ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຈະຝຶກແອບ ທະຫານ ປະຈຳການ ຂອງ ຢູເຄຣນ


ທະຫານຢູເຄຣນ ຢືນຢູ່ ໃນລະຫວ່າງຝຶກແອບ ທີ່ເມືອງ
Chuguev ໃນປະເທດ Ukraine (4 ມິຖຸນາ 2014)
ທະຫານຢູເຄຣນ ຢືນຢູ່ ໃນລະຫວ່າງຝຶກແອບ ທີ່ເມືອງ Chuguev ໃນປະເທດ Ukraine (4 ມິຖຸນາ 2014)

ລັດຖະບານທ່ານໂອບາມາ ໄດ້ປະກາດໃນວັນສຸກວານນີ້ວ່າ ຕົນ
ຈະຂະຫຍາຍການຝຶກແອບກຳລັງຮັກສາຄວາມສະຫງົບ ຂອງຢູ
ເຄຣນ ໃນການສູ້ລົບຂອງພວກເຂົາເຈົ້າ ກັບກຳລັງແບ່ງແຍກດິນ ແດນທີ່ໄດ້ຮັບການສະໜັບສະໜຸນຈາກຣັດເຊຍໃນພາກຕາເວັນ
ອອກຂອງຢູເຄຣນ.

ເວລານີ້ ສະຫະລັດກໍໄດ້ໃຫ້ການຝຶກແອບ ແກ່ກອງກຳລັງຮັກສາ
ດິນແດນຂອງຢູເຄຣນ ແລະເລີ້ມໃນລະດູໃບໄມ້ຫລົ່ນປີນີ້ ສະຫະ ລັດກໍຈະຂະຫຍາຍພາລະກິດທີ່ຮວມທັງການຝຶກແອບແບບເປັນ ກົມກອງນ້ອຍໆຂອງກຳລັງທະຫານປະຈຳການຢູເຄຣນ.

ການຝຶກແອບທີ່ວ່ານີ້ຈະມີຂຶ້ນຢູ່ໃນເຂດພາກຕາເວັນຕົກຂອງຢູເຄຣນໃກ້ໆຊາຍແດນຂອງ ປະເທດໂປແລນ.

ທ່ານ Mark Toner ໂຄສົກກະຊວງການຕ່າງປະເທດສະຫະລັດກ່າວວ່າ ຈຸດເພັ່ງເລັງຂອງ ສະຫະລັດໃນເວລານີ້ ແມ່ນສືບຕໍ່ໃຫ້ການຊ່ອຍເຫຼືອ ທີ່ບໍ່ແມ່ນອາວຸດຮ້າຍແຮງແກ່ຢູເຄຣນ ແລະກໍຍັງບໍ່ທັນມີແຜນການທີ່ຈະໃຫ້ການຊ່ອຍເຫລືອໃນດ້ານອາວຸດໃດໆເທື່ອ.

ນອກນັ້ນແລ້ວ ໃນວັນສຸກວານນີ້ ທຳນຽບຂາວຍັງກ່າວວ່າ ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ໄດ້ໂອ້ລົມທາງໂທລະສັບກັບປະທານາທິບໍດີຢູເຄຣນ ທ່ານ Petro Po- roshenko.

ທ່ານ Biden ກ່າວວ່າ ທ່ານຂໍສະແດງຄວາມຍິນດີກັບການປະຕິຮູບຕໍ່ຕ້ານການສໍ້ລາດບັງ ຫຼວງເມື່ອໄວໆມານີ້ ທີ່ມີການຮັບຮອງເອົາໂດຍສະພາແຫ່ງຊາດ ແລະແຜນການຂອງທ່ານ Poroshenko ທີ່ຈະສ້າງຕັ້ງເຂດປອດທະຫານໃນໄລຍະ 30 ຫລັກກິໂລແມັດຊຶ່ງຈະກວດ ກາໂດຍອົງການວ່າດ້ວຍຄວາມປອດໄພ ແລະການຮ່ວມມືໃນຢູໂຣບ ຫລື OSCE.

ຜູ້ນຳທັງສອງຍັງກ່າວວ່າ ພວກກະບົດນິຍົມຣັດເຊຍ ບໍ່ໄດ້ປະຕິບັດຕາມຢ່າງຄົບຖ້ວນຕາມ ຂໍ້ຕົກລົງຢຸດຍິງສະບັບເດືອນກຸມພາແລະຂໍ້ຕົກລົງຖອນອາວຸດໜັກອອກຈາກເຂດແນວໜ້າ
ຂອງຕົນໃນພາກຕາເວັນອອກຂອງຢູເຄຣນ.

Ukraine US
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG