂດຍ ໂຄງການອາຫານໂລກ ຂອງອົງການສະຫະປະຊາຊາດ ແລະ ອົງການກາແດງ ຂອງອາຣັບ ໃນເມືອງ Al-Houla ທີ່ປົກຄອງໂດຍ ກຸ່ມຕໍ່ຕ້ານລັດຖະບານຊີເຣຍ ຢູ່ຊານເມືອງ Homs ທາງທິດເໜືອ ໃນພາກກາງຂອງປະເທດ, ວັນທີ 25 ພຶດສະພາ 2016.
ພວກຜູ້ຊາຍຊີເຣຍ ຫອບເອົາເຄື່ອງຊ່ອຍເຫຼືອ ສະໜອງໂດຍ ໂຄງການອາຫານໂລກ ຂອງອົງການສະຫະປະຊາຊາດ ແລະ ອົງການກາແດງ ຂອງອາຣັບ ໃນເມືອງ Al-Houla ທີ່ປົກຄອງໂດຍ ກຸ່ມຕໍ່ຕ້ານລັດຖະບານຊີເຣຍ ຢູ່ຊານເມືອງ Homs ທາງທິດເໜືອ ໃນພາກກາງຂອງປະເທດ, ວັນທີ 25 ພຶດສະພາ 2016.

ສະຫະລັດ ໄດ້​ເພີ້ມຄວາມກົດດັນ ຕໍ່ ຣັດເຊຍ ທີ່​ເປັນພັນທະມິດທີ່ສຳຄັນຂອງຊີເຣຍ ເພື່ອ ໃຊ້ອິດທິພົນຂອງຕົນ ຕໍ່​ການ​ອະນຸມັດ​ໃນ​ການຈັດ​ສົ່ງ​ການຊ່ອຍເຫຼືອ ທາງດ້ານມະນຸດ ສະທຳ ໄປຍັງເຂດປິດລ້ອມຕ່າງໆ ​ຢູ່​ໃນປະເທດດັ່ງກ່າວ.

ກະຊວງການຕ່າງປະເທດ ໄດ້ກ່າວວ່າ ສະຫະລັດ ໄດ້ຂໍໃຫ້ຣັດເຊຍ ໃຊ້ເຮືອບິນທະຫານ ຂອງຕົນ ຢູ່ໃນຊີເຣຍ ຈັດສົ່ງການຊ່ອຍເຫຼືອໄປຍັງຊຸມຊົນຕ່າງໆ ທີ່ໄດ້ຖືກຕັດຂາດຈາກ​ໂລກພາຍນອກ ໂດຍກຳລັງຂອງປະທານາທິບໍດີຊີເຣຍ ທ່ານ Bashar al-Assad.

ໂຄສົກຂອງກະຊວງຕ່າງປະ​ເທດ ທ່ານ Mark Toner ໄດ້ກ່າວໃນວັນພຸດວານນີ້ວ່າ “ຣັດເຊຍ ແທ້ຈິງແລ້ວ ມີອຸປະກອນທາງອາກາດ ຢູ່ໃນຊີເຣຍ.” ແລະ ຣັດເຊຍ “ເຫັນໄດ້ ເປັນທີ່ຊັດເຈນ ວ່າ ໄດ້ຮັບອະນຸຍາດ ຈາກລັດຖະບານຊີເຣຍ ໃຫ້ບິນໄດ້.”

ກະຊວງການຕ່າງປະເທດ ໄດ້ປະຕິເສດ ທີ່ຈະກ່າວເຖິງ ວິທີການຕິດຕໍ່ກັບຣັດເຊຍ ໃນ ການຂໍຮ້ອງຂອງສະຫະລັດ ແນວໃດ. ພ້ອມກັນນັ້ນ ຍັງບໍ່ມີຂໍ້ມູນໃນເບື້ອງຕົ້ນ ທີ່ສະເໜີ ແນະວ່າ ຣັດເຊຍ ຈະເຫັນດີເຫັນພ້ອມ ນຳການຂໍຮ້ອງນີ້ ຫລື​ບໍ່.

ຢູ່ທີ່ກອງປະຊຸມ ເມື່ອເດືອນພຶດສະພາ ຢູ່ນະຄອນ Vienna ກຸ່ມສະໜັບສະໜູນ ຊີເຣຍ ນາໆ​ຊາດ ໄດ້ປະກາດວ່າ ຕົນ ຈະຂໍຮ້ອງ​ໃຫ້ໂຄງການອາຫານໂລກ ຂອງອົງການສະຫະ ປະຊາຊາດ ໃຫ້ເລີ້ມຕົ້ນ ເອົາບາດກ້າວຕ່າງໆ ໃນວັນທີ 1 ມິຖຸນາ ດ້ວຍການຂົນສົ່ງທາງ ອາດກາດ ຖ້າອຳນາດການປົກຄອງ ຂອງ Assad ສືບຕໍ່ກີດກັນການຈັດສົ່ງ ທາງຂະບວນ ລົດ.

ທ່ານ Toner ໄດ້ກ່າວວ່າ ສະຫະລັດ ແມ່ນມີ “ຄວາມຜິດຫວັງ” ທີ່ຣັດ​ເຊຍ ຊຶ່ງ​ເປັນສະ ມາຊິກ ກຸ່ມສະໜັບສະໜູນ ຊີ​ເຣຍ ບໍ່ໄດ້ເອົາ “ບາດກ້າວໃດໆ ທີ່ສະແດງໃຫ້ເຫັນໄດ້” ເພື່ອສະໜັບສະໜູນ ການຮຽກຮ້ອງ ໃຫ້ຈັດສົ່ງທາງອາກາດ ຂອງກຸ່ມດັ່ງກ່າວ ນັບຕັ້ງແຕ່ ກອງປະຊຸມເມື່ອເດືອນພຶດສະພາ ຊຶ່ງ “ພວກເຮົາແມ່ນຫາທາງ ໃຫ້ຣັດເຊຍ ໃຊ້ອິດທິພົນ ຂອງຕົນ ທີ່ຕົນອ້າງວ່າ ມີ ຕໍ່ລະບອບການປົກຄອງ ຂອງ Assad.”

​ໂຄງການ​ອາຫານ​ໂລກ​ໄດ້​ເຮັດ​ວຽກ ​ກ່ຽວ​ກັບ​ແຜນການ​ເພື່ອ​ຖິ້ມອາຫານ ​ແລະ ​ຢາ​ປົວ​ພະຍາດ​ລົງ​ທາງ​ອາກາດ ​ໃຫ້​ແກ່​ປະຊາ​ຄົມ​ຕ່າງໆ​ ທີ່​ຖືກ​ປິດລ້ອມ ​ຂອງ​ຊີ​ເຣຍ ຊຶ່ງ​ເປັນແຜນການ​ທີ່​ກຸ່ມ​ດັ່ງກ່າວ​ຈະ​ຕ້ອງ​ໄດ້​ຮັບ​ການ​ອະ ນຸມັດ​ຈາກ​ອຳນາດ​ການ​ປົກຄອງ​ຊີ​ເຣຍ.​ ​ແຕ່​ຂະນະ​ດຽວ​ກັນ ​ໂຄງການອາຫານ​ໂລກ​ ກ່າວ​ວ່າ ການຈັດ​ສົ່ງ ​ໂດຍ​ຂະ​ບວນລົດ​ທາງ​ພາກພື້ນດິນ​ຍັງສືບ​ຕໍ່ ເປັນ​ທາງ​ເລືອກ​ທີ່​ດີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

US Russia Syria
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG