ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ຮຽກຮ້ອງ ໃຫ້ກົດດັນ ເກົາຫຼີເໜືອ ຕື່ມ ທ່າມກາງຄວາມເປັນໄປໄດ້ ໃນການທົດລອງ ລູກສອນໄຟ


ເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການ ສະຫະປະຊາຊາດ ທ່ານນາງ ນິກກີ ເຮລີ ໃຫ້ຄຳເຫັນ ຕໍ່ບັນດານັກຂ່າວທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ. 2 ມັງກອນ, 2018.
ເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການ ສະຫະປະຊາຊາດ ທ່ານນາງ ນິກກີ ເຮລີ ໃຫ້ຄຳເຫັນ ຕໍ່ບັນດານັກຂ່າວທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ. 2 ມັງກອນ, 2018.

ລັດຖະບານທ່ານ ທຣຳ ແມ່ນກຳລັງສະແດງທ່າທີ ຢ່າງລະມັດລະວັງ ທ່າມກາງທີ່ມີການ
ບົ່ງບອກໃຫ້ເຫັນວ່າ ເກົາຫຼີເໜືອ ພ້ອມທີ່ຈະທົດລອງ ຍິງລູກສອນໄຟຂີປະນາວຸດອີກ
ລູກນຶ່ງ, ເຊິ່ງອາດຈະມີຂຶ້ນ ພາຍໃນອາ ທິດນີ້.

ເອກອັກຄະລັດຖະທູດ ສະຫະລັດ ທ່ານນາງ ນິກກີ ເຮລີ ໄດ້ກ່າວຕໍ່ບັນດານັກຂ່າວທີ່
ອົງການສະຫະປະຊາຊາດວ່າ “ຂ້າພະເຈົ້າຫວັງວ່າມັນຈະບໍ່ເກີດຂຶ້ນ. ແຕ່ຖ້າມັນເກີດ
ຂຶ້ນ ພວກເຮົາຕ້ອງເອົາມາດຕະການເພີ້ມເຕີມ ເພື່ອກົດດັນລະບອບການປົກຄອງ
ເກົາຫຼີເໜືອ. ໂລກທີ່ສີວິໄລຕ້ອງຮັກສາຄວາມສາມັກຄີ ແລະລະມັດລະວັງຕໍ່ການພັດ
ທະນາຄັງອາ ວຸດນິວເຄລຍ ຂອງປະເທດທີ່ເປັນໄພຂົ່ມຂູ່ ຕໍ່ຄວາມໝັ້ນຄົງຂອງໂລກ
ນັ້ນ. ພວກເຮົາຈະບໍ່ມີວັນຍອມຮັບໃຫ້ ເກົາຫຼີເໜືອ ເປັນປະເທດທີ່ມີອາ ວຸດນິວເຄລຍ.”

ໃນການຕອບໂຕ້ຕໍ່ການຂົ່ມຂູ່ເມື່ອບໍ່ດົນມານີ້, ແນວໃດກໍຕາມ, ປະທານາທິບໍດີ ສະຫະ
ລັດ ທ່ານ ດໍໂນລ ທຣຳ ກໍໄດ້ສະແດງຄວາມເດັດດ່ຽວຫຼາຍຂຶ້ນ ໃນຂໍ້ຄວາມທີ່ຂຽນລົງ
ໃນ Twitter ໃນຕອນຄໍ່າຂອງວັນອັງຄານວານນີ້.

ທ່ານໄດ້ຂຽນວ່າ “ຜູ້ນຳ ເກົາຫຼີເໜືອ ທ່ານ ຄິມ ຈອງ ອຶນ ໄດ້ກ່າວວ່າ “ປຸ່ມລະເບີດນິວ
ເຄລຍ ແມ່ນຢູ່ໃນທາງເລືອກການພິຈາລະນາຂອງລາວຕະຫຼອດ.” ຈະມີໃຜຈາກລະ
ບອບການປົກຄອງທີ່ອ່ອນລ້າ ແລະອຶດຫິວ ຂອງລາວນັ້ນ ກະລຸນາແຈ້ງໃຫ້ລາວຮູ້ແດ່
ໄດ້ບໍວ່າ ຂ້ອຍເອງກໍມີປຸ່ມລະ ເບີດນິວເຄລຍຄືກັນ, ແຕ່ມັນໃຫຍ່ ແລະ ແຮງກວ່າລະ
ເບີດຂອງລາວຫຼາຍເທົ່າ, ແລະ ປຸ່ມລະເບີດຂອງຂ້ອຍມັນໃຊ້ງານໄດ້.

ໂຄສົກທຳນຽບຂາວທ່ານນາງ ເຊຣາ ແຊນເດີສ໌ ທີ່ຖືກຖາມ ກ່ຽວກັບກິດຈະກຳທີ່ມີລາຍ
ງານຢູ່ທາງພາກເໜືອຂອງນະຄອນຫຼວງ ພຽງຢາງ ບ່ອນທີ່ ເກົາຫຼີເໜືອ ໄດ້ຍິງລູກ
ສອນໄຟໄລຍະໄກກ່ອນໜ້ານີ້, ໄດ້ກ່າວວ່າ “ພວກເຮົາກຳລັງຮຽກຮ້ອງໃຫ້ໝົດທຸກຄົນ
ຂະຫຍາຍ ແລະ ເຮັດວຽກເພີ່ມຂຶ້ນ.” ແລະ ເວົ້າເພີ່ມເຕີມວ່າ “ພວກເຮົາຈະຮັກສາການ
ພິຈະລະນາເລືອກຕ່າງໆໄວ້.”

ໃນການສຳພາດກັບນັກຂ່າວວີໂອເອ ເກຣຕາ ແວນ ຊັສເຕເຣັນ (Greta Van
Susteren) ໃນວັນອັງຄານວານນີ້, ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ສະຫະ
ລັດ ທ່ານ H.R ແມັກມາສເຕີ ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ ການສືບຕໍ່ພັດທະ
ນາອາວຸດທີ່ມີອະນຸພາບຮ້າຍແຮງ ຂອງລັດຖະບານ ພຽງຢາງ, ໂດຍກ່າວວ່າ “ເກົາຫຼີ
ເໜືອ ບໍ່ເຄີຍພຽງພໍກັບອາວຸດທີ່ເຂົາເຈົ້າຍັງບໍ່ໄດ້ຜະລິດຢ່າງຫຼວງຫຼາຍເທື່ອ.”

ທ່ານ ແມັກມາສເຕີ ຫວັງວ່າທ່ານ ຄິມ ແລະ ບັນດານາຍພົນຂອງລາວຈະຮູ້ວ່າ “ການ
ສະແຫວງຫາອາວຸດນິວເຄລຍ ແລະ ລູກສອນໄຟຕ່າງໆທີ່ຍັງມີຢູ່ຕໍ່ມານັ້ນແມ່ນທາງຕັນ.
ແລະມີທາງດຽວທີ່ຈະເຮັດແນວນັ້ນໄດ້, ບໍ່ເຖິງຂັ້ນກັບເຮັດສົງຄາມ, ແມ່ນຜ່ານການບີບ
ບັງຄັບໂດຍໃຊ້ອຳນາດທາງເສດຖະກິດ, ອຳນາດນັ້ນແມ່ນສ່ວນໃຫຍ່ຢູ່ໃນມືຂອງ ຈີນ,
ແຕ່ກໍຢູ່ນຳປະເທດອື່ນໆເຊັ່ນກັນ.

ທ່ານ ແມັກມາສເຕີ ໄດ້ກ່າວເພີ່ມເຕີມວ່າ “ແນວໂນ້ມແມ່ນເປັນໄປໃນແງ່ບວກ ທີ່ຫຼາຍ
ປະເທດເພີ່ມຂຶ້ນໄດ້ຢຸດທຸກໆການຄ້າຂາຍກັບ ເກົາຫຼີເໜືອ. ຕົວຢ່າງ ຫວຽດນາມ,
ຟີລິບປິນ, ລາຍຊື່ນັ້ນແມ່ນຂ້ອນຂ້າງຈະຍາວຫຼາຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG